ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອົງ​ການ​ເນ​ໂຕ ກ່າວ​ວ່າ ບໍ່​​ມີ​ຄວາມ​ກ້າວ​ໜ້າ ໃນ​ການ​ເຈ​ລະ​ຈາ ກ່ຽວ​ກັບ ສົນ​ທິ​ສັນ​ຍາ INF ​ກັບ ຣັດ​ເຊຍ


ທ່ານ ເຈັນ​ສ ສ​ໂຕ​ລ​ເທັນ​ເບີ​ຣ໌ກ ກ່າວຕໍ່​ກອງ​ປະ​ຊຸມ​ສື່ ໃນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃນ​ວໍ​ຊີງ​ຕັນ, 4 ເມ​ສາ 2019.
ທ່ານ ເຈັນ​ສ ສ​ໂຕ​ລ​ເທັນ​ເບີ​ຣ໌ກ ກ່າວຕໍ່​ກອງ​ປະ​ຊຸມ​ສື່ ໃນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃນ​ວໍ​ຊີງ​ຕັນ, 4 ເມ​ສາ 2019.

ອົງ​ການ​ເນ​ໂຕ ແລະ​ຣັດ​ເຊຍ ບໍ່​ໄດ້​ມີ​ຄວາມ​ກ້າວ​ໜ້າໃດໆ ​ກ່ຽວ​ກັບ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ກຳ​ລັງນິວ​ເຄ​ລຍລະ​ດັບ​ປານ​ກາງ ຫຼື (INF) ​ໃນການ​ເຈ​ລະ​ຈາ​ຢູ່​ສຳ​ນັກ ງານ​ໃຫຍ່​ຂອງປະ​ເທດ​ພັນ​ທະ​ມິດ​ ອີງ​ຕາມຄຳ​ເວົ້າ​ຂອງ​ເລ​ຂາ​ທິ​ການ​ໃຫຍ່ ​ອົງ​ການ​ເນ​ໂຕ ໄດ້​ກ່າວ​ໄວ້.

​ໃນ​ການ​ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວ ໃນວັນ​ສຸກວານ​ນີ້ ທີ່​ນະ​ຄອນ Brussels ຫຼັງ​ຈາກກອງ​ປະ​ຊຸມ ​ຂອງ​ສະ​ພາ​ອົງ​ການ​ເນ​ໂຕ ກັບ ​ຣັດ​ເຊຍ​ແລ້ວ, ​ທ່ານ ເຈັນ​ສ ສ​ໂຕ​ລ​ເທັນ​ເບີ​ຣ໌ກ ໄດ້ກ່າວ​ວ່າ “ພວກ​ເຮົາ​ແມ່ນ​ບໍ່​ໄດ້​ເຫັນ​ສັນ​ຍານ​ໃດໆເລີຍ ທີ່​ວ່າ​ຣັດ​ເຊຍ ຈະ​ເຕັມ​ໃຈ ທີ່​ຈະ​ກັບ​ມາ​ປະ​ຕິ​ບັດ​ຕາມສົນ​ທິ​ສັນ​ຍາ INF.”

​ທ່ານສ​ໂຕ​ລ​ເທັ​ນ​ເບີ​ຣ໌ກ ໄດ້​ກ່າວ​ວ່າ ໂອ​ກາດ​ຂອງ​ການ​ທີ່​ຈະ​ຕົກ​ລົງ​ກັນ​ໄດ້ກ່ຽວກັບ​ສົນ​ທິ​ສັນ​ຍາ​ສະ​ໄໝສົງ​ຄາມ​ເຢັນ ທີ່​ສຳ​ຄັນ​ນີ້ ແມ່ນ “ຫຼຸດ​ຕ່ຳ​ລົງ ນັບ​ມື້” ແຕ່​ວ່າ​ອົງ​ການ​ເນ​ໂຕ​ແມ່ນ​ຍັງບໍ່​ໄດ້​ປະ​ລະ​ຄວາມ​ພະ​ຍາ​ຍາມ ທີ່​ຈະ​ຊັກ​ຊວນ​ໃຫ້​ມົ​ສ​ກູ ທຳ​ລາຍລູກ​ສອນ​ໄຟນຳ​ວິ​ຖີ SSC-8 ​ທີ່​ຍິງ​ຈາກ​ພາກ​ພື້ນ​ດິນ ​ໃນ​ລັດ​ສະ​ໝີ 500 ເຖິງ 5,500 ກິ​ໂລ​ແມັດນັ້ນເສຍ.

ມົ​ສ​ກູ ກ່າວ​ວ່າ ຕົນໄດ້ປະ​ຕິ​ບັດ​ຕາມ​ສົນ​ທິ​ສັນ​ຍາ INF ໂດຍ​ເຕັມ ຊຶ່ງ​ໄດ້​ເຈ​ລະ​ຈາໂດຍ​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ Ronald Reagan ​ກັບຜູ້​ນຳ​ສະ​ຫະ​ພາບໂ​ຊ​ຫວຽດ ທ່ານ Mikhail Gorbachev ຊຶ່ງ​ໄດ້​ລົບ​ລ້າງລູກ​ສອນ​ໄຟ​ ຂີ​ປະ​ນາ​ວຸດໄລ​ຍະ​ປານ​ກາງ ຂອງ​ປະ​ເທດ​ທັງ​ສອງນັ້ນ.

ສະ​ຫະລັດ ແມ່ນ​ວາງ​ແຜນ​ທີ່​ຈະ​ຖອນ​ຕົວ​ອອກ​ຈາກສົນ​ທິ​ສັນ​ຍາ​ດັ່ງ​ກ່າວ ໃນ​ວັນ​ທີ 2 ສິ​ງຫານີ້ໂດຍ​ໂຕ້​ແຍ້ງວ່າ ຕົນ​ຈຳ​ເປັນ​ທີ່ຈະພັດ​ທະ​ນາຫົວ​ລະ​ເບີດ​ນິວ​ເຄ​ລຍ ຂອງ​ຕົນ​ເພື່ອຈະ​ສະ​ກັດ​ກັ້ນມົ​ສ​ກູ ຫຼັງ​ຈາກ​ການ​ຕັດ​ສິນ​ໃຈ ​ໃນນາ​ທີ​ສຸດ​ທ້າຍຂອງ​ຣັດ​ເຊຍ ທີ່​ຈະ​ບໍ່​ທຳ​ລາຍລູກ​ສອນ​ໄຟລະ​ດັບ​ປານ​ກາງ​ຊະ​ນິດ​ໃໝ່​ຂອງ​ຕົນ ທີ່​ທາງ​ອົງ​ການ​ເນ​ໂຕ ກ່າວ​ວ່າ ລະ​ເມີດ​ຕໍ່​ຂໍ້ສົນ​ທິ​ສັນ​ຍາ INF ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG