ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກ​ສືບ​ສວນ ສ​ປ​ຊ ກ່າວ​ວ່າ ມີຫຼັກ​ຖານ ທີ່​ເຊື່ອ​ຖື​ໄດ້ ກ່ຽວ​ກັບ ການ​ສັງ​ຫານ ທ່ານ ຄາ​ຊອກ​ກີ


ຜູ​້​ປະ​ທ້​ວງ​ຄົນ​ນຶ່ງ ຖືກ​ປ້າຍ​ກັບ​ຮູບ​ຂອງ​ນັກ​ຂ່າວ ຊາ​ອຸ ທີ່​ຖືກ​ຂ້າ​ຕາຍ ທ່ານ ຈາ​ມາ​ລ ຄາ​ຊອກ​ກີ, ຢູ່ນອກ​ສະ​ຖານ​ກົງ​ສຸນ ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ນະ​ຄອນ ອິ​ສ​ຕັນ​ບູ​ລ, ປະ​ເທດ ເທີ​ກີ. 25 ຕຸ​ລາ, 2018.
ຜູ​້​ປະ​ທ້​ວງ​ຄົນ​ນຶ່ງ ຖືກ​ປ້າຍ​ກັບ​ຮູບ​ຂອງ​ນັກ​ຂ່າວ ຊາ​ອຸ ທີ່​ຖືກ​ຂ້າ​ຕາຍ ທ່ານ ຈາ​ມາ​ລ ຄາ​ຊອກ​ກີ, ຢູ່ນອກ​ສະ​ຖານ​ກົງ​ສຸນ ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ນະ​ຄອນ ອິ​ສ​ຕັນ​ບູ​ລ, ປະ​ເທດ ເທີ​ກີ. 25 ຕຸ​ລາ, 2018.

ມັນ​ມີ “ຫຼັກ​ຖານ​ທີ່​ໜ້າເຊື່ອ​ຖື” ທີ່​ເຊື່ອມ​ໂຍງ​ກັບ ອົງ​ມົງ​ກຸ​ດ ຣາ​ຊະ​ກຸມ​ມານ ຊາ​ອຸ​ດີ ອາ
ຣາເບຍ ໂມຮຳມັດ ບິນ ຊາລມານ ກັບການຄາດຕະກຳ ນັກຂ່າວທີ່ຕໍ່ຕ້ານລັດຖະບານ
ທ່ານ ຈາມາລ ຄາຊອກກີ ໃນກົງສຸນຂອງລັດຖະບານ ຣີຢາດ ທີ່ນະຄອນ ອິສຕັນບູລ
ປະເທດ ເທີກີ ເມື່ອເດືອນຕຸລາທີ່ຜ່ານມາ. ອີງຕາມການສະຫຼຸບ ຂອງນັກສືບສວນສອບ
ສວນ ສິດທິມະນຸດອົງການສະຫະປະຊາຊາດໃນວັນພຸດວານນີ້.

ທ່ານ​ນາງ ແອ​ກ​ເນັ​ສ ຄາ​ລ​າ​ມາດ, ຜູ້​ຂຽນ​ລາຍ​ງານ ກ່ຽວ​ກັບ ການ​ຄາດ​ຕະ​ກຳ ​ແບບ​
ຮວບຮັດຕັດຕອນ ສຳລັບອົງການສະຫະປະຊາຊາດ ໄດ້ກ່າວໃນລາຍງານ ສະບັບໃໝ່
ຍາວ 101 ໜ້າ ຫລັງຈາກການສືບສວນສອບສວນ 6 ເດືອນວ່າ ທ່ານ ຄາຊອກກີ ແມ່ນ
“ຜູ້ເຄາະຮ້າຍຂອງການຄາດຕະກຳໂດຍເຈຕະນາ ແລະ ວາງແຜນໄວ້ລ່ວງໜ້າ, ເປັນ
ການຄາດຕະກຳ ແບບຮວບຮັດຕັດຕອນ ທີ່ລັດຖະບານ ຊາອຸດີ ອາຣາເບຍ ເປັນຜູ້ຮັບ
ຜິດຊອບ ພາຍໃຕ້ກົດໝາຍສິດທິມະນຸດສາກົນ.”

ທ່ານ​ນາງ​ໄດ້​ກ່າວ​ວ່າ ຄວນ​ມີ​ການ​ວາງ​ມາດ​ຕະ​ການ​ລົງ​ໂທດ​ໃສ່​ຊັບ​ສິນ​ສ່ວນ​ຕົວ​ຢູ່​ຕ່າງ
ປະເທດຂອງອົງມົງກຸດ “ຈົນກວ່າ ແລະ ນອກຈາກວ່າຈະມີການສະໜອງຫຼັກຖານ ແລະ
ຂໍ້ພິສູດ ທີ່ວ່າເພິ່ນບໍ່ໄດ້ເປັນຜູ້ຮັບຜິດຊອບ ສຳລັບການສັງຫານນີ້.”

ທ່ານ​ນາງ ຄາ​ລາ​ມາດ ໄດ້​ຮຽກ​ຮ້ອງ​ເລ​ຂາ​ທິ​ການ​ໃຫຍ່ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ
ແອນໂຕນີໂອ ກູເຕເຣັສ ໃຫ້ເປີດການສືບສວນສອບສວນຄະດີອາຍາຢ່າງເປັນທາງການ
ກ່ຽວກັບ ການເສຍຊີວິດຂອງທ່ານ ຄາຊອກກີ ອາຍຸ 59 ປີ, ຜູ້ທີ່ໄດ້ອາໄສຢູ່ໃນ ສະຫະລັດ.

ແຕ່​ລັດ​ຖະ​ມົນ​ຕີ ຊາ​ອຸ​ດີ ອາ​ຣາ​ເບຍ ທ່ານ​ນຶ່ງ​ ໄດ້​ປະ​ຕິ​ເສດ​ລາຍ​ງານ​ດັ່ງ​ກ່າວ​ວ່າ ບໍ່​ມີ “ມູນ
ຖານ” ແລະ ໄດ້ສົງໄສຕໍ່ຄວາມເປັນກາງຂອງທ່ານນາງ ຄາລາມາດ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຊາ​ອຸ​ດີ ອາ​ຣ​າ​ເບຍ ທ່ານ ອາ​ແດ​ລ ອາ​ລ ຈູ​ແບ ໄດ້​ກ່າວ​ໃນ​
ທວິດເຕີໃນວັນພຸດວານນີ້ວ່າ “ບົດລາຍຂອງຜູ້ລາຍງານໃນສະພາສິດທິມະນຸດ ມີການ
ກ່າວຫາທີ່ຂັດແຍ້ງກັນ ແລະ ບໍ່ມີມູນຖານ ເຊິ່ງເຮັດໃຫ້ມີການສົງໄສກັບຄວາມໜ້າເຊື່ອຖື
ຂອງມັນ.”

ທ່ານ ຄາ​ຊອກ​ກີ ໄດ້​ຂຽນ​ບົດ​ຄວາມ​ໃຫ້​ໜັງ​ສື​ພິມທີ່​ວິ​ຈານ​ອົງ​ມົງ​ກຸດ, ເຊິ່ງ​ແມ່ນ​ຜູ້​ປົກ​ຄອງ ​
ໃນປັດຈຸບັນ ຂອງປະເທດ, ທີ່ໄດ້ຕີພິມ ໃນໜັງສືພິມ Washington Post.

ທ່ານ​ນາງ ຄາ​ລາ​ມາດ, ຜູ້​ທີ່​ໄດ້​ດຳ​ເນີນ​ການ​ສືບ​ສວນ​ສອບ​ສວນ ຕາມ​ອຳ​ນາດ​ໃນ​ຖາ​ນະ​
ເປັນຜູ້ລາຍງານພິເສດນັ້ນ ໄດ້ກ່າວວ່າ “ບໍ່ມີການສະຫຼຸບທີ່ວ່າ “ ອົງມົງກຸດ ມີຄວາມຜິດ
ໃນການສັງຫານ ແລະ ຫັ່ນສົບຂອງທ່ານ ຄາຊອກກີ ດ້ວຍເລື່ອຍ. ສົບຂອງທ່ານ ແມ່ນບໍ່
ເຄີຍຖືກພົບເຫັນເລີຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG