ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ນັກ​ເຄື່ອນ​ໄຫວ ເພື່ອປະ​ຊາ​ທິ​ປະ​ໄຕ ຖື​ກຕີຈົນ​ອາບ​ເລືອດ ​​ໃນ​ການ​ໂຈມ​ຕີ​ ທີ່ບໍ່​ໄດ້​ຮັບການ​ແກ້​ໄຂ ຢູ່​ໃນ​ໄທ


ພວກ​ເດີນ​ຂະ​ບວນ​ປະ​ທ້ວງ ພາ​ກັນເອົາ​ຮູບ​ຂອງ​ນັກ​ເຄື່ອນ​ໄຫວ ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ, ທ່ານ ສີ​ຣະ​ວິດ ເສ​ຣີທິ​ວັດ ບັງ​ໜ້າ​ໄວ້ ໃນ​ລະ​ຫວ່າງການ​ປະ​ທ້ວງ​ຢູ່​ສຳ​ນັກ​ງານ​ໃຫຍ່​ຂອງ​ຕຳ​ຫລວດ​ໃນ​ນະ​ຄອນ​ຫລວງ​ບາງກອກ ຂອງ​ໄທ​ໃນ​ວັນ​ທີ 3 ກໍ​ລະ​ກົດ, 2019
ພວກ​ເດີນ​ຂະ​ບວນ​ປະ​ທ້ວງ ພາ​ກັນເອົາ​ຮູບ​ຂອງ​ນັກ​ເຄື່ອນ​ໄຫວ ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ, ທ່ານ ສີ​ຣະ​ວິດ ເສ​ຣີທິ​ວັດ ບັງ​ໜ້າ​ໄວ້ ໃນ​ລະ​ຫວ່າງການ​ປະ​ທ້ວງ​ຢູ່​ສຳ​ນັກ​ງານ​ໃຫຍ່​ຂອງ​ຕຳ​ຫລວດ​ໃນ​ນະ​ຄອນ​ຫລວງ​ບາງກອກ ຂອງ​ໄທ​ໃນ​ວັນ​ທີ 3 ກໍ​ລະ​ກົດ, 2019

ເຫລັກ​ທໍ່​ນ້ຳຫລາຍ​ອັນ ທີ່​ຂວ້າງມາ​ຢ່າງວ່ອງ​ໄວ ແລະ​ແຮງຈາກພວກ​ຜູ້​ຊາຍທີ່ໃສ່​ໝວກ ​ກັນ​ກະ​ທົບ​ມີອັນ​ບັງ​ໜ້າ​ ມາ​ຫາ​ລາວ, ຕາມ​ທີ່ອະນຸ​ຣັກ ຈິນ​ຕະ​ວາ​ນິດ (Anurak Jeantawanich) ຈຳໄດ້.

ນັກ​ເຄື່ອນ​ໄຫວ​ທີ່​ສະ​ໜັບ​ສະ​ໜຸນ​ປະ​ຊາ​ທິ​ປະ​ໄຕຄົນ​ນີ້ຫາກໍ່​ອອກ​ຈາກ​ເຮືອນ​ຂອງ​ລາວ ຢູ່​ທາງ​ທິດ​ໃຕ້​ຂອງ​ບາງກອກ​ໄປ ໃນ​ຕອນ​ເຊົ້າ​ຂອງວັນ​ທີ 25 ພຶດ​ສະ​ພາ ເພື່ອຈະ​ໄປ​ນຳ​ພາ​ການ​ປະ​ທ້ວງ ​ຕ້ານ​ການ​ສໍ້​ໂກງ​ໃນ​ການ​ເລືອກ​ຕັ້ງ​ທີ່​ຢູ່​ໃນ​ການ ກ່າວ​ຫາ ທີ່​ຈັດ​ຂັ້ນໃນ​ສອງ​ເດືອນ​ກ່ອນ​ໜ້ານັ້ນ ຕອນ​ທີ່​ພວກ​ຜູ້​ຊາຍ​ ພາ​ກັນຕຳ​ລົດຈັກ​ຂອງ​ລາວທາງ​ຫລັງ​ຢູ່​ກາງ​ຖະ​ໜົນ​ທີ່​ມີ​ຜູ້​ຄົນ​ເດີນ​ທາງ​ຢ່າງ​ຄັບ​ຄາ​ໜາ​ແໜ້ນ ແລະ​ຊົກຕ່ອຍ​ລາວ​ໃຫ້​ລົ້ມ​ລົງ​ກັບ​ພື້ນ.

ທ່ານອະນຸ​ຣັກ ເວົ້າ​ວ່າ ລົດ​ຈັກ​ອີກ​ຄັນ​ນຶ່ງ​ໄດ້ຕຳ​ລາວ​ເປັນ​ຄັ້ງ​ທີ​ສອງພາຍ​ຫລັງ​ທີ່​ລາວ​ພະ​ຍາ​ຍາມ​ຢືນ​ຂຶ້ນຢ່າງ​ເຊ​ຊັດ​ເຊ​ຊວນ, ຫລັງ​ຈາກນນັ້ນ ກໍ​ຕຳລາວ​ອີກເປັນ​ຄັ້ງ​ທີ​ສາມ ເມື່ອ​ລາວ​ລຸກ​ຂຶ້ນ​ມາ​ໄດ້​ອີກ.

ລາວ​ເວົ້າ​ວ່າ "ຫລັງ​ຈາກນັ້ນ​, ຂ້ອຍ​ຄິດ​ວ່າ ລົດ​ຈັກ​ທັງ 4 ຄັນຢູ່ໃນ​ນັ້ນ ແມ່ນ​ພະ
ຍາ​ຍາມ​ແລ່ນ​ເຂົ້າ​ມາ​ຕຳ​ລາວ ແລະ​ພວກ​ເຂົາ​ກໍພະ​ຍາ​ຍາມ​ຕຳ​ຂ້ອຍ, ຕຳ​ຂ້ອຍຊ້ຳ​ແລ້ວຊ້ຳ​ອີກ.” ລາວ​ເວົ້າ​ຕໍ່​ໄປ​ວ່າ "ພວກ​ເຂົາ​ພະ​ຍາ​ຍາມຕຳຫົວຂ້ອຍຫຼາຍໆຄັ້ງ."

ກ້ອງວົງ​ຈອນ​ປິດໄດ້​ບັນ​ທຶກ​ເອົາ​ພາບ​ການ​ໂຈມ​ຕີ​ດັ່ງ​ກ່າວຢູ່​ໄກໆ, ພາບບັນ​ທຶກ ນັ້ນ​ ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ແກັ່ງ​ດັ່ງ​ກ່າວ​ພາ​ກັນ​ໂດດ​ຂຶ້ນຂີ່​ລົດ​ຈັກ​ຂອງ​ພວກ​ເຂົາຄືນ ແລະ​ກໍ​ເລັ່ງ​ລົດ​ອອກ​ໄປໃນ​ທັນ​ທີ​ທັນ​ໃດ​ທີ່​ລົດ​ນັ້ນ​ມາ​ຮອດ ຊຶ່ງ​ປ່ອຍ​ໃຫ້​ທ້າວອະ​ນຸ​ຣັກ ທີ່​ຖືກ​ບາດ​ເຈັບ​ຢ່າງບອບ​ຊ້ຳ ແລະ​ອາບ​ເລືອດນອນ​ຢູ່​ຫັ້ນ.

ມັນ​ເປັນ​ການ​ໂຈມ​ຕີ​ຢ່າງ​ຮຸນ​ແຮງ​ຄັ້ງ​ທີ 7ແລະ​ເປັນ​ຄັ້ງ​ທີ 2 ສຳ​ລັບ​ທ້າວ​ອະ​ນຸ​ຣັກເອງ ທີ່​ມີຕໍ່​ພວກຕຳ​ໜິ​ລັດ​ຖະ​ບານ​ທະ​ຫານທີ່ຍຶດ​ອຳ​ນາດ​ໃນ​ປີ 2014 ນັບ​ແຕ່​ມີການ​ເລືອກ​ຕັ້ງ​ໃນ​ວັນ​ທີ 24 ມີ​ນາຜ່ານ​ມາ ທີ່​ໃນ​ທີ່ສຸດ​ກໍໄດ້​ເອົາ​ທ່ານປະ​ຢຸດ ຈັນ​ໂອ​ຊາ, ຜູ້​ນຳ​ພາ​ການ​ລັດ​ຖະ​ປະ​ຫານ​ໃນ​ຄັ້ງ​ນັ້ນ ຂຶ້ນມາ​ກຳ​ຕຳ​ແໜ່ງ​ອີກນັ້ນ ເປັນ​ຕົ້ນ​ມາ, ອີງ​ຕາມ​ພວກ​ທະ​ນາຍ​ຄວາມ​ດ້ານ​ສິດ​ທິ​ມະ​ນຸດ​ໄທ. ການ​ໂຈມ​ຕີນັ້ນ ​ແມ່ນ​ມີຫລາຍເທົ່າກັນ​ກັບ​ຈຳ​ນວນ ທີ່​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ ​ໄດ້​ບັນ​ທຶກ​ໄວ້ຢູ່​ໃນໄລ​ຍະ 12 ເດືອນ ​ກ່ອນ​ການ​ເລືອກຕັ້ງຄັ້ງ​ນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG