ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່ ​ປ້ອງ​ກັນ​ປະ​ເທດ ສ​ຫລ ເຂົ້າ​ຮ່ວມງານ "​ເຄົາ​ລົບຕໍ່​ອາ​ເມ​ຣິ​ກາ" ຫລື Salute to America' ໃນ​​ບຸນ​ວັນເອ​ກະ​ລາດ ຂອງ​ຊາດ


ລົດ​ຫຸ້ມ​ເກາະ Bradley Fighting ທີ່​ໃຊ້​ໃນ​ສະ​ໜາມ​ລົບ ໄດ້​ເຄື່ອນເຂົ້າ​ມາ​ຈອດ​ໄວ້ຢູ່​ຕໍ່​ໜ້າ​ອະ​ນຸ​ສອນ​ສະ​ຖານລິງ​ຄອນ ເພື່ອສະ​ເຫລີມ​ສະ​ຫລອງບຸນ​ວັນ​ທີ 4 ກໍ​ລະ​ກົດ ເພື່ອເນັ້​ນ​ໃຫ້​ເຫັນແສນຍານຸພາບ​ຂອງກອງ​ທັບ​ສະ​ຫະ​ລັດ (ພາບ​ຖ່າຍ​ໃນວັນ​ທີ 3 ກໍ​ລະ​ກົດ, 2019)
ລົດ​ຫຸ້ມ​ເກາະ Bradley Fighting ທີ່​ໃຊ້​ໃນ​ສະ​ໜາມ​ລົບ ໄດ້​ເຄື່ອນເຂົ້າ​ມາ​ຈອດ​ໄວ້ຢູ່​ຕໍ່​ໜ້າ​ອະ​ນຸ​ສອນ​ສະ​ຖານລິງ​ຄອນ ເພື່ອສະ​ເຫລີມ​ສະ​ຫລອງບຸນ​ວັນ​ທີ 4 ກໍ​ລະ​ກົດ ເພື່ອເນັ້​ນ​ໃຫ້​ເຫັນແສນຍານຸພາບ​ຂອງກອງ​ທັບ​ສະ​ຫະ​ລັດ (ພາບ​ຖ່າຍ​ໃນວັນ​ທີ 3 ກໍ​ລະ​ກົດ, 2019)

ສະ​ຫະ​ລັດ ກຳ​ລັງ​ສະ​ເຫລີມ​ສະຫລອງບຸນວັນ​ເອ​ກະ​ລາດ​ຂອງ​ຕົນໃນ​ວັນ​ພະ​ຫັດ​ມື້ນີ້ ໂດຍ​ມີ​ການ​ຍິງບັ້ງ​ໄຟ​ດອກຢ່າງເຮືອງ​ເຮື່ອ​ຢູ່​ເທິງ​ທ້ອງ​ຟ້າ, ການ​ມາ​ພົບ​ພໍ້​ກັນ​ຂອງ​ຄົນ​ໃນ​ຄອບ​ຄົວ ແລະ​ໝູ່​ເພື່ອນ​ຢູ່​ໃນ​ປະ​ຊາ​ຄົມ​ຕ່າງໆ ຢູ່ທົ່ວ​ປະ​ເທດ ຕາມ​ປະ​ເພ​ນີ ແລະ​ການ​ກ່າວ​ຄຳ​ປາ​ໃສ​ແບບບໍ່​ເຄີຍ​ມີ​ມາ​ກ່ອນ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ.

ການ​ຈັດ​ງານບຸນວັນ​ທີ 4 ກໍ​ລະ​ກົດ ແມ່ນເປັນ​ການ​ລະ​ນຶກເຖິງ​ການ​ປະ​ກາດ​ເອ​ກະ​ລາດ​ທີ່​ໄດ້​ມາ​ຈາກ​ອັງ​ກິດ​ໃນ​ປີ 1776. ຢູ່​ທີ່​ວໍ​ຊິງ​ຕັນ, ນະ​ຄອນ​ຫລວງປະ​ເທດນັ້ນ ງານ​ບຸນ​ດັ່ງ​ກ່າວ​ໄດ້​ດຶງ​ດູດ​ເອົາ​ຜູ້​ຄົນ​ຫລາຍ​ພັນ​ຄົນ ມາ​ຊົມ​ການ​ສະ​ແດງ​ຄອນ​ເສີດ ແລະ​ການ​ຍິງບັ້ງ​ໄຟ​ດອກ​ຢູ່​ສະ​ໜາມ​ຫລວງ.

ປີນີ້, ປະ​ທາ​ທ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ປະ​ກາດ​ໃຫ້​ມີ "ງານ​ເຄົາ​ລົບຕໍ່​ປະ​ເທດອາ​ເມ​ຣິ​ກາ" ຫລື "Salute to America" ເພີ້ມ​ເພື່ອ​ເນັ້ນ​ໃຫ້​ເຫັນເຖິງອຳ​ນາດ​ຂອງ​ທະ​ຫານ​ສະ​ຫະ​ລັດ, ໃຫ້​ມີການ​ກ່າວ​ຄຳ​ປາ​ໄສ​ຂອງ​ທ່ານຢູ່ເທິງ​ແທ່ນ​ບັນ​ໄດ​ຂອງ​ອະ​ນຸ​ສອນສະ​ຖານຂອງ​ທ່ານລິງ​ຄອນ.

"ມັນ​ຈະ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ພຽງ​ນຶ່ງ ຄັ້ງ​ດຽວ​ໃນ​ຊົ່ວ​ຊີ​ວິດ!" ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ທ​ຣຳ ທີ່​ຂຽນ​ຢູ່​ໃນ​ທວີດ​ເຕີ​ໃນ​ວັນ​ພຸດ​ວານນີ້.

ທ່ານ ມາກ ແອ​ສ​ເພີ (Mark Esper), ວ່າ​ການ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ທີ່​ໄດ້​ຮັບ​ການ​ຮັບ​ຮອງ​ແລ້ວ ແລະ​ເປັນ​ເຈົ້າ​ໜ້າ​ທີ່​ທະ​ຫານ​ລະ​ດັບ​ສູງ​ສຸດ​ຂອງ​ປະ​ເທດ, ນາຍ​ພົນ ໂຈ​ເຊັ​ຟ ດັນ​ຝອດ (Joseph Dunford), ປະ​ທານ​ເສ​ນາ​ທິ​ກາ​ນ​ຮ່ວມໄດ້​ຮັບວ່າ​ຈະ​ໄປ​ຮ່ວມ​ງານ​ບຸນ​ດັ່ງ​ກ່າວ​ໃນ​ວັນ​ພະ​ຫັດ​ມື້ນີ້ ຕາມຄຳເຊື້ອ​ເຊີນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ.

​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ຊຶ່ງ​ລວມ​ມີ ວ່າ​ການ​ຮອງຜູ້​ບັນ​ຊາ​ການກອງ​ທັບ​ບົກ, ຜູ້​ບັນ​ຊາ​ການ​ກອງ​ທັບ​ເຮືອ, ວ່າ​ການ​ຜູ້​ບັນ​ຊາ​ການກອງ​ທັບ ອາ​ກາດ, ຜູ້​ບັນ​ຊາ​ການຂອງກອງບັນ​ຊາ​ການ​ດ້ານ​ການ​ພັດ​ທະ​ນາ​ຂອງກອງທະ​ຫານມາ​ຣິນ ແລະ ຜູ້​ບັນ​ຊາ​ການໜ່ວຍ​ທະ​ຫານ​ຍາມ​ຝັ່ງ​ຂອງ​ສະ​ຫະ​ລັດ ກໍ​ຈະໄປ​ຮ່ວມ​ງານນັ້ນ​ເຊັ່ນ​ກັນ.

ນອກ​ຈາກນັ້ນ, ກະ​ຊວງ​ປ້ອງ​ກັນ​ປະ​ເທດເວົ້າ​ວ່າ ທຳ​ນຽບ​ຂາວ​ຍັງ​ໄດ້​ເອົາ​ປີ້​ເຂົ້າ​ຊົມ​ງານ 5,000 ປີ້ ​ໃຫ້​ແກ່​ເຈົ້າ​ໜ້າ​ທີ່​ທະ​ຫານຄົນ​ອື່ນ​ໆອີກ ​ພ້ອມ​ກັບ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ.

ຕາມ​ປະ​ເພ​ນີ​ແລ້ວ, ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ແມ່ນຮັກ​ສາ​ພາບ​ພົດ​ແບບ​ຖ່ອມ​ຕົວ ໃນ​ການ​ສະ​ເຫລີມ​ສະ​ຫລອງວັນ​ປະ​ກາດ​ເອ​ກະ​ລາດ ແລະ​ພວກ​ທີ່​ຕຳ​ໜິ​ທ່ານ​ທ​ຣຳ​ ໄດ້​ສະ​ແດງ​ຄ​ວາມ​ເປັນ​ຫ່ວງວ່າ ທ່ານ​ຈະ​ຫັນ​ເອົາ​ງານ​ບຸນ​ດັ່ງ​ກ່າວ​ໄປ​ເປັນ ການ​ໂຮມ​ຊຸມ​ນຸມ​ແບບ​ໂຄ​ສະ​ນາ​ຫາ​ສຽງໃຫ້​ທ່ານ ໃນ​ຂະ​ນະ​ທີ່​ທ່ານ​ກຳ​ລັງ​ກະ​ກຽມ​ຫາ​ສຽງເພື່ອ​ໃຫ້​ໄດ້​ຮັບການ​ເລືອກ​ຕັ້ງຄືນ​ອີກຢູ່ນີ້.

ໄດ້​ມີ​ຄຳ​ຖາມ​ອີກ​ເຊັ່ນ​ກັນ ​ກ່ຽວ​ກັບ​ຄ່າ​ໃຊ້​ຈ່າຍຕົວ​ຈິງ ໃນ​ການ​ເອົາ​ຍຸ​ດໂທ​ປະ​ກອນທາງທະ​ຫານ ແລະ​ການເອົາທະ​ຫານ​ມາ​ເພີ້ມເຂົ້າ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ສະ​ເຫລີມ​ສະ​ຫລອງບຸນ​ນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG