ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະ​ຊ​ວງ​ຍຸ​ຕິ​ທຳ ສ​ຫລ ກຳ​ລັງ​ເຮັດ​ວຽກ ເພື່ອ​ຕື່ມ​ຄຳ​ຖາມ ກ່ຽວ​ກັບ​ເລື້ອງ​ສັນ​ຊາດ ເຂົ້າ​ໃສ່ ການ​ສຳ​ຫຼວດ ສຳ​ມະ​ໂນ​ຄົວ


ໝາກ​ປູມ​ເປົ້າ ທີ່​ພວກ​ເຄື່ອນ​ໄຫວ​ປະ​ຊາ​ຄົມ ແລະ​ຜູ້​ນຳ​ລັດ​ຖະ​ບານ​ທ້ອງ​ຖິ່ນ ສະ​ຫຼອງ​ນຶ່ງ​ປີ ກ່ອນ​ການ​ສ​ຳ​ຫຼວ​ດ​ປະ​ຊາ​ກອນ ໃນ​ປີ 2020 ເລີ້ມ​ຂຶ້ນ.
ໝາກ​ປູມ​ເປົ້າ ທີ່​ພວກ​ເຄື່ອນ​ໄຫວ​ປະ​ຊາ​ຄົມ ແລະ​ຜູ້​ນຳ​ລັດ​ຖະ​ບານ​ທ້ອງ​ຖິ່ນ ສະ​ຫຼອງ​ນຶ່ງ​ປີ ກ່ອນ​ການ​ສ​ຳ​ຫຼວ​ດ​ປະ​ຊາ​ກອນ ໃນ​ປີ 2020 ເລີ້ມ​ຂຶ້ນ.

ພວກ​ທະ​ນາຍ​ຄວາມ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ ໄດ້​ໃຫ້​ການ​ຢືນ​ຢັນ​ໃນ​ວັນ​ສຸກວານນີ້​ຕໍ່​ຜູ້​ພິ​ພາກ​ສາ​ຂອງ​ລັດ​ຖະ​ບານ​ກາງວ່າ ພວກ​ເຂົາ​ເຈົ້າ​ພວມ​ເຮັດ​ວຽກ​ທີ່​ຈະຕື່ມ​ຄຳ​ຖາມ ​ກ່ຽວ​ກັບເລື້ອງ​ສັນ​ຊາດ​ເຂົ້າໃສ່ການ​ສຳ​ຫລວດ​ສຳ​ມະ​ໂນ​ຄົວ​ສະ​ຫະລັດ​ໃນປີ 2020 ທັງໆ​ທີ່​ພວກ​ເຂົາ​ເຈົ້າ​ບໍ່​ສາ​ມາດ​ໃຫ້​ເຫັນ​ຜົນ​ທີ່​ເປັນ​ທາງ​ເລືອກ​ຕໍ່ການ​ຕື່ມ​ຄຳ​ຖາມ​ດັ່ງ​ກ່າວຊຶ່ງ​ເປັນ​ຂໍ້​ບັງ​ຄັບ​ທີ່​ໄດ້​ຕັ້ງ​ໄວ້​ໃນ​ອາ​ທິດ​ແລ້ວນີ້​ໂດຍ​ສານສູງ​ສຸດນັ້ນ.

ໃນ​ການ​ຍື່ນ​ສຳ​ນວນ​ຕໍ່​ສານ​ລັດ​ຖະ​ບານ​ກາງ ​ທີ່​ລັດ​ແມ​ຣີ​ແລນນັ້ນ ພວກ​ທະ​ນາຍ​ຄວາມ​ຂ​ອງ​ກະ​ຊວງ​ຍຸ​ຕິ​ທຳ ກ່າວ​ວ່າ ພວກ​ເຂົາ​ເຈົ້າ “ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ກວດ​ກາເບິ່ງວ່າ ມີ​ທາງ​ເປັນ​ໄປ​ໄດ້​ຫຼື​ບໍ່ ທີ່​ສອດ​ຄ່ອງ​ກັບ​ການ​ຕັດ​ສິນ​ຂອງ​ສານ​ສູງ​ສຸດ​ ທີ່ຈະ​ອະ​ນຸ​ຍາດ​ໃຫ້ຮວມ​ເອົາ​ຄຳ​ຖາມ ​ກ່ຽວ​ກັບ​ເລື້ອງ​ສັນ​ຊາດ​ເຂົ້າ​ໃນ​ການ​ສຳ​ຫຼວດ​ສຳ​ມະ​ໂນ​ຄົວ.”

ກ່ອນ​ຈະ​ມີ​ການ​ຍື່ນ​ສຳ​ນວນ ​ໂດຍ​ກະ​ຊວງ​ຍຸ​ຕິ​ທຳ​ນັ້ນ ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ ທ່ານ​ພວມ​ພິ​ຈາ​ລະ​ນາ​ທີ່​ຈະ​ອອກ​ດຳ​ລັດ ເພື່ອ​ໃຫ້ຕື່ມ​ຄຳ​ຖາມ​ເລື້ອງ​ສັນ​ຊາດ​ເຂົ້າ​ໃນ​ການ​ສຳ​ຫຼວດ​ສຳ​ມະ​ໂນ​ຄົວ.

ທ່ານ​ທ​ຣຳກ່າວ​ຕໍ່​ພວກ​ນັກ​ຂ່າວ​ຢູ່ນອກ​ທຳ​ນຽບ​ຂາວ ໃນ​ວັນ​ສຸກວານນີ້​ວ່າ “ພວກເຮົາ​ກຳ​ລັງ​ເຮັດ​ວຽກ​ໃນ​ຫຼາຍໆ​ດ້ານຮວມ​ທັງ​ດຳ​ລັດ​ຂອງ​ຝ່າຍ​ບໍ​ລິ​ຫານ.” ນອກນັ້ນ ປະ​ທາ​ນາ​ທິ​ບໍ​ດີ ​ຍັງ​ໄດ້​ເປີດກວ້າງສຳ​ລັບ​ທາງ​ເລືອກ ທີ່​ຈະ​ຕື່ມ​ຄຳ​ຖາມ​ເລື້ອງ​ສັນ​ຊາດໃສ່ຕາມ​ພາຍ​ຫຼັງ​. ການ​ຮວມ​ເອົາ​ຄຳ​ຖາມ​ດັ່ງ​ກ່າວ​ ເຂົ້າ​ໃສ່​ການ​ສຳ​ຫຼວດ​ສຳ​ມະ​ໂນ​ຄົວ​ນັ້ນ ແມ່ນ​ໄດ້​ຮັບ​ການ​ທ້າ​ທາຍ​ບົນ​ພື້ນ​ຖານ​ທີ່​ວ່າ ມັນ​ອາດ​ຈະ​ພາ​ໃຫ້​ມີ​ການ​ນັບ​ພວກ​ຊົນ​ກຸ່ມ​ນ້ອຍ ຢູ່​ໃນ​ການ​ສຳ​ຫຼວດນັ້ນ ບໍ່​ທົ່ວ​ເຖິງ.

ປະ​ທາ​ນາ​ທິ​ບໍ​ດີ​ກ່າວ​ວ່າ “ພວກ​ເຮົາ​ສາ​ມາດ​ພິມ​ແບບ​ຟອມ ​ໃນ​ເວ​ລານີ້ ແລະ​ສາ​ມາດ​ເພີ້ມຄຳ​ຖາມ​ດັ່ງ​ກ່າວ​ຫຼັງ​ຈາກ​ພວກ​ເຮົາ​ໄດ້​ຮັບ​ການ​ຕັດ​ສິນ​ໃນ​ທາງບວກ.”

ທ່ານ​ທ​ຣຳ​ຍັງ​ບອກ​ພວກ​ນັກ​ຂ່າວ​ວ່າ ທ່ານ​ຍັງ​ມີ “ສີ່ ຫຼື ຫ້າ” ວິ​ທີ​ສຳ​ລັບ​ລັດ​ຖະບານ​ທີ່​ຈະ​ເພີ້ມ​ຄຳ​ຖາມ​ກ່ຽວ​ກັບ​ເລື້ອງ​ສັນ​ຊາດ​ເຂົ້າ​ໃສ່​ການ​ສຳ​ຫຼວດສຳ​ມະ​ໂນ​ຄົວ.

ແຕ່​ແນວ​ໃດ​ກໍ​ຕາມ ຢູ່​ທີ່​ສານນັ້ນ ກະ​ຊວງ​ຍຸ​ຕິ​ທຳ​ໂຕ້​ແຍ້ງວ່າ ກະ​ຊວງ​ການ​ຄ້າ​ຍັງ​ບໍ່​ທັນ​ໄດ້​ຕັດ​ສິນ​ໃຈ​ເທື່ອ​ກ່ຽວ​ກັບ​ເຫດ​ຜົນ​ໃນ​ການ​ເພີ້ມ​ຄຳ​ຖາມ​ເລື້ອງ​ສັນ​ຊາດ​ສຳ​ລັບ​ການ​ສຳ​ຫຼວດສຳ​ມະ​ໂນ​ຄົວ.

ສຳ​ນວນ​ທີ່​ຍື່ນ​ໄປ​ນັ້ນ ກ່າວ​ວ່າ “ໃນ​ກໍ​ລະ​ທີ​ທີ່​ກະ​ຊວງ​ການ​ຄ້າ​ຮັບ​ເອົາ​ເຫດ​ຜົນ​ໃໝ່ທີ່​ຈະ​ຮວ​ມ​ເອົາ​ຄຳ​ຖາມ​ກ່ຽວ​ກັບ​ເລື້ອງ​ສັນ​ຊາດ ເຂົ້າ​ໃນ​ການ​ສຳ​ຫຼວດ​ສຳ​ມະ​ໂນ​ຄົວປີ 2020 ຊຶ່ງ​ເປັນ​ການ​ສອດ​ຄ່ອງ​ກັບ​ການ​ຕັດ​ສິນ​ຂອງ​ສານ​ສູງ​ສຸດ ລັດ​ຖະ​ບານຈະ​ແຈ້ງ​ໃຫ້​ສານ​ຊາບ ​ໃນ​ທັນ​ທີວ່າ ຕົນ​ສາ​ມາດ​ລົງ​ຄວາມ​ເຫັນ​ໄດ້​ຫຼື​ບໍ່ ​ວ່າ​ມັນ​ມີ​ຄວາມ​ຈຳ​ເປັນ​ທີ່​ຈຳ​ດຳ​ເນີນ​ການ​ຕໍ່​ໄປ​ຫຼືໄດ້​ຮັບ​ການ​ບັນ​ເທົາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG