ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສ​ຫລ ສາ​ມາດ​ບັນ​ລຸ ຂໍ້​ຕົ​ກ​ລົງ ກັບ​ກຸ່ມ​ຕາ​ລີ​ບານ ພາຍ​ໃນ​ເດືອນ​ກັນ​ຍາ ໄດ້ຫຼື​ບໍ່?


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ຫລ ທ່ານ​ໄມ​ຄ໌ ພອມ​ພຽວ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່​າວ ຢູ່​ສະ​ຖານ​ທູດ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 25 ມິ​ຖຸ​ນາ 2019.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ຫລ ທ່ານ​ໄມ​ຄ໌ ພອມ​ພຽວ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່​າວ ຢູ່​ສະ​ຖານ​ທູດ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 25 ມິ​ຖຸ​ນາ 2019.

ໃນ​ຂະ​ນະ​ທີ່​ສະ​ຫະ​ລັດ​ແນ​ໃສ່​ການ​ຕົກ​ລົງ​ທີ່​ອາດ​ມີ​ຂຶ້ນ​ກັບ​ພວກ​ກະ​ບົດ​ຕາ​ລີ​ບານ​ໃນ​ອັ​ຟ​ກາ​ນິ​ສ​ຖານ ພາຍ​ໃນ​ເດືອນ​ກັນ​ຍາ ​ທີ່​ຈະ​ມາ​ເຖິງນີ້ ແຕ່​ພວກ​ນັກ​ວິ​ເຄາະ ແລະ​ເຈົ້າ​ໜ້າ​ທີ່​ອັ​ຟ​ກາ​ນິ​ສ​ຖານ ຍັງ​ມີ​ຄວາມ​ສົງ​ໄສ​ບໍ່​ແນ່​ໃຈ​ຢູ່​ວ່າ ຂໍ້​ຕົກ​ລົງ​ຮອບ​ດ້ານ​ດັ່ງ​ກ່າວ​ຈະ​ສາ​ມາດ​ບັນ​ລຸ​ກັນ​ໄດ້ໃນ​ເມື່ອ​ວ່າ​ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ​ຍັງບໍ່​ທັນ​ເລີ້​ທ​ການ​ເຈ​ລະ​ຈາ​ໂດຍ​ກົງ​ກັບ​ກຸ່ມ​ຕາ​ລີ​ບານ​ເທື່ອ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກ່າວ​ໃນ​ເດືອນ​ແລ້ວນີ້​ ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ອັ​ຟ​ກາ​ນິ​ສ​ຖານ ແລະ​ຂົງ​ເຂ​ດ​ດັ່ງ​ກ່າວ​ໂດຍເວົ້າ​ວ່າ ສະ​ຫະ​ລັດ​ຫວັງ​ວ່າ​ຈະ​ບັນ​ລຸ​ຂໍ້​ຕົ​ກ​ລົງ​ສັນ​ຕິ​ພາບ​ໃນ​ອັ​ຟ​ກາ​ນິ​ສ​ຖານ​ກ່ອນວັນ​ທີ 1 ກັນ​ຍາ​ຈະ​ມາ​ເຖິງນີ້.

ທ່ານ​ພອມ​ພຽວ​ກ່າວ​ຕໍ່​ພວກ​ນັກ​ຂ່​າວ​ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ​ວ່າ “ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຈະ​ບັນ​ລຸ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ ກ່ອນ​ວັນ​ທີ 1 ກັນ​ຍາ ນັ້ນ​ຄື​ການ​ປະ​ຕິ​ບັດ​ງານຂອງ​ພວກ​ເຮົາ​ໄດ້​ຕັ້ງ​ເປົ້າ​ໝາຍ​ເອົາ​ໄວ້.”

