ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອ​ພວກ​ຍົກ​ຍ້າຍ​ຖິ່ນ​ຖານ ​ຫຼົ້ມຢູ່ນອກ​ຝັ່ງ​ຕູ​ນີ​ເຊຍ ເຮັດ​ໃຫ້ 83 ຄົນ ເສຍ​ຊີ​ວິດ


ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ຈາກ​ອາ​ຟ​ຣິ​ກາ​ຄົນ​ນຶ່ງ ທີ່​ແ​ຫຼ່ງ​ຂ່າວ​ລັດ​ຖະ​ບານ​ແຈ້ງວ່າ ຖືກ​ຊ່ວຍ​ຊີ​ວິດ ຈາກ​ເຮືອ​ທີ່​ຫຼົ້ມ ຢູ່​ທະ​ເລ​ເມ​ດີ​ແຕ​ເຣ​ນຽນ ເມື່ອ​ວັນ​ທີ 4 ກໍ​ລະ​ກົດ 2019.
ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ຈາກ​ອາ​ຟ​ຣິ​ກາ​ຄົນ​ນຶ່ງ ທີ່​ແ​ຫຼ່ງ​ຂ່າວ​ລັດ​ຖະ​ບານ​ແຈ້ງວ່າ ຖືກ​ຊ່ວຍ​ຊີ​ວິດ ຈາກ​ເຮືອ​ທີ່​ຫຼົ້ມ ຢູ່​ທະ​ເລ​ເມ​ດີ​ແຕ​ເຣ​ນຽນ ເມື່ອ​ວັນ​ທີ 4 ກໍ​ລະ​ກົດ 2019.

ພວກ​ຍົກ​ຍ້າຍ​ຖິ່ນ​ຖານ​ຊາວ​ອາ​ຟ​ຣິ​ກາ 83 ຄົນ ໄດ້​ຈົມ​ນ້ຳ​ຕາຍ ແລະ​ມີ​ແຕ່ 3 ຄົນ​ເທົ່າ​ນັ້ນ ລອດ​ຊີ​ວິດ​ມາ​ໄດ້ ເວ​ລາ​ເຮືອ​ເຂົາ​ເຈົ້າ​ຫຼົ້ມເມື່ອ​ສອງມື້​ກ່ອນ ຢູ່ນອກແຄມ​ຝັ່ງ​ຂອງ​ປະ​ເທດ​ຕູ​ນີ​ເຊຍ ອີງ​ຕາມ​ລາຍ​ງານ​ຂອງ​ໜ່ວຍ​ຍາມ​ຝັ່ງ.

ເຮືອ​ລຳ​ດັ່ງ​ກ່າວ​ໄດ້​ຫຼົ້ມ​ຢູ່​ທະ​ເລ​ເມ​ດີ​ແຕ​ເຣ​ນຽນ​ເມື່ອ​ສອງມື້​ກ່ອນ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ລຸນ​ຫຼັງເລີ້ມ​ອອກ​ເດີນ​ທາງ​ຈາກ​ເມືອງ​ທ່າ​ຊູ​ວາ​ຣາ ໃນປະ​ເທດ​ລີ​ເບຍ.

ຊາວ​ປະ​ມົງ​ໄດ້​ພົບ 4 ຄົນ​ລອຍ​ຢູ່​ກັບ​ແຜ່ນ​ໄມ້​ສອງ​ທ່ອນແລະ​ກໍ​ໄດ້​ແຈ້ງໃຫ້​ເຈົ້າ​ໜ້າ​ທີ່​ຕູ​ນີ​ເຊຍ​ຊາບ. ນຶ່ງ​ໃນ​ຜູ້​ທີ່​ລອດ​ຊີ​ວິດ ໄດ້​ຕາຍ​ໃນ​ເວ​ລາ​ຕໍ່​ມາ ຢູ່​ທີ່​ໂຮງ​ໝໍ. ອົງ​ການ​ກາ​ແດງ​ກ່າວ​ວ່າ ເຮືອ​ລຳ​ດັ່ງ​ກ່າວ​ບັນ​ທຸກ​ຜູ້​ຄົນ​ຫຼາຍ​ເກີນ​ໄປ.

ນຶ່ງ​ໃນ​ຜູ້​ທີ່​ລອດ​ຊີ​ວິດ​ມາ​ໄດ້​ກ່າວ​ວ່າ ນ້ຳ​ໄດ້​ເລີ້ມ​ໄຫຼ​ເຂົ້າ​ເຮືອ ໃນ​ຂະ​ນະ​ທີ່​ພວກຍົກ​ຍ້າຍ​ຖິ່ນ​ຖານ​ຍັງ​ຫຼຽວ​ເຫັນ​ແສງ​ໄຟ​ຈາກ​ແຄມ​ຝັ່ງ​ຢູ່. ໂທ​ລະ​ສັບ​ຂໍ​ການ​ຊ່ວຍເຫຼືອ​ສຸກ​ເສີນ ບໍ່​ໄດ້​ຮັບ​ການ​ເອົາ​ຫົວ​ຊາ ຍ້ອນ​ຜູ້​ໂທ​ລະ​ສັບ​ໄປ​ນັ້ນບໍ່​ສາ​ມາດ​ແຈ້ງໃຫ້​ພວກ​ກູ້​ໄພ​ລີ​ເບຍ​ຮູ້​ວ່າ ​ເຮືອ​ເຂົາ​ເຈົ້າ​ຢູ່​ບ່ອນ​ໃດ​ແທ້.

ຜູ້​ລອດ​ຊີ​ວິດ​ຄົນ​ນີ້​ແລະ​ອີກ 3 ຄົນ ​ໄດ້​ລອຍຢູ່ໃນ​ນ້ຳ ​ເປັນ​ເວ​ລາ 2 ມື້ ກ່ອນ​ທີ່​ຊາວ​ປະ​ມົງ​ມາ​ພໍ້​ເຂົາ​ເຈົ້າ.

ເຮືອ​ລຳ​ນີ້​ໄດ້​ຫຼົ້ມ​ໃນ​ມື້​ດຽວ​ກັນ​ກັບ​ທີ່​ມີ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຕໍ່​ສູນ​ຂອງ​ພວກ​ຍົກ​ຍ້າຍ​ຖິ່ນ​ຖານ ຢູ່ນອກ​ນະ​ຄອນ​ຫຼວງ​ຕ​ຣີ​ໂປ​ລີ ທີ່​ເຮັດ​ໃຫ້ບໍ່​ຕ່ຳ​ກວ່າ 44 ຄົນ​ເສຍ​ຊີ​ວິດ.

ເຈົ້າ​ໜ້າ​ທີ່​ລີ​ເບຍ​ໄດ້​ປະ​ຕິ​ເສດ​ຢ່າງ​ແຂງ​ຂັນ​ຕໍ່​ລາຍ​ງານ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ວ່າ ໜ່ວຍ​ຍາມ​ຝັ່ງ​ລີ​ເບຍ​ໄດ້​ຍິງ​ປືນ​ໃສ່​ພວກ​ຍົກ​ຍ້າຍ​ຖິ່ນ​ຖານ ເວ​ລາ​ພວກ​ເຂົາ​ເຈົ້າ​ພະ​ຍາ​ຍາມ​ທີ່​ຈະ​ລອຍ​ໜີ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ບັນ​ດາ​ກຸ່ມ​ປົກ​ປ້ອງ​ສິ​ດ​ທິ​ມະ​ນຸດ ໄດ້​ປະ​ນາມ​ການ​ປະ​ຕິ​ບັດ​ຕໍ່​ພວກ​ຍົກ​ຍ້າຍ​ຖິ່ນ​ຖານ​ ຊຶ່ງ​ສ່ວນ​ໃຫຍ່​ເປັນ​ຊາວ​ອາ​ຟ​ຣິ​ກາທີ່​ພະ​ຍາ​ຍາມຫຼົບ​ໜີ​ຄວາມ​ທຸກ​ຍາກ​ແລະ​ຄວາມ​ຮຸນ​ແຮງ ຈາກ​ປະ​ເທດ​ລີ​ເບຍ​ໄປ​ສູ່​ຢູ​ໂຣບ.

ຫຼາຍໆ​ຄົນ​ທີ່​ໄດ້​ຮັບ​ການຊ່ວຍ​ເຫຼືອ​ໃນ​ທະ​ເລ ​ຖືກ​ສົ່ງ​ກັບ​ຄືນ​ໄປ​ຍັງ​ລີ​ເບຍແລະ​ໃຫ້ໄປ​ຢູ່​ຕາມ​ສູນ​ຄຸມ​ຂັງ​ຕ່າງໆ​ທີ່​ທຸກ​ຍາກນັ້ນ. ເຮືອ​ກູ້​ໄພ​ເອກ​ກະ​ຊົນ ທີ່​ປະ​ຕິ​ບັດ​ງານໂດຍ​ອົງ​ການ​ການ​ກຸ​ສົນ​ຕ່າງໆ ໄດ້​ຖືກ​ພົບ​ເຫັນ​ວ່າ ເມືອງ​ທ່າ​ຫຼາຍ​ແຫ່ງ​ໃນ​ຢູ​ໂຣບບໍ່​ຍິນ​ດີ​ຕ້ອນ​ຮັບ​ເຂົາ​ເຈົ້າ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG