ອະດີດປະທານາທິບໍດີຂອງອີຈິບ, ທ່ານ ໂມຮຳເມັດ ມໍຊີ, ຜູ້ປົກຄອງຄົນທຳອິດຂອງປະເທດທີ່ໄດ້ຮັບເລືອກຕັ້ງຢ່າງເປັນປະຊາທິປະໄຕ ແລະຖືກປົດອອກຈາກຕຳແໜ່ງໃນເວລາຕໍ່ມານັ້ນ ໄດ້ເຖິງແກ່ມໍລະນະກຳແລ້ວໃນວັນຈັນວານນີ້ ໃນຂະນະທີ່ຢູ່ໃນຂັ້ນຕອນການດຳເນີນຄະດີຂອງສານ.
ພວກເຈົ້າໜ້າທີ່ເວົ້າວ່າ ທ່ານມໍຊີອາຍຸ 67 ປີທ່ານນັ້ນ ຫາກໍ່ໄດ້ກ່າວຕໍ່ສານຢູ່ໃນນະຄອນໄຄໂຣ ໃນການໄຕ່ສວນຄະດີຂອງທ່ານກ່ຽວກັບຂໍ້ກ່າວຫາວ່າເປັນສາຍລັບສອດແນມໃນຕອນທີ່ທ່ານລົ້ມລົງນັ້ນ. ພວກເຂົາເຈົ້າເວົ້າວ່າ ທ່ານມໍຊີໄດ້ເວົ້າ 5 ນາທີ ຢູ່ໃນກົງຂັງແກ້ວທີ່ຂັງທ່ານໄວ້ນັ້ນ ໃນລະຫວ່າງທີ່ມີການດຳເນີນຄະດີ ຢູ່ນັ້ນ ແລະບໍ່ພໍເທົ່າໃດນາທີ ທ່ານກໍໄດ້ລົ້ມລົງຢູ່ກັບພື້ນ.
ໂທລະພາບຂອງລັດເວົ້າວ່າ ທ່ານມໍຊີ ໄດ້ຖືກນຳສົ່ງໄປໂຮງໝໍ ແຕ່ວ່າ ກໍໄດ້ເສຍຊີວິດເມື່ອໄປເຖິງທີ່ນັ້ນ ຍ້ອນປາກົດວ່າ ເປັນໂຣກຫົວໃຈຫລົ້ມແຫລວ.
ທ່ານໄດ້ຖືກນຳໄປຝັງໃນວັນອັງຄານມື້ນີ້.
ທ່ານມໍຊີ, ໃນເມື່ອກ່ອນດົນມາແລ້ວ ເຄີຍເປັນຜູ້ສຳຄັນສູງສຸດຜູ້ນຶ່ງຂອງກຸ່ມພະລາດອນພາບມຸສລິມຫລື Muslim Brotherhood ໄດ້ຖືກໂຄ່ນລົ້ມຈາກການເປັນປະທານາທິບໍດີ ໃນປີ 2013 ໂດຍພວກທະຫານຂອງອີຈິບ ພາຍຫລັງທີ່ມີການປະທ້ວງໃຫຍ່ ຕໍ່ຕ້ານການປົກຄອງຂອງທ່ານ.
ພັກເສລີພາບ ແລະຍຸຕິທຳ ຂອງກຸ່ມພະລາດອນພາບມຸສລິມ ກ່າວຢູ່ໃນຖະແຫຼງການສະບັບນຶ່ງ ທີ່ພິມເຜີຍແຜ່ຢູ່ໃນເວັບໄຊທ໌ຂອງຕົນໃນວັນຈັນວານນີ້ວ່າ ພວກ ເຈົ້າໜ້າທີ່ຂອງອີຈິບເປັນຜູ້ຮັບຜິດຊອບຕໍ່ “ການເສຍຊີວິດໄປ ແບບເທື່ອລະເລັກ ລະນ້ອຍຢ່າງຈົງໃຈ” ຂອງທ່ານມໍຊີ ເພາະພວກເຂົາ "ໄດ້ກັກຢາຂອງທ່ານໄວ້ ແລະເອົາອາຫານ ທີ່ບໍ່ເປັນຕາຢາກກິນ ໃຫ້ທ່ານກິນ. ທ່ານບໍ່ໄດ້ຮັບສິດທິມະນຸດຂັ້ນພື້ນຖານທີ່ສຸດ.” ກຸ່ມດັ່ງກ່າວໄດ້ຮ້ອງຂໍໃຫ້ປວງຊົນໄປເຕົ້າໂຮມກັນຢູ່ໃນພິທີສົ່ງສະການຂອງທ່ານໃນອີຈິບ ແລະຢູ່ໃນສະຖານເອກອັກຄະລັດຖະທູດຕ່າງໆ ຂອງອີຈິບຢູ່ທົ່ວໂລກ.
ສະມາຊິກທີ່ເປັນຜູ້ນຳໝູ່ ຂອງກຸ່ມພະລາດອນພາບມຸສລິມ ຢູ່ໃນນະຄອນລອນ ດອນ ທ່ານ ໂມຮຳເມັດ ຊູແດນ (Mohammed Sudan) ກ່າວວ່າ "ນີ້ຄືການຄາດຕະກຳແບບມີການຄຳນວນໄວ້ລ່ວງໜ້າ. ນີ້ເປັນການຕາຍໄປ ເທື່ອລະເລັກ ລະນ້ອຍ."
ພາຍຫລັງທີ່ໄດ້ຂັບໄລ່ທ່ານມໍຊີອອກຈາກຕຳແໜ່ງແລ້ວ, ພວກທະຫານຂອງອີຈິບກໍໄດ້ເອົາອະດີດປະທານາທິບໍດີຄົນນັ້ນ ໄປຂັງຄຸກ ຊຶ່ງເປັນບ່ອນທີ່ທ່ານຖືກຂັງ ນັບແຕ່ປີ 2013 ແລະການທັບມ້າງກຸ່ມພະລາດອນພາບມຸສລິມໄດ້ເລີ້ມແຕ່ ນັ້ນ ເປັນຕົ້ນມາ.