ທ່ານ​ພອມ​ພ​ຽວ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ໄດ້​ມີ​ຄວາມ​ກ້າວ​ໜ້າ​ຢ່າງ​ແທ້​ຈິງ ແລະ​ເກືອບ​ສາ​ມາດ​ສະ​ຫຼຸບ​ກັນ​ໄດ້​ແລ້ວກ່ຽວ​ກັບ​ຮ່າງ​ເອກ​ກະ​ສານທີ່​ເວົ້າ​ເຖິງ​ຄວາມໝັ້ນ​ໝາຍ​ຂອງ​ກຸ່ມ​ຕາ​ລີ​ບານທີ່​ຈະ​ເຂົ້າ​ຮ່ວມ​ກັບ​ປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສ​ຖານເພື່ອຄ້ຳ​ປະ​ກັນ​ວ່າ ດິນ​ແດນ​ອັ​ຟ​ກາ​ນິ​ສ​ຖານ​ຈະ​ບໍ່​ຖືກ​ນຳ​ໃຊ້​ອີກ​ໃຫ້​ເປັນ​ບ່ອນ​ຫຼົບ​ລີ້ຂອງ​ພວກ​ກໍ່​ກາ​ນ​ຮ້າຍ.”

ແຕ່​ພວກ​ນັກ​ຊ່ຽວ​ຊານ​ບາງ​ຄົນ ​ກ່າວ​ວ່​າ ຄວາມ​ຄາດ​ໝາຍ​ທີ່​ຈະ​ບັນ​ລຸ​ຂໍ້​ຕົກ​ລົງ​ຮອບ​ດ້ານ​ພາຍ​ໃນ​ເດືອນ​ກັນ​ຍານັ້ນ ແມ່ນ “ບໍ່​ສົມ​ເຫດ​ສົມ​ຜົນ.”

ທ່ານ​ໄມ​ເກີ ກູ​ແກວ​ແມນ ຮອງ​ຜູ້​ອຳ​ນວຍ​ການ ໂຄງ​ການ​ເຂດ​ເອ​ເຊຍ​ ຂອງ​ສູນກາງ​ວິ​ລ​ສັນ ທີ່​ຕັ້ງ​ຢູ່​ໃນ​ສະ​ຫະ​ລັດ ກ່າວ​ວ່າ “ມັນ​ບໍ່​ສົມ​ເຫດ​ສົມ​ຜົນ​ແທ້ໆ ທີ່​ຈະເວົ້າ​ວ່າ​ຢ່າງ​ໜ້ອຍ ທີ່​ຈະ​ຄິດ​ວ່າ​ມັນ​ອາດ​ຈະ​ມີ​ການ​ບັນ​ລຸ​ຂໍ້​ຕົກ​ລົງຮອບ​ດ້ານພາຍ ​ໃນ​ວັນ​ທີ 1 ກັນ​ຍານີ້.”

ທ່ານກູ​ແກວ​ແມນ ກ່າວ​ຕື່ມ​ວ່າ “ເພື່ອ​ຈະ​ໄດ້​ຂໍ້​ຕົກ​ລົງ​ໂດຍ​ເຕັມ ມັນ​ຈະ​ຕ້ອງ​ພົວພັນ​ນຳ​ການ​ຢຸດ​ຍິງ ແລະ​ການ​ຕົກ​ລົງ​ທາງ​ດ້ານ​ການ​ເມືອງ? ທ່ານ​ແມ່ນ​ຕ້ອງ​ໄດ້ຮັບ​ຄວາມ​ມະ​ຫັດ​ສະ​ຈັນ​ນ້ອຍທີ່​ຈະ​ໄດ້​ຮັບ​ສິ່ງ​ທັງ​ໝົດ​ນີ້ພາຍ​ໃນ​ວັນ​ທີ 1 ກັນ​ຍາ.”

ແຕ່​ແນວ​ໃດ​ກໍ​ຕາມ ທ່ານກູ​ແກວ​ແມນ​ກໍ​ໄດ້​ເວົ້າ​ວ່າ ການ​ຕົກ​ລົງ​ກັນ​ສາ​ມາດ​ບັນ​ລຸກັນ​ໄດ້​ກັບ​ກຸ່ມ​ຕາ​ລີ​ບານ ກ່ຽວ​ກັບ​ການ​ຖອນກຳ​ລັງ​ທະ​ຫານ​ອາ​ເມ​ຣິ​ກັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG