ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ທ​ຣຳ ກ່າວ​ວ່າ ທ່ານ​​ຈະບໍ່ “ຕົກ​ລົງຫຍັງ​ ອີກ​ຕໍ່​ໄປ” ກັບ​ເອກ​ອັກ​ຄະ​ລັດ​ຖະ​ທູດອັງ​ກິດ ຜູ້​ຊຶ່ງ​​ປະ​ນາມ​ທ່ານ


​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ.
​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ.

​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ກ່າວໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານຈະບໍ່ “ຕົກ​ລົງຫຍັງ​ ອີກ​ຕໍ່​ໄປ” ກັບ​ເອກ​ອັກ​ຄະ​ລັດ​ຖະ​ທູດອັງ​ກິດ ປະ​ຈຳ​ການນະ​ຄອນ​ຫຼວງວໍ​ຊິງ​ຕັນ ຫຼັງ​ຈາກເອກ​ອັກ​ຄະ​ລັດ​ຖະ​ທູດ​ທ່ານນີ້ ໄດ້​ຕຳ​ໜິ​ຕິ​ຕຽນ​ທ່ານ​ວ່າ ເປັນຜູ້​ທີ່ “​ບໍ່​ເໝາະ​ສົມ” “ບໍ່​ມີ​ຄວາມ​ໝັ້ນ​ໃຈ” “ບໍ່​ມີ​ຄວາມ​ສາ​ມາດ” ແລະ​ລັດ​ຖະ​ບານ​ຂອງ​ທ່ານ​ວ່າ “​ປະ​ຕິ​ບັດ​ງານ​ແບບ​ຜິດ​ປົກ​ກະ​ຕິ​ ທີ່​ບໍ່​ຄື​ໃຜ.”

ທ່ານ​ທ​ຣຳ ໄດ້​ຂຽນ​ລົງ ໃນ​ທວິດ​ເຕີ ກ່ຽວ​ກັບ ​ນັກ​ການ​ທູດຄິມ ດາ​ຣັອ​ຄ ( Kim Darroch) ວ່າ “ຂ້າພະ​ເຈົ້າ​ບໍ່​ຮູ້ເອກ​ອັກ​ຄະ​ລັດ​ຖະ​ທູດດີ ແຕ່​ວ່າ​ ທ່ານບໍ່​ໄດ້ມັກ ຫຼື​ບໍ່ກໍ​ບໍ່​ໄດ້​ຄິດ​ຢ່າງ​ພິ​ນິດ​ພິດ​ຈາ​ລະ​ນາ ​ພາຍ​ໃນ​ສະ​ຫະ​ລັດ.”

ຕໍ່​ມາ​ໃນ​ວັນ​ຈັນ​ວານ​ນີ້, ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຂາວ ໄດ້​ຢືນ​ຢັນ​ກ່ຽວ​ກັບ​ລາຍ​ງານ ທີ່ ​ບໍ່​ໄດ້​ເຊື້ອ​ເຊີນ​ທ່ານ Darroch ​ເຂົ້າ​ຮ່ວມ​ຮັບ​ປະ​ທານ​ອາ​ຫານ​ຄ່ຳ ​ທີ່ລັດຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ Steven Mnuchin ໄດ້​ເປັນ​ເຈົ້າ​ພາບຈັດ​ຂຶ້ນ ​ກັບ​ທ່ານ​ທ​ຣຳ ແລະກະ​ສັດ​ຂອງ​ກາ​ຕ້າ.

ເມື່ອ​ວີ​ໂອ​ເອ ໄດ້​ຖາມ​ວ່າ ໄດ້​ມີ​ການ​ສົ່ງ​ບັດເຊີນ​ຢ່າງ​ເປັນ​ທາງ​ການ ​ໄປ​ໃຫ້​ສະ​ຖານ​ທູດອັງ​ກິດປະ​ຈຳ​ນະ​ຄອນ​ຫຼວງວໍ​ຊີງ​ຕັນຫລືບໍ່? ຊຶ່ງ​ທາງທຳ​ນຽບຂາວ ໄດ້​ຂໍ​ໃຫ້​ວີ​ໂອ​ເອຖາມ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຊຶ່ງ​ທາງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກັບ​ຂໍ​ໃຫ້​ວີ​ໂອ​ເອ​ໄປ​ຖາມ​ທຳ​ນຽບ​ຂາວ.

ໃນ​ຂະ​ນະ​ດຽວ​ກັນ​ນັ້ນ, ອັງ​ກິດ​ພວມ​ຊອກ​ຫາ​ແຫຼ່ງ​ທີ່​ມາ​ຂອງຂ່າວຮົ່ວ​ໄຫຼ​ຂອງ​ໂທລະ​ເລກ​ທ່ານ Darroch ທີ່​ສົ່ງ ຈາກ​ວໍ​ຊີງ​ຕັນ ກັບ​ຄືນ​ໄປ​ຍັງ​ບ້ານ​ເກີດ​ຂອງ​ທ່ານ​ນັ້ນ.

ລອນດອນ, ​ຊຶ່ງ​ເປັນປະ​ເທດພັນ​ທະ​ມິດ​ທີ່​ໃກ້​ຊິດກັບ​ສະ​ຫະ​ລັດ ມາ​ຍາວ​ນານ​ນັ້ນ, ແມ່ນ​ຮູ້​ສຶກອັບ​ອາຍ​ຂາຍ​ໜ້າ ດ້ວຍ​ການ​ເປີດ​ເຜີຍ ​ການ​ຊັ່ງ​ຊາ​ແບບ​ບໍ່​ມີ​ການ​ກັ່ນຕອງ​ຕໍ່​ທ່ານ​ທ​ຣຳ ທີ່​ໄດ້​ກະ​ທຳ​ໂດຍ​ເຈົ້າໜ້າ​ທີ່ການ​ທູດລະ​ດັບ​ສູງ​ປະ​ຈຳ​ນະ​ຄອນ​ຫຼວງວໍ​ຊີງ​ຕັນ ນັ້ບ​ຕັ້ງ​ແຕ່​ປີ 2016 ເປັນ​ຕົ້ນ​ມາ, ແຕ່ກໍ​ບໍ່​ໄດ້​ປະ​ຕິ​ເສດກ່ຽວ​ກັບ ຄວາມ​ຖືກ​ຕ້ອງ ຫຼັງ​ຈາກ​ທີ່ໄດ້​ມີ​ການ​ພິມເຜີຍ​ແຜ່ ​ຢູ່​ໃນ​ອັງ​ກິດ ໃນ​ທ້າຍ​ສັບ​ປະ​ດາ​ຜ່ານ​ມາ​ນີ້.

ໂ​ຄ​ສົກ​ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ Theresa May ທ່ານ James Slack ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ທັງ​ຫຼາຍ​ວ່າ “​ໄດ້​ມີ​ການ​ຕິດ​ຕໍ່​ໄປ​ຫາ ​ລັດ​ຖະ​ບານ​ຂອງທ່ານ​ທ​ຣຳແລ້ວ ທີ່​ໄດ້​ກ່າວ​ເຖິງທັດ​ສະ​ນະ​ຂອງ​ພວກ​ເຮົາ ທີ່​ເຊື່ອ​ວ່າ ​ການ​ຮົ່ວ​ໄຫຼນັ້ນ ແມ່ນ​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້. ແນ່ນອນ ນັ້ນ​ແມ່ນເລື້ອງ​ທີ່ເສຍ​ໃຈ ໃນ​ສິ່ງທີ່​ເກີດ​ຂຶ້ນ.”

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ທ່ານ Liam Fox ຜູ້​ຊຶ່ງມາ​ຢ້ຽມ​ຢາມ​ວໍ​ຊີງ​ຕັນ ໄດ້​ບອກ​ກັບ ວິ​ທະ​ຍຸ BBC ວ່າ ທ່ານຈະ​ຂໍ​ອະ​ໄພ ​ຕໍ່​ທ່ານ​ນາງ Ivanka Trump ລູກ​ສາວ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ແລະທີ່​ປຶກ​ສາ​ທ່ານ​ນຶ່ງ​ຂອງ​ທ່ານ​ທ​ຣຳ ຜູ້​ຊຶ່ງ​ທ່ານ​ຈະ​ໄດ້​ພົບ​ປະ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG