ແຜ່ນດິນໄຫວ ທີ່ມີຄວາມແຮງ 6.4 ໄດ້ສັ່ນສະເທືອນ ພາກໃຕ້ລັດຄາລິຟໍເນຍ ໃນຕອນເຊົ້າວັນພະຫັດວານນີ້ ຊຶ່ງເຮັດໃຫ້ຄົນທີ່ອາໄສຢູ່ໃນເຂດນັ້ນຕື່ນຕົກໃຈ ແລະເຮັດໃຫ້ເກີດໄຟໄໝ້ ຢູ່ຫລາຍແຫ່ງ ແລະມີຄົນບາດເຈັບເລັກນ້ອຍ ຢູ່ໃນເມືອງຣີສແຄຣັສທ໌ (Ridgecrest), ຊຶ່ງຕັ້ງຢູ່ຫ່າງຈາກນະຄອນລອສແອນເຈີລິສ (Los Angeles) ໄປທາງທິດເໜືອ 180 ກິໂລແມັດ. ແຜ່ນດິນໄຫວໃນລະດັບຄ່ອຍໆທີ່ເກີດຂຶ້ນຕາມພາຍຫລັງກໍຍັງສືບຕໍ່ເຮັດໃຫ້ຂົງເຂດນັ້ນ ສັ່ນສະເທືອນຢູ່.
ຫລາຍພັນຄົນທີ່ຢູ່ໃກ້ເຂດໃຈກາງຂອງແຜ່ນດິນໄຫວນັ້ນ ບໍ່ມີໄຟຟ້າໃຊ້ພາຍຫລັງທີ່ໄດ້ເກີດແຜ່ນດິນໄຫວໃນເວລາ 10:33 ໂມງເຊົ້າ ຕາມເວລາໃນທ້ອງຖິ່ນແລະ ເຮືອນຫລັງນຶ່ງແມ່ນໄດ້ຖືກໄຟໄໝ້ໄປສ່ວນໃດສ່ວນນຶ່ງ.
ຫົວໜ້າຫ້ອງການດັບເພີງ ຂອງເຄີນຄາວຕີ (Kern), ທ່ານ ເດວິດ ວິດທ໌ (David Witt) ກ່າວຕໍ່ພວກນັກຂ່າວວ່າ “ພວກເຮົາມີຄົນບາດເຈັບຫລາຍຄົນ". ທ່ານກ່າວຕໍ່ໄປວ່າ "ພວກເຮົາມີເຮືອນສອງຫລັງຖືກໄຟໄໝ້, ພວກເຮົາມີສວນຜັກນ້ອຍຫລາຍບ່ອນ ຖືກໄຟໄໝ້, ສາຍໄຟຂາດ, ອາຍແກັສຮົ່ວ, ມີຜົນເສຍຫາຍຕ່າງໆ ຕາມມາຫລັງຈາກເກີດແຜ່ນດິນໄຫວ ຂະໜາດໃຫຍ່ຄັ້ງນີ້ແລ້ວ.”
ພວກຄົນເຈັບໄດ້ຖືກຍົກຍ້າຍອອກຈາກໂຮງໝໍຢູ່ໃນທ້ອງຖິ່ນ ແຕ່ວ່າ ຫ້ອງສຸກເສີນຂອງໂຮງໝໍນັ້ນຍັງເປີດໄວ້ເພື່ອຮັບຄົນເຈັບຢູ່.
ພວກນັກຄົ້ນຄວ້າກ່ຽວກັບແຜ່ນດິນໄຫວເວົ້າວ່າ ຈຸດເລີ້ມຕົ້ນຂອງແຜ່ນດິນແຕກ ອອກ ແມ່ນເກີດຢູ່ໃນລະດັບເລິກ 9 ກິໂລແມັດໃຕ້ພື້ນດິນ ຊຶ່ງໄດ້ເຮັດໃຫ້ຜົນກະທົບຂອງມັນຂະຫຍາຍອອກໄປ.
ມີແຜ່ນດິນໄຫວລະດັບຄ່ອຍກວ່ານັ້ນ ເກີດຂຶ້ນຫລາຍກວ່າ 100 ຄັ້ງ ທີ່ໄດ້ເຮັດໃຫ້ຂົງເຂດດັ່ງກ່າວສັ່ນສະເທືອນ ນັບແຕ່ມີການສັ່ນສະເທືອນຂອງແຜ່ນດິນໄຫວຄັ້ງທຳອິດເປັນຕົ້ນມາ. ພວກນັກຊ່ຽວຊານເວົ້າວ່າ ມີທ່າທີວ່າ ຈະມີແຜ່ນດິນໄຫວເກີດຂຶ້ນອີກ.
"ມີຄວາມເປັນໄປໄດ້ໃນສັດສ່ວນ 1-ໃນ-20 ທີ່ວ່າຂົງເຂດນີ້ ອາດຈະມີແຜ່ນດິນໄຫວ ທີ່ໃຫຍ່ກວ່ານີ້ອີກເກີດຂຶ້ນໃນສອງ ສາມມື້ ຂ້າງໜ້ານີ້,” ນັ້ນຄືຄຳເວົ້າຂອງ ທ່ານນາງ ລູຊີ ໂຈນສ໌ (Lucy Jones), ນັກຄົ້ນຄວ້າທີ່ຊ່ຽວຊານດ້ານແຜ່ນດິນໄຫວ ຂອງຫ້ອງການສຳຫລວດ ດ້ານທໍລະນີສາດ ຢູ່ໃນເມືອງ ແພສຊາເດນາ (Pasadena) ຂອງລັດຄາລິເນຍ.
ປະທານາທິບໍດີ ດໍໂນລ ທຣຳ ໃນຕອນໃກ້ຈະໄປຮ່ວມງານສະເຫລີມສະຫລອງ ວັນເອກະລາດ, ວັນທີ 4 ກໍລະກົດ ຢູ່ໃນນະຄອນວໍຊິງຕັນນັ້ນ ໄດ້ຂຽນລົງ ໃນທວີດເຕີວ່າ ສະພາບການໃນລັດຄາລິຟໍເນຍ ແມ່ນຢູ່ພາຍໃຕ້ການຄວບຄຸມໄດ້ຢູ່.