ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ​ລິ​ສັດ​ຖ່ານ​ຫີນ ອີກ​ບໍ​ລິ​ສັດ​ນຶ່ງ ລົ້ມ​ລະ​ລາຍ ອາດ​ເຮັດ​ໃຫ້ ພວກ​ຄົນ​ງານ 1700 ຄົນ ​ບໍ່​ມີ​ວຽກ​ເຮັດ


ຮູບ​ທໍ່​ຄວັນ ຂອງ​ໂຮງ​ໄຟ​ຟ້າ​ແຮ​ຣິ​ສັນ ທີ່​ເມືອງ​ເຮ​ວູດ ລັດ​ແວັ​ສ​ທ໌ ເວີ​ຈີ​ເນຍ ເມື່ອ​ວັນ​ທີ 6 ພຶດ​ສະ​ພາ 2019.
ຮູບ​ທໍ່​ຄວັນ ຂອງ​ໂຮງ​ໄຟ​ຟ້າ​ແຮ​ຣິ​ສັນ ທີ່​ເມືອງ​ເຮ​ວູດ ລັດ​ແວັ​ສ​ທ໌ ເວີ​ຈີ​ເນຍ ເມື່ອ​ວັນ​ທີ 6 ພຶດ​ສະ​ພາ 2019.

ອຸດ​ສາ​ຫະ​ກຳ​ຖ່ານ​ຫີນ​ຂອງ​ສະ​ຫະ​ລັດ​ໄດ້​ຕົກ​ຕ່ຳ​ລົງ​ຕື່ມ​ອີກ​ໃນ​ອາ​ທິດນີ້ ​ຂະ​ນະ​ທີ່​ບໍ​ລິ​ສັດ​ຖ່ານ​ຫີນ​ໃຫຍ່​ສຸດ​ອັນ​ດັບ 6 ຂອງ​ປະ​ເທດ​ໄດ້​ປະ​ກາດ​ລົ້ມ​ລະ​ລ​າຍ.

ເຖິງ​ແມ່ນ​ວ່າ ​ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ເອົາ​ມາດ​ຕະ​ການ​ທີ່​ແນ​ໃສ່​ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນຖ່ານ​ຫີນ​ກໍ​ຕາມ ແຕ່ບໍ​ລິ​ສັດ​ຖ່ານ​ຫີນທີ່​ໃຫຍ່​ທີ່​ສຸດ 6 ​ບໍ​ລິ​ສັດ ຂອງ​ຈຳ​ນວນ​ທັງ​ໝົດ 10 ບໍ​ລິ​ສັດ ໄດ້​ປ​ະ​ກາດ​ລົ້ມ​ລະລາຍ​ນັບ​ແຕ່​ປີ 2014 ເປັນ​ຕົ້ນ​ມາ.

ການ​ຍື່ນ​ລົ້ມ​ລະ​ລາຍ​ຂອງ​ບໍ​ລິ​ສັດ Blackjewel LLC ມີ​ຂຶ້ນ​ບໍ່​ເທົ່າ​ໃດ​ອາ​ທິດ​ຫຼັງຈາກ​ບໍ​ລິ​ສັດ Cloud Peak Energy ຊຶ່ງ​ບໍ​ລິ​ສັດ​ຜະ​ລິດ​ຖ່ານ​ຫີນ​ໃຫຍ່​ສຸດ​ອັນດັ​ບ​ສາມ​ຂອງ​ປະ​ເທດ ໄດ້​ປະ​ກາດ​ລົ້ມ​ລະ​ລາຍ.

ອຸດ​ສາ​ຫະ​ກຳ​ຖ່ານ​ຫີນ​ໄດ້​ປະ​ສົບ​ກັບ​ບັນ​ຫາ​ເພີ້ມ​ຂຶ້ນ​ໃນ​ຂະ​ນະ​ທີ່​ບໍ​ລິ​ສັດ​ຜະ​ລິດ​ໄຟ​ຟ້າ​ໄດ້​ຢຸດ​ເຊົາ​ການ​ໃຊ້​ຖ່ານ​ຫີນ ແລະ​ຫັນ​ໄປ​ໃຊ້​ແກັ​ສ​ທຳ​ມະ​ຊາດ​ທີ່​ສະ​ອາດພ້ອມທັງ​ຖືກ​ກ່ອນ ແລະ​ພະ​ລັງ​ງານ​ທາງ​ເລືອກ​ອື່ນ.

ມັນ​ເປັນ​ຂ່າວ​ດີ ​ສຳ​ລັບ​ດິນ​ຟ້າ​ອາ​ກາດແລະ​ສາ​ທາ​ລະ​ນະ​ສຸກ. ການ​ເຜົາ​ໄໝ້​ຖ່ານ​ຫີນພາ​ໃຫ້​ມີ​ການ​ປ່ອຍ​ແກັ​ສ​ເຮືອນ​ແກ້ວ​ແລະ​ມົນ​ລະ​ພິດ​ອື່ນໆ ຫຼາຍກວ່າ​ເຊື້ອ​ໄຟ​ອື່ນ​ໃດ​ທັງ​ໝົດ.

ແຕ່​ທ່າ​ອຽງ​ດັ່ງ​ກ່າວ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ​ໃຫ້​ແກ່​ອຸດ​ສາ​ຫະ​ກຳ​ຖ່ານ​ຫີນ​ແລະ​ພວກ​ຄົນ​ງານ​ຂອງ​ທາງ​ບໍ​ລິ​ສັດ.

ບໍ​ລິ​ສັດ Blackjewel ເປັນ​ສາ​ຂາ​ຂ​ອງ​ບໍ​ລິ​ສັດ Revelation Energy ມີ​ພະ​ນັກ​ງານ​ປະ​ມານ 1,700 ຄົນ​ຢູ່​ໃນ 4 ລັດ ຮວມ​ທັງ​ເຄັນ​ຕັກ​ກີ້ ເວີ​ຈີ​ເນຍ ແວັ​ສ​ທ໌ ​ເວີຈີ​ເນຍ ແລະ​ໄວ​ໂອ​ມິງ ອີງ​ຕາມ​ສຳ​ນວນ​ຟ້ອງ​ທີ່​ໄດ້​ຍື່ນ​ໄປ​ນັ້ນ.

ໃນ​ການ​ຍື່ນ​ລົ້ມ​ລະ​ລາຍນັ້ນ ບໍ​ລິ​ສັດ Blackjewel ​ໄດ້​ຖິ້ມ​ໂທດ​ໃສ່ “ການ​ປະ​ສົມ​ປະ​ສານ ​ໃນ​ຄວາມ​ຫຼາກ​ຫຼາຍ ລາ​ຄາ​ຖືກແລະ​ເຊື່ອ​ຖື​ໄດ້ຂອງເຊື້ອ​ໄຟ​ທາງ​ເລືອກ ​ທີ່​ມາ​ໃນ​ຮູບ​ຂອງ​ແກັ​ສ​ທຳ​ມະ​ຊາດ ການ​ໃຊ້​ແຫຼ່ງ​ພະ​ລັງ​ງານ​ທາງ​ເລືອກ​ຫຼາຍ​ຂຶ້ນ” ບວກ​ໃສ່​ກັບ​ກົດ​ລະ​ບຽບ ​ທີ່​ເຄັ່ງ​ຄັດ​ຫຼາຍ​ຂຶ້ນ ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ສຳ​ລັບ​ການ​ເຊື່ອມ​ຖອຍ​ໃນ​ການ​ໃຊ້​ຖ່ານ​ຫີນ.

ການ​ໃຊ້​ຖ່ານ​ຫີນ​ເວ​ລານີ້ ແມ່ນ​ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ ໃນ​ຮອບ 4 ທົດ​ສະ​ວັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG