ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະ​ຫະ​ລັດ ແລະ​ຈີນ ອາດ​ຈະເປີດການ​ເຈ​​ລະ​ຈາ​ທາງ ການ​ຄ້າ ນຳ​ກັນ​ຄືນ​ອີກ


ທ່ານ Larry Kudlow, ຫົວ​ໜ້າ​ທີ່​ປຶກ​ສາ​ດ້ານ​ເສດ​ຖະ​ກິດ​ຂອງ​ທຳ​ນຽບ​ຂາວ ກ່າວຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ເຂດ​ແຫ່ງ​ໂອ​ກາດ ກັບ​ບັນ​ດາ​ຜູ້​ນຳ​ຂອງ​ລັດ, ຂອງ​ທ້ອງ​ຖິ່ນ ແລະຂອງ​ຊົນ​ເຜົ່າ​ຕ່າງໆ ຢູ່​​ທຳ​ນຽບ​ຂາວ ໃນ​ວັນ​ທີ 17 ເມ​ສາ, 2019
ທ່ານ Larry Kudlow, ຫົວ​ໜ້າ​ທີ່​ປຶກ​ສາ​ດ້ານ​ເສດ​ຖະ​ກິດ​ຂອງ​ທຳ​ນຽບ​ຂາວ ກ່າວຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ເຂດ​ແຫ່ງ​ໂອ​ກາດ ກັບ​ບັນ​ດາ​ຜູ້​ນຳ​ຂອງ​ລັດ, ຂອງ​ທ້ອງ​ຖິ່ນ ແລະຂອງ​ຊົນ​ເຜົ່າ​ຕ່າງໆ ຢູ່​​ທຳ​ນຽບ​ຂາວ ໃນ​ວັນ​ທີ 17 ເມ​ສາ, 2019

ການ​ເຈ​ລະ​ຈາ​ກັນ​ຢ່າງ​ເປັນ​ທາງ​ການ​ລະ​ຫວ່າງສະ​ຫະ​ລັດ ກັບ​ຈີນ ມີ​ທ່າ​ທີ​ວ່າ​ຈະ​ເປີດ​ຄືນ​ອີກໃນບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້ານີ້, ອີງ​ຕາມ​ຄຳ​ເວົ້າ​ຂອງເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງທຳ​ນຽບ​ຂາວທີ່​ກ່າວ​ຕໍ່​ວີ​ໂອ​ເອ ນີ້ວສ໌ (VOA News).

ທ່ານ ແລ​ຣີ ຄັດ​ໂລວ (Larry Kudlow), ຜູ້ອຳ​ນວຍ​ການ​ສະ​ພາ​ເສດ​ຖະ​ກິດ​ແຫ່ງ​ຊາດ ຢືນ​ຢັນ​ວ່າ "ທີ່​ຈິງ​ແລ້ວ, ການ​ພົບ​ປະ​ເຈ​ລະ​ຈາ​ກັນ​ເຫລົ່າ​ນັ້ນ ຈະສືບ​ຕໍ່ມີ​ຂຶ້ນ​ແທ້​ໃນ​ອາ​ທິດ​ຈະ​ມາ​ເຖິງນີ້.”

ເມື່ອ​ຖືກວີ​ໂອ​ເອ​ຖາມ​ວ່າ ການພົບ​ປະກັນນັ້ນ​ຈະ​ເປັນ​ການ​ສົນ​ທະ​ນາໜ້າ-ຕໍ່-ໜ້າ​ຫລືບໍ່, ທ່ານ ຄັດ​ໂລວ (Kudlow) ຕອບ​ແບບ​ໜັກ​ແໜ້ນໂດຍ​ເວົ້າ​ວ່າ ມັນ​ຈະ​ຖືກ​ນຳ​ພາ​ໂດຍ​ຜູ້​ຕາງ​ໜ້າ​ທາງ​ການ​ຄ້າ​ຂອງ​ສະ​ຫະ​ລັດ,ທ່ານ Robert Lighthizer ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ, ​ທ່ານ Steven Mnuchin ພ້ອມ​ດ້ວຍ​ພະ​ນັກ​ງານ​ທີ່​ກ່ຽວ​ຂ້ອງ ແລະຜູ້​ທີ່​ມີ​ຄວາມ​ສຳ​ຄັນ​ທາງ​ດ້ານ​ການ​ຄ້າ​ຂອງ​ພວກ​ເພິ່ນ.

ເມື່ອ​ຖືກຖາມ​ວ່າ ພວກ​ອາ​ເມ​ຣິ​ກັນຈະ​ເດີນ​ທາງ​ໄປ​ຈີນບໍ່ ຫລື​ພວກ​ຈີນຈະ​ເດີນ​ທາງ​ຢ້ຽມ​ຢາມ​ສະ​ຫະ​ລັດ, ທ່ານຄັດ​ໂລວ (Kudlow) ຕອບ​ວ່າ "ຂ້າ​ພະ​ເຈົ້າ​ບໍ່​ຮູ້ເທື່ອ."

ພາຍ​ຫລັງ​ໄດ້​ພົບ​ກັບ​ປະ​ທານ​ປະ​ເທດ​ຈີນ, ທ່ານ ສີ ຈິ້ນ​ຜິງ ຢູ່​ໃນ​ເມືອງ​ໂອ​ສະ​ກາ​ຂອງ​ຍີ່​ປຸ່ນ​ຢູ່ນອກກອງ​ປະ​ຊຸມ​ສຸດຍອດ​ຂອງ​ບັນ​ດາ​ຜູ້​ນຳ​ປະ​ເທດ​ໃນ​ກຸ່ມ G-20 ເປັນ​ເວ​ລາ​ອັນ​ຍືດ​ຍາວ​ໃນ​ວັນ​ສຸກ​ຜ່ານ​ມາແລ້ວ, ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳ​ ກໍເວົ້າ​ວ່າ​ ການ​ສົນ​ທະ​ນາ​ກັນ​ທາງ​ໂທ​ລະ​ສັບ​ລະ​ຫວ່າງ ພວກ​ເຈົ້າ​ໜ້າ​ທີ່​ທາງ​ການ​ຄ້າ​ຂອງ​ປະ​ເທດ​ທັງ​ສອງ ໄດ້​ເລີ້ມ​ມີ​ຄືນ​ອີກ​ແລ້ວ ແລະ ສາຍ​ພົວ​ພັນ​ກັບ​ປັກ​ກິ່ງ "ໄດ້​ກັບ​ຄືນ​ເຂົ້າ​ສູ່​ສະ​ພາບ​ປົກ​ກະ​ຕິ​ແລ້ວ."

ການ​ຢຸດສູ້​ລົບ​ກັນ​ໃນ​ສົງ​ຄາມ​ການ​ຄ້າ​ລະ​ຫວ່າງ​ສ​ະ​ຫະ​ລັດ ແລະ​ຈີນ​ທີ່​ມີ​ມາ​ເປັນ​ເວ​ລາ​ນາ​ນ 1 ປີນັ້ນ ໝາຍ​ຄວາມ​ວ່າ ທ່ານ ທ​ຣຳ ຈະ​ບໍ່​ເກັບ​ພາ​ສີ​ສູງ​ເຖິງ 25 ເປີ​ເຊັນ​ຕໍ່​ສິນ​ຄ້າ​ຂອງ​ຈີນ​ເພີ້ມ​ອີກ​ໃນ​ມູນ​ຄ່າ 300 ຕື້​ໂດ​ລາ.

ຕອນ​ເລີ້ມ​ຕົ້ນ​ກອງ​ປະ​ຊຸມກັບ​ທ່ານທ​ຣຳ​ຢູ່​ຍີ່​ປຸ່ນນັ້ນ ທ່ານ ສີ ເວົ້າ​ວ່າ "ການ​ຮ່ວມ​ມື​ກັນ ແລະ​ການ​ໂອ້​ລົມ​ກັນ ແມ່ນ​ດີກວ່າ​ການຂັດ​ແຍ້ງ ແລະ​ສູ້​ລົບກັນ."

ແຕ່​ວ່າ ຜູ້​ນຳ​ຂອງ​ຈີນ​ທ່ານນີ້ ກໍ​ບໍ່​ໄດ້​ຮັບ​ໄຊຊະ​ນະ​ໃນ​ການ​ຂໍ​ໃຫ້​ຍົກ​ເລີກ​ການ​ລົງ​ໂທດ​ທາງ​ດ້ານ​ພາ​ສີ ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ຕໍ່​ສິນ​ຄ້າ​ທີ່​ມີ​ມູນ​ຄ່າ 250 ຕື້​ໂດ​ລາ ທີ່​ຈີນ​ໄດ້​ຕອບ​ໂຕ້​ຄືນ​ດ້ວຍ​ການເກັບ​ພາ​ສີ​ແບບ​ເປັນ​ການ​ລົງ​ໂທດ ຕໍ່​ສິນ​ຄ້າ​ຂອງ​ອາ​ເມ​ຣິ​ກັນ ໃນ​ມູນ​ຄ່າ 110 ຕື້​ໂດ​ລານັ້ນ​ໄດ້.

ທ່ານຄັດ​ໂລວ (Kudlow) ເຕືອນ​ໃນ​ວັນ​ພຸດ​ວານນີ້ວ່າ "ພວກ​ເຮົາ​ຈະ​ບໍ່​ຍົກ​ເລີກ​ພານ​ສີ ຢູ່​ໃນ​ການ​ເຈ​ລະ​ຈາ​ກັນ​ນັ້ນ."

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG