ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພັກ​ເດ​ໂມ​ແຄ​ຣັດ ປະ​ກາດ ການ​ໂຕ​້​ວາ​ທີ ເທື່ອ​ທຳ​ອິດ ໃນ​ການ​ເລືອກ​ຕັ້ງ ປີ 2020


ເຈົ້າ​ຄອງ​ນະ​ຄອນ​ນິວຢອກ ທ່ານ​ບິ​ລ ເດິ ບ​ລາ​ສີ​ໂອ ແລະ​ພັນ​ລະ​ຍາ​ຂອ​ງ​ທ່ານ ທ່ານ​ນາງ​ເຊີ​ເລນ ແມັກ​ເຄ​ຣ ໄປ​ຮອດ​ລາຍ​ການ "Good Morning America" ທີ່​ນະ​ຄອນ​ນິວຢອກ ເມື່ອ​ວັນ​ທີ 16 ພຶດ​ສະ​ພາ 2019.
ເຈົ້າ​ຄອງ​ນະ​ຄອນ​ນິວຢອກ ທ່ານ​ບິ​ລ ເດິ ບ​ລາ​ສີ​ໂອ ແລະ​ພັນ​ລະ​ຍາ​ຂອ​ງ​ທ່ານ ທ່ານ​ນາງ​ເຊີ​ເລນ ແມັກ​ເຄ​ຣ ໄປ​ຮອດ​ລາຍ​ການ "Good Morning America" ທີ່​ນະ​ຄອນ​ນິວຢອກ ເມື່ອ​ວັນ​ທີ 16 ພຶດ​ສະ​ພາ 2019.

ພັກ​ເດ​ໂມ​ແຄ​ຣັດ ຂອງ​ສະ​ຫະ​ລັດ ໄດ້​ປະ​ກາດ​ກ່ຽວ​ກັບ​ການ​ໂຕ້​ວາ​ທີ​ຮອບ​ທຳ​ອິດ ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ​ປີ 2020 ໂດຍ​ຈະ​ໃຫ້​ພວກ​ຜູ້​ສະ​ໝັກ​ທັງ​ໝົດ 20 ຄົນເຂົ້າ​ຮ່ວມ​ລາຍ​ການ ຊຶ່ງ​ຈະ​ມີ​ຂຶ້ນ​ເປັນ​ເວ​ລາສອງ​ຄືນ.

ບັນ​ດາ​ຜູ້​ສະ​ໝັກ​ຈະ​ຖືກ​ແບ່ງ​ອອກ​ເປັນ​ສອງ​ກຸ່ມ ກຸ່ມ​ລະ​ສິບ​ຄົນ ໃນ​ການ​ໂຕ້​ວາ​ທີ ທີ່​ນະ​ຄອນ​ໄມ​ອາ​ມີ ​ລັດ​ຟ​ລໍ​ຣິ​ດາ ໃນ​ຄ່ຳ​ຄືນ​ວັນ​ທີ 26 ແລະ 27 ​ເດືອນ​ມິ​ຖຸ​ນາ ໂດຍ​ຈະ​ມີ​ຜູ້​ສະ​ໝັກ​ທີ່ມີ​ຄະ​ແນນ​ນິ​ຍົມ​ນຳ​ໜ້າ ​ໃນ​ປັດ​ຈຸ​ບັນ ຄື​ອະ​ດີດ​ຮອງ​ປະ​ທາ​ນາທິ​ບໍ​ດີ​ ໂຈ ໄບ​ເດັນ ຂຶ້ນ​ໂຕ້​ວາ​ທີ​ໃນ​ຄືນ​ທີ​ສອງ.

ໃນ​ກຸ່ມ​ຂອງ​ທ່ານນັ້ນກໍ​ຈະ​ມີ​ຜູ້​ທີ່​ໄດ້​ຮັບ​ຄະ​ແນນ​ນຳ​ໜ້າ​ໃນ​ຂັ້ນ​ຕົ້ນໆ​ຫຼາຍ​ຄົນ​ຮວມ​ທັງ​ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ເວີ​ມອນ​ທ໌ ທ່ານ​ເບີ​ນີ ແຊນ​ເດີ​ຣ​ສ໌ ສະ​ມາ​ຊິກ​ສະພາ​ສູງ​ຈາກ​ລັດ​ຄາ​ລີ​ຟໍ​ເນຍ ທ່ານ​ນາງ​ຄາ​ມາ​ຣາ ແຮ​ຣິ​ສ ແລະ​ເຈົ້າ​ເມືອງ ເມືອງ​ເຊົ້າ​ເບັນ​ດ໌ ລັດ​ອິນ​ດຽນ​ນາ ທ່ານ​ພີດ ບູ​ດີ​ເຈັດ.

ສຳ​ລັບ​ການ​ໂຕ້​ວາ​ທີ​ໃນ​ຄືນ​ທຳ​ອິດນັ້ນ ແມ່ນ​ຈະ​ປະ​ກອບ​ດ້ວຍ​ສະ​ມາ​ຊິກ​ສະ​ພາ​ສູງຈາກ​ລັດ​ແມັ​ສ​ຊາ​ຈູ​ແຊັ​ສ ທ່ານ​ນາງ​ເອ​ລີ​ຊາ​ແບັດ ວໍ​ເຣັນແລະ​ສະ​ມາ​ຊິກ​ສະ​ພາ​ສູງ ຈາກ​ລັດ​ນິວ​ເຈີ​ຊີ ທ່ານ​ຄໍ​ຣີ ບຸກ​ເກີ ພ້ອມ​ທັງ​ອະ​ດີດ​ສະ​ມາ​ຊິກ​ສະ​ພາ​ຈາກ​ລັດ​ເທັກຊັ​ສ ທ່ານ​ເບ​ໂຕ້ ໂອ​ຣວກ.

ຜູ້​ສະ​ໝັ​ກ​ທີ່​ຈະ​ເຂົ້າ​ຮ່ວມ​ທັງ 20 ​ໄດ້​ຖືກ​ແບ່ງອອກ​ເປັນ​ສອງ​ຄືນ ໂດຍ​ຕາ​ໜ່າງໂທ​ລະ​ພາບ NBC ຊຶ່ງ​ຈະ​ເປັນ​ຜູ້​ອອກ​ອາ​ກາດ ​ການ​ໂຕ້​ວາ​ທີ ພ້ອມ​ກັບ​ໂທ​ລະພາບ MSNBC ແລະ​ໂທ​ລະ​ພາບ Telemundo. ຊື່​ຂອງ​ຜູ້​ສະ​ໝັກ​ແມ່ນ​ຖືກຈົກ​ສະ​ຫຼາກ​ເອົາ ແຕ່​ແນວ​ໃດ​ກໍ​ຕາມ ພວກ​ຜູ້​ສະ​ໝັກ​ມີ​ລາຍ​ຊື່​ຢູ່​ໃນ​ສອງ​ກ່ອງ ຄືພວກທີ່​ມີ​ຄະ​ແນນ​ນິ​ຍົມ​ສູງແລະ​ພວກ​ທີ່​ມີ​ຄະ​ແນນ​ນິ​ຍົມ​ບໍ່​ຫຼາຍ ໂດຍ​ພະ​ຍາ​ຍາມຈະ​ແບ່ງ​ພວກ​ທີ່​ມີ​ຄະ​ແນນ​ນິ​ຍົມ​ສູງ ໃຫ້​ເທົ່າໆ​ກັນ ໃນ​ການ​ໂຕ້​ວາ​ທີ​ທັງ​ສອງ​ຄືນ.

ອ່ານ​ຂ່າວນີ້​ຕື່ມ​ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG