ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອະ​ທິ​ໄອ​ຍະ​ການ ຂອງ​ສີ​ລັງ​ກາ ກ່າວ​ຫາ ຜູ້ບັນ​ຊາ​ການ​ຕຳ​ຫຼວດ ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ ດ້ານ​ມະ​ນຸດ​ຊາດ


ຜູ້ບັນ​ຊາ​ການ​ຕຳ​ຫຼວດ Pujith Jayasundara ໃນ​ສູນ​ກາງ​ສຳ​ນັກ​ງານ​ໃຫຍ່ ທີ່​ນະ​ຄອນ​ໂຄ​ລອມ​ໂບ, 7 ມີ​ນາ 2017.
ຜູ້ບັນ​ຊາ​ການ​ຕຳ​ຫຼວດ Pujith Jayasundara ໃນ​ສູນ​ກາງ​ສຳ​ນັກ​ງານ​ໃຫຍ່ ທີ່​ນະ​ຄອນ​ໂຄ​ລອມ​ໂບ, 7 ມີ​ນາ 2017.

ຜູ້​ບັນ​ຊາ​ການ​ຕຳ​ຫຼວດ​ສຣີລັງ​ກາ ແລະ​ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ຄວນ​ຖືກ​ຟ້ອງ ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ​ຕໍ່ມະ​ນຸດຊາດ ​ທີ່​ເປັນຜົນ​ເນື່ອງມາ​ຈາກ​ຄວາມ​ບໍ່​ສາ​ມາດຂອງ​ພວກ​ເຂົາ​ເຈົ້າໃນ​ການ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ເຫດ​ລະ​ເບີດ​ໃນ​ວັນ​ ບຸນ​ອີ​ສ​ເຕີ້ ທີ່​ໄດ້​ສັງ​ຫານ 258 ຄົນ ອີງ​ຕາມ​ໄອ​ຍະ​ການ​ຂອງສ​ຣີ​ລັງ​ກາ ໃນ​ວັນ​ຈັນ​ວານ​ນີ້.

ອີງ​ຕາມ ອະ​ທິ​ໄອ​ຍະ​ການ Dappula de Livera ​ຜູ້ບັນ​ຊາ​ການ​ຕຳ​ຫຼວດ ທ່ານ Pujith Jayasundara ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ Hemasiri Fernando ໄດ້ເມີນ​ເສີຍ​ຕໍ່​ຂໍ້ມູນ​ສືບ​ລັບ ທີ່​ໄດ້​ຄາດການ​ລ່ວງ​ໜ້າ​ໃນການ​ໂຈມ​ຕີ.

“ເຈົ້າ​ໜ້າ​ທີ່ 2 ທ່ານ ຄວນ​ຈະ​ຖືກ​ນຳມາຂຶ້ນ​ສານ ​ເພື່ອ​ໄຕ່​ສວນ ຄວາມ​ຜິດ​ຂອງ​ພວກ​ເຂົາ​ເຈົ້າ ​ຖານ​ປ່ອຍປະ​ລະ​ເ​ລີຍ​ຕໍ່ໜ້າ​ທີ່ ໃນ​ການ​ປ້ອງກັນ ບໍ່​ໃຫ້​ເກີດ​ການ ​ໂຈມ​ຕີໃນ​ວັນ​ທີ 21 ເມ​ສາ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ de Livera ​ທີ່ໄດ້ຂຽນໄປຫາຜູ້​ບັນ​ຊາ​ການ​ຕຳ​ຫຼວດ ທີ່​ຮັກ​ສາ​ການ​ຊົ່ວ​ຄາວ​ນັ້ນ.

ທ່ານ​ຂຽນ​ຕໍ່​ໄປ​ວ່າ “ການ​ລະ​ເລີຍຂອງ​ພວກ​ເຂົ​າ​ເຈົ້າ ແມ່ນ​ເທົ່າ​ກັບອັນ​ທີ່ຊາບ​ກັນ ພາຍ​ໃຕ້​ກົດ​ໝາຍ​ນາໆ​ຊາດ​ວ່າ ແມ່ນການ​ກໍ່​ອາ​ຊະ​ຍາ​ກຳ ທີ່​ຮ້າຍ​ແຮງ ຕໍ່ມະ​ນຸດ​ຊາດ.”

ທ່ານ Fernando ໄດ້​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ທ່ານ ແລະ​ທ່ານ Jayasundara ກໍຖື​ກ​ສັ່ງ​ໃຫ້ພັກ​ການ.

ໜ່ວຍ​ສືບ​ລັບ​ຂອງ​ອິ​ນ​ເດຍ ໄດ້​ແບ່ງປັນລາຍ​ງານ​ໃຫ້​ເຈົ້າ​ໜ້າ​ທີ່​ສ​ຣີ​ລັງ​ກາ​ຮູ້ ກ່ຽວກັບ​ການ​ແນ​ເປົ້າ​ໝາຍ​ຕ່າງໆ ເພື່ອ​ການ​ໂຈມ​ຕີ ໃນ​ວັນ​ທີ 4 ເມ​ສາ​ຜ່ານ​ມາ 2 ສັບ​ປະ​ດາ ກ່ອນການ​ໂຈມ​ຕີ​ໃນວັນ​ທີ 21 ເມ​ສຜ່ານ​ມາ​ນັ້ນ. ປະ​ທາ​ນາ​ທິ​ບໍ​ດີ Maithripala Sirisena ໄດ້​ກ່າວ​ຫາຜູ້​ບັນ​ຊາ​ການ​ຕຳ​ຫຼວດ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ວ່າ ບໍ່​ໄດ້​ດຳ​ເນີນ​ການ ຕາມ​ທີ່​ຂໍ້​ມູນ​ສື​ບ​ລັບ​ແຈ້ງ​ມາ.

ທັງ​ທ່ານFernando ແລະທ່ານ Jayasundara ​ໄດ້ປະ​ຕິ​ເສດ ຕໍ່​ຂໍ້​ກ່າວ​ຫາ ທີ່​ວ່າ ພວກ​ທ່ານບໍ່ໄດ້ຫົວ​ຊາ ​ຕໍ່​ຂໍ້​ມູນ​ສືບ​ລັບ ໃນສອງ​ສັບ​ປະ​ດາກ່ອນ​ໜ້າ​ການ​ໂຈມ​ຕີ​ນັ້ນ.​

ທ່ານ Jayasundara ໄດ້ບອກ​ກັບຄະ​ນະ​ກຳ​ມະ​ການ​ຂອງສະ​ພາ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ໄດ້​ສະ​ເໜີ​ວຽກ​ນັກ​ການ​ທູດ​ໃຫ້​ທ່ານ ຖ້າ​ຫາກ​ທ່ານຍອມ​ຮັບ​ເອົາຄວາມ​ຮັບ ຜິດ​ຊອບ ​ໃນ​ການ​ລະ​ເບີດ​ຄັ້ງ​ນີ້.

ທ່ານ Fernando ໄດ້​ບອກ​ຕໍ່​ສະ​ພາວ່າ ປະ​ທາ​ນາ​ທິ​ບໍ​ດີ ໄດ້​ສັ່ງ​ໃຫ້​ທ່ານ​ປ້ອງ​ກັນ​ບໍ່​ໃຫ້​ມາ​ຊິກ​ສະ​ພາ ຈາກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງ​ສີ​ລັງ​ກາ.

ທັງ​ສອງ​ທ່ານ ຕ່າງ​ກໍ​ໄດ້ກ່າວ​ຫ​າ ທ່ານ Sirisena ວ່າ ​ບໍ່​ໄດ້​ດຳ​ເນີນ​ການ​ພຽງ​ພໍ ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ເກີດ​ການ​ໂຈມ​ຕີ​ຄັ້ງ​ນີ້.

ຫຼັງ​ການ​ໄດ້​ມີ​ການ​ໃຫ້​ການ ໂດຍ​ທ່ານ Fernando ແລະ​ທ່ານ Jayasundara ​ແລ້ວ
ປະ​ທາ​ນາ​ທິ​ບໍ​ດີ ໄດ້​ກ່າວ​ວ່າ ທ່ານ​ຈະ​ບໍ່​ຍອມ​ຮັບເອົາ​ຜົນ​ສະ​ຫຼຸບ​ຂອງ​ຄະ​ນະ​ກຳ​ມະ​ການ​ສະ​ພາ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG