ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ທ​ຣຳ ສະ​ເໜີ "ການ​ສະ​ແດງ​ໃນ​ຊົ່ວ​ຊີ​ວິດ" ເພື່ອ​ສະ​ຫຼອງ ວັນ​ເອກ​ກະ​ລາດ ສ​ຫລ


​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ແລະ​ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ​ມາ​ເລ​ເນຍ ທ​ຣຳ ໄປ​ຮ່ວມ​ການ​ສະ​ຫຼອງ ວັນ​ເອກ​ກະ​ລາດ ຕໍ່​ໜ້າ​ອະ​ນຸ​ສາ​ວະ​ລີ​ລິນ​ຄອນ. (4 ກໍ​ລະ​ກົດ 2019)
​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ແລະ​ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ​ມາ​ເລ​ເນຍ ທ​ຣຳ ໄປ​ຮ່ວມ​ການ​ສະ​ຫຼອງ ວັນ​ເອກ​ກະ​ລາດ ຕໍ່​ໜ້າ​ອະ​ນຸ​ສາ​ວະ​ລີ​ລິນ​ຄອນ. (4 ກໍ​ລະ​ກົດ 2019)

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ​ໃນ​ຕອນ​ແລງວັນ​ພະ​ຫັດ​ວານນີ້ ໄດ້​ເປັນ​ເຈົ້າ​ພາບ ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ “ການ​ສະ​ແດງໃນ​ຊົ່ວ​ຊີ​ວິດ” ​ເພື່ອ​ສະເຫຼີມ​ສະ​ຫຼອງວັນ​ເອກ​ກະ​ລາດ​ຂອງ​ສະ​ຫະ​ລັດ.

ໃນ​ຂະ​ນະ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ຊຶ່ງ​ຕາມ​ທຳ​ນຽມ​ແລ້ວ ແມ່ນ​ຈະ​ພັກ​ຜ່ອນແລະ​ເບິ່ງ​ການ​ສະ​ເຫຼີມ​ສະ​ຫຼອງ​ເອກ​ກະ​ລາດຕາມ​ແບບ​ສະ​ບັບ​ທີ່​ເຄີຍ​ປະ​ຕິ​ບັດ​ກັນ​ມາ ແຕ່​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳໄດ້​ເປັນ​ຜູ້​ກຳ​ກັບ​ໂດຍ​ກົງ ໃນ​ການ​ສະ​ເຫຼີມ​ສະ​ຫຼອງດັ່ງ​ກ່າວ. ທ່ານ​ໄດ້​ນຳ​ສ​ະ​ເໜີ​ການ​ບິນ​ຜ່ານ ໂດຍ​ເຮືອ​ບິນ​ລົບ​ອາຍ​ພົ່ນ​ ຂອງ​ທະ​ຫານ ການ​ສະ​ແດງ​ຄອນ​ເສີດຂອງວົງ​ດົນ​ຕີ​ຕ່າງໆ​ກ່ຽວ​ກັບ​ເພງ​ຮັກ​ຊາດ ການ​ສະ​ແດງ​ລົດ​ຖັງ ແລະ​ການ​ກ່າວ​ຄຳ​ປາ​ໄສ​ທີ່​ຍືດ​ຍາວ ຢູ່​ທີ່ອະ​ນຸ​ສາ​ວະ​ລີ​ລິນ​ຄອນ ໂດຍເນັ້ນ​ຢ້ຳ​ໃຫ້​ເຫັນ​ ເຖິງ​ປະ​ຫວັ​ດ​ສາດ 243 ປິ​ ຂອງ​ອາ​ເມ​ຣິ​ກາ ທັງໆ​ທີ່​ອາ​ກາດ​ກໍ່​ບໍ່ຄ່ອຍ
ເປັນ​ໃຈ ແລະ​ອາດ​ເກີດ​ຝົນ​ຕົກ​ຟ້າ​ຄະ​ນອງ.

ທ່ານ​ເອີ້ນ​ປະ​ຫວັດ​ສາດ​ຂອງ​ສະ​ຫະ​ລັດ​ວ່າ “​ເປັນ​ເລື້ອງ​ລາວ​ຂອງ​ປະ​ເທດ​ທີ່​ຍິ່ງ​ໃຫຍ່​ສຳ​ລັບ​ປະ​ຊາ​ຊົນ​ທີ່​ສ່ຽງ​ທຸກ​ສິ່ງ​ທຸ​ກ​ຢ່າງ ຕໍ່​ອັນ​ທີ່​ພວກ​ເຂົາ​ເຈົ້າ​ຮູ້​ວ່​າເປັນ​ສິ່ງ ​ທີ່​ຖືກ​ຕ້ອງ ແລະ​ອັນ​ທີ່​ພວກ​ເຂົາ​ເຈົ້າ​ຮູ້​ວ່າເປັນ​ຄວາມ​ຈິງ.”

ມີ​ຄວາມ​ຢ້ານ​ກົວ​ກັນ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ຈະ​ຫັນ​ເອົາການ​ສະ​ເຫຼີມ​ສະ​ຫຼອງ​ວັນ​ເອກ​ກະ​ລາດ​ຂອງປະ​ເທດ ໃຫ້​ກາຍ​ເປັນ​ພິ​ທີ​ທາງ​ການ​ເມື​ອງ ໂດຍ​ເວົ້າ​ເຖິງ​ໃນ​ອັນ​ທີ່​ທ່ານ​ຮູ້​ສຶກວ່າເປັນ​ຄວາມ​ສຳ​ເລັດ​ໃນ​ການ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ.

ແຕ່​ປາ​ກົດ​ວ່າ​ ທ່ານ​ບໍ່​ໄດ້​ກ່າວ​ເຖິງ​ການ​ເມືອງ ການ​ເລືອກ​ຕັ້ງ​ໃນ​ປີ​ໜ້າ ຫຼື​ຜູ້​ສະ​ໝັກ​ຂອງ​ພັກ​ເດ​ໂມ​ແຄ​ຣັດຊາວກວ່າ​ຄົນທີ່​ພວມ​ພະ​ຍາ​ຍາມ​ຫາ​ທາງ​ສະ​ກັດ​ກັ້ນບໍ່​ໃຫ້​ທ່ານ ​ໄດ້​ເຂົ້າ​ຮັບ​ຕຳ​ແໜ່ງ​ເປັນ​ສະ​ໄໝ​ທີ​ສອງ. ແຕ່​ແທນ​ທີ່​ຈະ​ເປັນ​ຈັ່ງ​ຊັ້ນທ່ານ​ທ​ຣຳ​ກັບ​ຫຼີກ​ລ່ຽງ ບໍ່​ເວົ້າ​ເຖິງ​ການ​ແຕກ​ແຍກ​ ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ​ ແລະ​ໄດ້​ເວົ້າ​ເຖິງ​ແຕ່​ເລື້ອງ ​ທີ່​ຈະ​ສາ​ມັກ​ຄີ​ເຕົ້າ​ໂຮມ​ພວກ​ເຂົາ​ເຈົ້າ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ວ່າ “ໃນ​ຂະ​ນະ​ທີ່​ພວກ​ເຮົາ​ເຕົ້າ​ໂຮມ​ກັນ​ໃນ​ຕອນ​ແລງມື້ນີ້ ດ້ວຍ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ຂອງ​ອິດ​ສະ​ຫຼະ​ພາບ ພວກ​ເຮົາ​ຍັງ​ຈົດ​ຈຳ​ໃນສິ່ງ​ທີ່​ພວກ​ເຮົາ​ມີ​ຮ່ວມ​ກັນໃນ​ການ​ມີ​ມູນ​ເຊື້ອ​ທີ່​ພິ​ເສດ​ແທ້ໆ. ຮ່ວມ​ກັນ​ແລ້ວ ພວກເຮົາ​ແມ່ນ​ນຶ່ງ​ໃນ​ເລື້ອງ​ລາວ​ທີ່​ເຄີຍບອກ​ເລົ່າ​ກັນ​ມາ. ຊາວ​ອາ​ເມ​ຣິ​ກັນ​ຮັກ​ຫອມ​ໃນອິ​ດ​ສະ​ຫຼະ​ພາບ​ຂອງ​ພວກ​ເຮົາ ແລະ​ກໍ​ບໍ່​ມີ​ຜູ້​ໃດຈະສາ​ມາດ​ເອົາ​ຈາກ​ພວກ​ເຮົາ​ໄປໄດ້... ປະ​ເທດ​ຊາດ​ຂອງ​ພວກ​ເຮົາ​ແມ່ນ​ເຂັ້ມ​ແຂງ​ໃນ​ທຸກມື້ນີ້ ກວ່າ​ທີ່​ເຄີຍ​ເປັນ​ມາໃນ​ອະ​ດີດ.”

ນອກນັ້ນ ທ່ານ​ທ​ຣຳ​ຍັງ​ໄດ້​ສະ​ແດງ​ຄວາມ​ຄຳ​ນັບ​ເປັນ​ພິ​ເສດ​ຕໍ່​ທຸກ​ເຫຼົ່າຂອງກອງ​ທັບ​ສະ​ຫະ​ລັດ ແລະ​ຮ້ອງ​ຂໍ​ໃຫ້​ພວກ​ໜຸ່ມ​ນ້ອຍ​ຊາວ​ອາ​ເມ​ຣິ​ກັນ ພິ​ຈາ​ລະ​ນາ​ເອົາການ​ຮັບ​ໃຊ້​ຊາດ​ໃນ​ກອງ​ທັບ​ເປັນ​ອາ​ຊີບ​ຂອງ​ພວກ​ເຂົາ​ເຈົ້າ.

ແຕ່​ຫຼາຍໆ​ຄົນ​ອາ​ໄສ​ຢູ່​ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ​ມີ​ຄວາມ​ໂກດ​ແຄ້ນ ທີ່​ທຳ​ນຽບ​ຫ້າ​ແຈ​ແລະ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ສະ​ຫງົບ​ໄດ້​ໃຊ້​ສະ​ໜາມ​ຫຼວງ​ແຫ່ງ​ຊາດ ຊຶ່ງ​ເປັນ​ບ່ອນ​ທີ່​ປະ​ຊາ​ຊົນເຄີຍ​ໃຊ້​ກັນ​ມາ​ເພື່ອ​ສະ​ເຫຼີມ​ສະ​ຫຼອງນັ້ນ.

ສ່ວນ​ອີກ​ຈຳ​ນວນ​ນຶ່ງ​ໂກດ​ແຄ້ນກໍ​ຍ້ອນ​ທຳ​ນຽບ​ຂາວໄດ້​ມອບ​ບັດ​ເຂົ້າ​ຊົມ​ການ​ກ່າວ​ຄຳ​ປາ​ໄສ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໃຫ້​ແກ່​ແຕ່​ພວກ​ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ທີ່​ຈົງ​ຮັກ​ພັກ​ດີ​ຕໍ່​ທ່ານ​ທ​ຣຳ​ເທົ່າ​ນັ້ນ.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG