ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກ​ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ​ຍ້າຍ​ໜີ ແຕ່​​ພວກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ເຮັດ​ໃຫ້ຮ່າງ​ກົດ​ໝາຍ​​ດິນ​ຟ້າ​ອາ​ກາດ​​ຂອງ​ລັດ ອໍ​ຣິ​ກັນຕົກ​ໄປ


ພວກ​ປະ​ທ້ວງ​ພາ​ກັນ​ໄປ​ໂຮມ​ຊຸມ​ນຸມ​ຢຢູ່ນອກ​ຫ້ອງ​ການ​ລັດ​ຖະ​ສະ​ພາຂອງ​ລັດອໍ​ຣິ​ກັນ, ວັນ​ທີ 27 ມິ​ຖຸ​ນາ 2019 ເພື່ອ​ຄັດ​ຄ້ານຮ່າງ​ກົດ​ໝາຍ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ​ປ່ຽນ​ແປງ​​ຂອງ​ລັດ​ດັ່ງ​ກ່າວ
ພວກ​ປະ​ທ້ວງ​ພາ​ກັນ​ໄປ​ໂຮມ​ຊຸມ​ນຸມ​ຢຢູ່ນອກ​ຫ້ອງ​ການ​ລັດ​ຖະ​ສະ​ພາຂອງ​ລັດອໍ​ຣິ​ກັນ, ວັນ​ທີ 27 ມິ​ຖຸ​ນາ 2019 ເພື່ອ​ຄັດ​ຄ້ານຮ່າງ​ກົດ​ໝາຍ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ​ປ່ຽນ​ແປງ​​ຂອງ​ລັດ​ດັ່ງ​ກ່າວ

ໃນ​ທີ່​ສຸດ ຮ່າງ​ກົດ​ໝາຍ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ​ປ່ຽນ​ແປງຂອງ​ລັດອໍ​ຣິ​ກັນກໍ​ຖື​ກ ລົບລ້າງໃຫ້​ໝົດໄປ​ນັ້ນຍ້ອນ​ນ້ຳ​ມືຂອງຄົນ​ພາຍ​ໃນເອງ.

ສ​ະ​ພາ​ສູງ​ຂອ​ງ​ລັດ​ທີ່​ຄວບ​ຄຸມ​ໂດຍ​ພັກ​ເດ​ໂມ​ແຄ​ຣັດດັ່ງ​ກ່າວຄາດວ່າ ຈະ​ຮັບ​ຜ່ານ​ຮ່າງ​ກົດ​ໝາຍນັ້ນ​ໃນ​ອາ​ທິດ​ແລ້ວນີ້ ທີ່​ຈະ​ໄດ້ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່​ບັນ​ດາ​ອຸດ​ສາ​ຫະ​ກຳ​ຜະ​ລິດ​ສິນ​ຄ້າ​ຕ່າງໆ ວ່າ​ເຮັດ​ໃຫ້ເກີດ​ມີ​ມົນ​ລະ​ພິດ​ຈາກອາຍ​ຄາ​ບອນ​ດາຍອອກ ໄຊ. ມາດ​ຕະ​ການ​ດັ່ງ​ກ່າວ​ແນ​ໃສ່​ຫລຸດ​ຜ່ອນ​ການ​ປ່ອຍອາຍ​ພິດ​ເຮືອນ​ແກ້ວທີ່​ເຮັດ​ໃຫ້​ມີ​ສະ​ພາບການ​ໂລກ​ຮ້ອນ​ເອົ້າ​ເພີ້ມ​ຂຶ້ນນັ້ນ.

ພວກ​ສັງ​ກັດ​ພັກ​ຣີ​ພັບ​ບິ​ກັນໄດ້​ພາ​ກັນ​ຍົກ​ຍ້າຍ​ໜີ​ອອກ​ຈາກ​ລັດ​ດັ່ງ​ກ່າວ ແທນ​ທີ່​ຈະ​ພາ​ກັນ​ໄປລົງຄະ​ແນນ​ສຽງ ຊຶ່ງ​ເຮັດ​ໃຫ້​ນິ​ຕິ​ກຳ​ນັ້ນ​ບໍ່​ໄປ​ບໍ່​ມາ.

ແຕ່​ວ່າ ມັນ​ແມ່ນ​ສະ​ມາ​ຊິກ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ຄົນ​ນຶ່ງ ​ທີ່ບໍ່​ເຫັນ​ດີ​ນຳ​ໝູ່ໃນ​ເລື້ອງ ​ອຸດ​ສາ​ຫະ​ກຳ​ທີ່​ຫິວກະ​ຫາຍພະ​ລັງ​ງານ​ຢູ່​ໃນ​ເຂດ​ເລືອກ​ຕັ້ງ​ເມືອງ​ຂອງ​ທ່ານ ທີ່​ວ່າ ໃນ​ທີ່​ສຸດ​ກໍ​ເປັນ​ຜູ້​ຕ້ານ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວໂດຍ​ເຮັດໃຫ້ມັນ​ຕົກ​ໄປ, ອີງ​ຕາມ​ຂ່າວ​ສານ​ໃນ​ທ້ອ​ງຖິ່ນ​ນັ້ນ.​

ແຕ່​ວ່າ ມັນ​ແມ່ນ​ສະ​ມາ​ຊິກ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ຄົນ​ນຶ່ງ ​ທີ່ບໍ່​ເຫັນ​ດີ​ນຳ​ໝູ່ໃນ​ເລື້ອງ ​ອຸດ​ສາ​ຫະ​ກຳ​ທີ່​ຫິວກະ​ຫາຍພະ​ລັງ​ງານ​ຢູ່​ໃນ​ເຂດ​ເລືອກ​ຕັ້ງ​ເມືອງ​ຂອງ​ທ່ານ ທີ່​ວ່າ ໃນ​ທີ່​ສຸດ​ກໍ​ເປັນ​ຜູ້​ຕ້ານ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວໂດຍ​ເຮັດໃຫ້ມັນ​ຕົກ​ໄປ, ອີງ​ຕາມ​ຂ່າວ​ສານ​ໃນ​ທ້ອ​ງຖິ່ນ​ນັ້ນ.

ການ​ຕໍ່​ສູ້​ກັບ​ວິ​ກິດ​ການ​ທາງ​ດິນ​ຟ້າ​ອາ​ກາດແມ່ນມີ​ຄ່າ​ໃຊ້​ຈ່າຍ​ຫລາຍ. ໂດຍ​ທີ່​ມີ​ບາງຄົນຄາ​ຄະ​ເນ​ວ່າ ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ຈະ​ເຮັດ​ໃຫ້​ລາ​ຄາ​ນ້ຳ​ມັນ​ເພີ້ມ​ຂຶ້ນ 16 ເຊັນ​ຕໍ່​ກາ​ລອນນຶ່ງ. ເຫດ​ການ​ໃນລັດ​ອໍ​ຣິ​ກັນເປັນ​ການ​ສະ​ແດງ​ໃຫ້​ເຫັນ​ຄັ້ງ​ຫລ້າ​ສຸດວ່າ​ຄ່າ​ໃຊ້​ຈ່າຍນັ້ນ ​ເປັນ​ເລື້ອງ​ທີ່​ຮັບ​ບໍ່​ໄດ້ສຳ​ລັບ​ພວກ​ປ່ອນ​ບັດ ແລະ​ບັນ​ດາ​ເຈົ້າ​ໜ້າ​ທີ່ ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ນັ້ນ​ຫລາຍ​ປານ​ໃດ ແມ່ນ​ກະ​ທັ້ງ​ພວກ​ທີ່​ສັງ​ກັດ​ໃນ​ພັກ ທີ່​ສະ​ເໜີ​ໃຫ້​ມີ​ການ​ເອົາ​ບາດ​ກ້າວ​ເຄື່ອນ​ໄຫວ​ໃນ​ເລື້ອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ກໍຍັງບໍ່​ເຫັນ​ດີ​ນຳ.

ແຕ່​ວ່າ​ ພວກ​ນັກ​ຊ່ຽວ​ຊານ​ດ້ານນີ້ ເວົ້າ​ວ່າ ຮ່າງ​ກົດ​ໝາຍ​ດັ່ງ​ກ່າວຈະ​ກັບ​ມາ ​ບໍ່​ໃນ​ທາງ​ໃດ ​ກໍ​ທາງ​ນຶ່ງ ແລະ​ເຄື່ອງ​ມື​ອື່ນໆ ທີ່​ເຮັດ​ໃຫ້ຫລຸດ​ຜ່ອນການ​ປ່ອຍ​ອາຍ​ແກັ​ສ​ດັ່ງ​ກ່າວ​ອອກ​ມາ ຈະ​ເຮັດ​ໃຫ້​ມີ​ລາ​ຄາ​ທີ່​ຕ້ອງ​ໄດ້ມີ​ການ​ຈ່າຍ​ສູງກວ່ານັ້ນ​ໄປ​ອີກ.

ໂ​ຄງ​ການ​ທີ່​ເອີ້ນ​ກັນ​ວ່າ ການ​ວາງ​ຂີດ​ຈຳ​ກັດ-ແລະ-ການ​ຄ້າ ຫລື cap-and-trade ໄດ້​ຖືກ​ອອກ​ແບບ​ມາ ເພື່ອ​ເຮັດ​ໃຫ້​ຄ່າ​ໃຊ້​ຈ່າຍ​ສຳ​ລັບການ​ປ່ອຍ​ອາຍຄາ​ບອນດາຍ​ອອກໄຊທີ່​ເຮັດ​ໃຫ້​ໂລກ​ຮ້ອນ​ເອົ້າ​ຂຶ້ນນັ້ນອອກ​ມາ ຍ້ອນ​ມີ​ອຸດ​ສາ​ຫະ​ກຳ​ທີ່​ເຜົາ​ໄໝ້​ເຊື້ອ​ເພີງ​ທີ່​ຜະ​ລິດ​ຈາກ​ຊາກ​ພືດ ແລະ​ສັດ​ນັ້ນ.

ລັດ​ດັ່ງ​ກ່າວ​ຈະ​ວາງ​ຂອບ​ເຂດ​ຈຳ​ກັດ, ຫລື cap ຊຶ່ງ​ແປວ່າ​ຝາ​ປິດ ນັ້ນ ຕໍ່​ການ​ປ່ອຍອາຍ​ພິດ​ເຮືອນ​ແກ້ວຢູ່​ທົ່ວ​ລັດ. ໂຮງ​ຜະ​ລິດ​ພະ​ລັງ​ງານ, ໂຮງ​ງານຜະ​ລິດ​ສິນ​ຄ້າ​ຕ່າງໆ ແລະ​ບໍ​ລິ​ສັດ​ອື່ນໆ ​ທີ່​ເຜົາ​ໄໝ້​ເຊື້ອ​ເພີງ​ທີ່​ຜະ​ລິດ​ຈາກ​ຊາກ​ພືດ ແລະ​ສັດສາ​ມາດ​ຊື້​ຄ່າ​ອັດ​ຕາ​ໃນ​ການ​ເຮັດ​ໃຫ້​ມີ​ມົນ​ລະ​ພິດ ແລະ​ສາ​ມາດ ແລກ​ປ່ຽນ​ຊື້​ຂາຍ​ອັດ​ຕານັ້ນ​ກັບ​ບໍ​ລິ​ສັດ​ອື່ນ ທີ່​ໄດ້​ຫລຸດ​ຜ່ອນການ​ປ່ອຍອາຍ​ພິດ​ເຮືອນ​ແກ້ວ​ຂອງ​ເຂົ້າ​ເຈົາ​ລົງ​ແລ້ວ ແລະ​ມີ​ສ່ວນ​ເກີນ​ຢູ່. ຂີດ​ຈຳ​ກັດ​ດັ່ງ​ກ່າວ ຈະ​ຖືກ​ຫລຸດ​ລົງ​ໄປ​ເລື້ອຍໆ ເມື່ອ​ໃນ​ທີ​ສຸດ ໄດ້​ບັງ​ຄັບ​ໃຫ້​ບໍ​ລິ​ສັດ​ຕ່າງໆທັງ​ໝົດ ຕັດ​ມົນ​ລະ​ພິດ​ລົງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG