ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປ. ທ​ຣຳ ​​ກ່າວ​ຄຳ​ປາ​ໄສ ປົກ​ປ້ອງ ປະ​ຫວັດ​ສິ່ງ​ແວດ​ລ້ອມ ຂອງ​ທ່ານ​


ປະ​ທາ​ນາ​ທິ​ບໍ​ດີ ​ທ​ຣຳ ຢຸດ​ນິ້ງ ໃນ​ຂະ​ນະ​ທີ່ ພວກ​ເຂົ້າ​ຮ່ວມ ໃນ​ກອງ​ປະ​ຊຸມ​ສະ​ພາບ​ແວດ​ລ້ອມ ໃນ​ຫ້ອງ East Room ​ທີ່​ທຳ​ນຽບ​ຂາວ, 8 ກໍ​ລະ​ກົດ 2019.
ປະ​ທາ​ນາ​ທິ​ບໍ​ດີ ​ທ​ຣຳ ຢຸດ​ນິ້ງ ໃນ​ຂະ​ນະ​ທີ່ ພວກ​ເຂົ້າ​ຮ່ວມ ໃນ​ກອງ​ປະ​ຊຸມ​ສະ​ພາບ​ແວດ​ລ້ອມ ໃນ​ຫ້ອງ East Room ​ທີ່​ທຳ​ນຽບ​ຂາວ, 8 ກໍ​ລະ​ກົດ 2019.

ໃນ​ການ​ໃຫ້​ຄວາມ​ເຫັນ ທີ່​ໄດ້​ມີ​ການຕຳ​ໜິ​ຕິ​ຕຽນ​ຢ່າງກວ້າງ​ຂວາງ ໂດຍອົງ​ການສະ​ພາບ​ແວດ​ລ້ອມ​ຕ່າງໆນັ້ນ ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານດໍ​ໂ​ນ​ລ ທ​ຣຳ ໄດ້ກ່າວປົກ​ປ້ອງ​ປະ​ຫວັດ​ສິ່ງ​ແວດ​ລ້ອມ​ຂອງ​ທ່ານ​ ໃນ​ຄຳ​ປາ​ໄສ​ ທີ່​ທຳ​ນຽບ​ຂາວ ໃນ​ວັນ​ຈັນ​ວານ​ນີ້.

ທ່ານ​ທ​ຣຳ ໄດ້​ກ່າວ​ວ່າ “ເສດ​ຖະ​ກິດ​ທີ່​ແຂັ້ມ​ແຂງ ແມ່ນ​ມີ​ຄວາມ​ສຳ​ຄັນ ທີ່​ຈະ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ທີ່ດີ​ໄດ້.”

ອີງ​ຕາມ​ທ່ານ​ທ​ຣຳ ​ແລ້ວ ການ​ປ່ຽນ​ແປງ​ຢ່າງ​ໃຫຍ່ ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ຈະ ບໍ່​ເຮັດ​ໃຫ້​ໂລກ​ນີ້​ສະ​ອາດ​ຂຶ້ນ ຊຶ່ງ​ທ່ານ​ໄດ້​ຖອນສະ​ຫະ​ລັດ ​ອອກ​ຈາກ​ຂໍ້​ຕົກ​ລົງວ່າດ້ວຍ​ດິນ​ຟ້າ​ອາ​ກາດ​ປາ​ຣິີ ແຕ່​ແທນ​ທີ່​ຈະ​ເປັນ​ຈັ່ງ​ຊັ້ນ ທ່ານ​ໄດ້​ກ່າວ​ອ້າງ​ວ່າ ​ຈະ ເຮັດ​ໃຫ້​ຊາວ​ອາ​ເມ​ຣິ​ກັນ ​ຈຳ​ນວນ​ຫຼວງ​ຫຼາຍ ບໍ່​ມີ​ວຽກ​ເຮັດ​ງານ​ທຳ.

ທ່ານ​ທ​ຣຳ ໄດ້​ກ່າວ​ໂຈມ​ຕີ​ແຜນສະ​ພາບ​ແວດ​ລ້ອມໃໝ່ ທີ່​ເອີ້ນ​ວ່າ Green New Deal,
ທີ່​ໜຸນ​ຫຼັງ​ໂດຍ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໂດຍ​ກ່າວ​ວ່າ “ຊຶ່ງ​ມັນ​ຈະ
​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ການ​ເສດ​ຖະ​ກິດຂອງ​ພວກ​ເຮົາໃນ​ມູນ​ຄ່າ 100 ພັ​ນຕື້ໂດ​ລາ.”

ປະ​ທາ​ນາ​ທິ​ບໍ​ດີ ໄດ້​ກ່າວ​ເພີ້ມ​ຕື່ມ​ວ່າ “ຂ້າ​ພະ​ເຈົ້າ ຈະ​ບໍ່​ຢືນ​ຢູ່​ຈຸດ​ນີ້.”

ທ່ານ​ທ​ຣຳ ໄດ້​ກ່າວອ້າງ​ເຖິງ​ຄວາມ​ກ້າວ​ໜ້າ​ບາງ​ຢ່າງ ​ທາງ​ດ້ານ​ສະ​ພາບ​ແວດ​ລ້ອມ ສຳ​ລັບ​
ລັດ​ຖະ​ບານ​ຂອງ​ທ່ານ, ໂດຍ​ທຳ​ນາຍວ່າ ການ​ປ່ອຍ​ທາດ​ຄາ​ບອນ​ ຂອງ​ສະ​ຫະ​ລັດ ຈະ​ຫຼຸດ
​ລົງໃນ​ປີ​ນີ້ ແລະ​ໃນ​ປີ 2020 ແລະລັດ​ຖະ​ບານ​ຈະ​ເລີ້ມ​ສ້າງ​ຄວາມ​ເຂັ້ມ​ແຂງ​ກ່ຽວ​ກັບມາດ​ຕະ​ຖານຂອງ​ທາດ​ກົ່ວ ແລະ​ທອງ​ແດງ ໃນ​ນ້ຳ​ດື່ມ ເປັນ​ຄັ້ງ​ທຳ​ອິດ ໃນຮອບ​ເກືອບ 30 ປີ.”

ສະ​ຫະ​ລັດ ຈັດ​ຢູ່​ໃນ​ອັນ​ດັບ​ນຶ່ງ ​ສຳ​ລັບ “ການ​ເຂົ້າ​ເຖິງ​ນ້ຳ​ດື່ມ​ທີ່​ສະ​ອາດ” ໃນ​ໂລກ
ທີ່​ທ່ານ​ໄດ້​ກ່າວ​ເ​ນັ້ນ​ເຖິງ​.

ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ​ລັດ​ຖະ​ບານ​ຂອງ​ທ່ານ ແມ່ນ​ຮຽກ​ຮ້ອງ​ໂດຍ​ທ່ານ​ທ​ຣຳ ​
ໃຫ້​ໄປຢືນຢູ່ ໃນຫ້ອງ​ຕາ​ເວັນ​ອອກ ຫຼື East Room ​ຂອງ​ທຳ​ນຽບ​ຂາວທີ່​ຈະຍົກ​ຍ້ອງ
​ນະ​ໂຍ​ບາຍ​ຂອງ​ທ່ານທ​ຣຳ ​ກ່ຽວ​ກັບສະ​ພາບ​ແວດ​ລ້ອມ.

“ມື້​ນີ້ ພວກ​ເຮົາ​ມີ​ສະ​ພາບ​ອາ​ກາດ​ທີ່​ໂປ່ງ​ໃສ ເປັນ​ປະ​ຫວັດ​ການ,” ຊຶ່ງ​ທ່ານ Andrew Wheeler, ​ເຈົ້າໜ້າ​ທີ່​ຂອງ​ອົງ​ການຄຸ້ມ​ຄອງສະ​ພາບ​ແວດ​ລ້ອມ ຫຼື Environmental Protection Agency ແລະ​ອະ​ດີດ​ນັກ​ວິ້ງ​ເຕັ້ນ ສຳ​ລັບເຈົ້າ​ຂອງ​ບໍ​ລິ​ສັດ​ຖ່ານ​ຫີນເອກ​
ກະ​ຊົນ ທີ່​ໃຫຍ່​ສຸດ​ຂອງ​ປະ​ເທດ. “​ເວ​ລາ​ທີ່​ປະ​ເທດ​ອື່ນໆຕ້ອງ​ການ​ທີ່​ຈະ​ໃຫ້​ທຳ​ຄວາມ​
ສະ​ອາດ​ຂອງທີ່​ດິນ, ນ້ຳ ແ​ລະ​ອາ​ກາດ ​ຂອງ​ພວກ​ເຂົາ​ເຈົ້າ ພວກ​ເຂົາ​ເຈົ້າ​ກໍ​ມາ​ຫາ
​ພວກ​ເຮົາ ບໍ່​ແມ່ນ​ຈີນ, ບໍ່​ແມ່ນ​ຣັດ​ເຊຍ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG