ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຢ່າ​ຮ້າງ ຂອງ​ຜູ້​ກໍ່​ຕັ້ງ ​ບໍ​ລິ​ສັດ​ອາ​ມາ​ຊອນ ທ່ານ Jeff Bezos


ຜູ້​ກໍ່​ຕັ້ງ​ບໍ​ລິ​ສັດ​ອາ​ມາ​ຊອນ ທ່ານ Jeff Bezos ແລະ​ພັນ​ລະ​ຍາ ທ່ານ​ນາງ MacKenzie Bezos ເຂົ້າ​ຮ່ວມ​ງານ​ສັງ​ສັນ Vanity Fair ​ທີ່ Beverly Hills, ​ລັດ ຄາ​ລີ​ຟໍ​​ເນຍ, 26 ກຸ​ມພາ 2017, ​ຫຼັງ​ຈາກ​ພິ​ທີ​ມອບ​ລາງວັນ Academy Awards ຄັ້ງ​ທີ 89.
ຜູ້​ກໍ່​ຕັ້ງ​ບໍ​ລິ​ສັດ​ອາ​ມາ​ຊອນ ທ່ານ Jeff Bezos ແລະ​ພັນ​ລະ​ຍາ ທ່ານ​ນາງ MacKenzie Bezos ເຂົ້າ​ຮ່ວມ​ງານ​ສັງ​ສັນ Vanity Fair ​ທີ່ Beverly Hills, ​ລັດ ຄາ​ລີ​ຟໍ​​ເນຍ, 26 ກຸ​ມພາ 2017, ​ຫຼັງ​ຈາກ​ພິ​ທີ​ມອບ​ລາງວັນ Academy Awards ຄັ້ງ​ທີ 89.

ຜູ້​ພິ​ພາກ​ສາ​ສານ ທ່ານ​ນຶ່ງ ໄດ້​ສະ​ຫຼຸບ​ຜົນ​ການ​ຢ່າ​ຮ້າງ​ຂອງ​ຜູ້​ກໍ່​ຕັ້ງ​ບໍ​ລິ​ສັດ​ອາ​ມາ​ຊອນ ທ່ານ Jeff Bezos ແລະ​ພັນ​ລະ​ຍາ ທ່ານນາງ MacKenzie.

ພາຍ​ໃຕ້​ຂໍ້​ຕົກ​ລົງ​ການ​ຢ່າ​ຮ້າງດັ່ງທີ່​ໄດ້​ລາຍ​ງານໂດຍ​ອົງ​ການ​ຂ່າວ Bloomberg ​ທ່ານ​ນາງ MacKenzie Bezos ຈະ​ໄດ້​ຮັບ​ 4 ເປີ​ເຊັນ​ຂອງ​ຮຸ້ນອາ​ມາ​ຊອນ ໃນ​ມູນ​ຄ່າ 38 ພັນ 3 ຮ້​ອຍລ້ານ​ໂດ​ລາ ພຽງ​ພໍ​ທີ່​ຈະ​ຈັດ​ໃຫ້​ທ່ານ​ນາງ ເຂົ້າ​ຢູ່​ໃນ​ລະ​ດັບ​ທີ 22 ຂອງ​ລາຍ​ຊື່​ດັ​ດ​ຊະນີ​ມະ​ຫາ​ເສດ​ຖີ Bloomberg. ທ່ານ Jeff Bezos ຍັງ​ຈະ​ສືບ​ຕໍ່​ໄດ້​ຮັບ 12 ເປີ​ເຊັນ ຂອງ​ຮຸ້ນ​ຕະ​ຫຼາດ​ຍັກ​ໃຫຍ່​ຂາຍ​ຍ່ອຍ ທີ່​ມີ​ມູນຄ່າ 114 ພັນ 8 ຮ້ອຍ​ລ້ານ​ໂດ​ລາ ຊຶ່ງຍັງສາ​ມາດເຮັດ​ໃຫ້​ທ່ານ​ສືບ​ຕໍ່​ຄອງ​ອັນ​ດັບ​ທີ 1 ຂອງ​ມະ​ຫາ​ເສດ​ຖີ​ ທີ່​ຮັ່ງ​ມີ​ທີ່​ສຸດ​ໃນ​ໂລກ​ນັ້ນ.

ທ່ານ​ນາງ MacKenzie ໄດ້​ກ່າວວ່າ ທ່ານ​ນາງ​ຈະ​ໃຫ້​ອະ​ດີດ​ສາ​ມີ​ຄວບ​ຄຸມ​ການ​ລົງ​ຄະ​ແນນ​ສຽງ​ຂອງ​ຮຸ້ນ​ອາ​ມາ​ຊອນ ແລະ​ມອບຊັບ​ສິນ​ຂອງ​ທ່ານ​ນາງ ​ໃຫ້​ທ່ານ ໃນ​ໜັງ​ສື​ພິມ The Washington Post ແລະບໍ​ລິ​ສັດ​ສຳ​ຫຼວດ​ອະ​ວະ​ກາດ​ Blue Origin. ທ່ານ​ນາງ​ຍັງ​ໄດ້​ປະ​ຕິ​ຍານ​ຕົນ​ ໃນ​ຕົ້ນ​ປີ​ນີ້ວ່າ ຈະ​ມອບ​ຊັບ​ສິນ ​ເຄິ່ງ​ນຶ່ງ​ຂອງ​ທ່ານ​ນາງ​ ໃຫ້​ແກ່​ອົງ​ການ​ການ​ກຸ​ສົນ.

ຄອບ​ຄົວ Bezos ຊຶ່ງໄດ້​ແຕ່ງ​ງານ ​ມາ​ໄດ້ 25 ປີ​ແລ້ວ ໄດ້​ປະ​ກາດ​ການ​ຢ່າ​ຮ້າງ ໃນ​ເດືອນ ​ມັງ​ກອນ ​ຜ່ານ​ມາ​ນີ້. ພວກ​ເພິ່ນ​ແມ່ນ​ມີ​ລູກ​ນຳ​ກັນ 4 ຄົນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG