ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາ​ກິ​ສ​ຖານ ກ່າວ​ວ່າ ການ​ພົບ​ປະ ລະ​ຫວ່າງ ​ທ. ທ​ຣຳ ແລະ ​​ທ. ຄານ ຈະ​ມີ​ຂຶ້ນໃນ​ວັນ​ທີ 22 ກໍ​ລະ​ກົດ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານ ທ່ານ​ອິມ​ຣານ ຄານ
ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານ ທ່ານ​ອິມ​ຣານ ຄານ

ປາ​ກິ​ສ​ຖານ​ໄດ້​ປະ​ກາດ​ໃນ​ວັນ​ພະ​ຫັດ​ວານນີ້ວ່າ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ອິມ​ຣານ ຄານ ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ນະ​ຄອນ​ຫຼວງ​ວໍ​ຊິງ​ຕັນ ເພື່ອ​ເຈ​ລະ​ຈາ​ຫາ​ລື​ກັບປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໃນ​ວັນ​ທີ 22 ກໍ​ລະ​ກົດ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ປາ​ກິ​ສ​ຖານ ທ່ານ​ໂມ​ຮຳ​ເໝັດ ໄຟ​ຊາ​ລ ກ່າວ​ວ່າ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄານ ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ໃນ​ຄັ້ງ​ນີ້ ຕາມ​ການ​ເຊື້ອເຊີນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ.

ທ່ານ​ໄຟ​ຊາ​ລ ກ່າວ​ໃນລະ​ຫວ່າງກອ​ງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ສັບ​ປະ​ດາ​ຂອງທ່ານ ທີ່​ນະ​ຄອນ​ອິ​ສ​ລາ​ມາ​ບັດ​ວ່າ “ຫົວ​ຂໍ້​ຂອງ​ການ​ປະ​ຊຸມ ​ກຳ​ລັງ​ໂອ້​ລົມ​ກັນ​ຢູ່ໂດຍ​ຜ່ານ​ຊ່ອງ​ທາງ​ ທາງ​ດ້ານ​ການ​ທູດ. ຈຸດ​ເພັ່ງ​ເລັງ​ ແມ່ນ​ຈະ​ແນ​ໃສ່​ການ​ເລີ້ມ​ຕົ້ນໃໝ່​ໃນ​ສາຍ​ພົວ​ພັນ​ສອງ​ຝ່າຍ.”

ລັດ​ຖະ​ບານ​ທ່ານ​ທ​ຣຳ ຍັງ​ບໍ່​ທັນ​ໄດ້​ປະ​ກາດ ​ຢ່າງ​ເປັນ​ທາງ​ການ​ເທື່ອ ກ່ຽວ​ກັບ​ການ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ດັ່ງ​ກ່າວ.

ພວກ​ເຈົ້າ​ໜ້າ​ທີ່​ແລະ​ນັກ​ວິ​ເຄາະ ທີ່​ນະ​ຄອນ​ຫຼວງ​ອິ​ສ​ລາ​ມາ​ບັດກ່າວ​ວ່າ ຕົນ​ຫວັງວ່າ​ການ​ພົບ​ປະ​ເທື່ອ​ທຳ​ອິດ​ລະ​ຫວ່າງ​ຜູ້​ນຳ​ທັງ​ສອງອາດ​ໝາຍ​ເຖິງ​ການ​ປ່ຽນ​ແປງໃນຄວາມ​ສຳ​ພັນ​ສອງ​ຝ່າຍ​ທີ່​ມັກ​ມີ​ການ​ກ່າວ​ຫາ​ຊຶ່ງ​ກັນ​ແລະ​ກັນ ເຖິງ​ແມ່ນ​ໄດ້​ມີການມອງ​ກັນ​ຢ່າງກວ້າງ​ຂວາງວ່າ ການ​ເຈ​ລະ​ຈາ​ຫາ​ລື​ດັ່ງ​ກ່າວ​ ຈະ​ເພັ່ງ​ເລັງ​ໃສ່ຄວາມ​ພະ​ຍາ​ຍາມ​ໃນ​ການ​ສ້າງ​ສັນ​ຕິ​ພາບ​ຢູ່​ອັ​ຟ​ກາ​ນິ​ສ​ຖານ​ກໍ​ຕາມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG