ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອິ​ສ​ຣາ​ແອ​ລ ໂຈມ​ຕີ​ເປົ້າ​ໝາຍ ຂອງ ກຸ່ມ​ຫົວ​ຮຸນ​ແຮງຮາ​ມາ​ສ ໃນ​ເຂດ​ກາ​ຊາ


ພວກ​ປະ​ທ້ວງ ພາ​ກັນ​ຍົກ​ທຸງ​ຊາດ​ປາ​ແລ​ັ​ສ​ໄຕ​ນ໌ ທ່າມ​ກາງ ການ​ຍິງ​ລະ​ເບີດ​ນ້ຳ​ຕາ​ຂອງ​ທະ​ຫານ​ອິ​ສ​ຣາ​ແອ​ລ​ເຂົ້າ​ໃສ່ ໃນ​ບໍ​ລິ​ເວນ​ໃກ້ໆ​ຮົ້ວ​ຊາຍ​ແດນ ລະ​ຫວ່າງ​ເຂດ​ກາ​ຊາ ກັບ​ອິ​ສ​ຣາ​ແອ​ລ.
ພວກ​ປະ​ທ້ວງ ພາ​ກັນ​ຍົກ​ທຸງ​ຊາດ​ປາ​ແລ​ັ​ສ​ໄຕ​ນ໌ ທ່າມ​ກາງ ການ​ຍິງ​ລະ​ເບີດ​ນ້ຳ​ຕາ​ຂອງ​ທະ​ຫານ​ອິ​ສ​ຣາ​ແອ​ລ​ເຂົ້າ​ໃສ່ ໃນ​ບໍ​ລິ​ເວນ​ໃກ້ໆ​ຮົ້ວ​ຊາຍ​ແດນ ລະ​ຫວ່າງ​ເຂດ​ກາ​ຊາ ກັບ​ອິ​ສ​ຣາ​ແອ​ລ.

ເຮືອ​ບິນ​ລົບ​ຂອງ​ອິ​ສ​ຣາ​ແອ​ລ​ໄດ້​ໂຈມ​ຕີ​ຄ້າຍ​ແຫ່ງ​ຕ່າງໆ​ຂອງ​ກຸ່ມ​ຮາ​ມາ​ສ​ໃນ​ເຂດ​ກາ​ຊາ ໃນ​ວັນ​ສຸກມື້ນີ້ ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ຍິງ​ຈະ​ຫຼວດ​ເຂົ້າ​ໄປ​ໃສ່​ພາກໃຕ້​ຂອງ​ອິ​ສ​ຣາ​ແອ​ລ ທີ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ໂຮງ​ຮຽນ​ສາ​ສະ​ໜາ​ຢິວ.

ກອງ​ທັບ​ອາ​ກາດ​ຂອງ​ອິ​ສ​ຣາ​ແອ​ລ ​ກ່າວຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ວ່າ “ເຮືອ​ບິນອາຍ​ພົ່ນ​ແລະ​ເຮືອ​ບິນ​ລົບ​ຂອງ​ຕົນ​ໄດ້​ແນ​ເປົ້າ​ໃສ່​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ພວກ​ກໍ່​ການຮ້າຍ ໃນ​ຄ້າຍ​ທະ​ຫານ​ແຫ່ງ​ນຶ່ງ ແລະ​ຕຶກ​ອາ​ຄານກອງ​ທັບ​ເຮືອ​ຂອງ​ກຸ່ມ​ຮາ​ມາ​ສເປັນ​ສ່ວນ​ນຶ່ງ​ຂອງ​ການ​ໂຈມ​ຕີ​ສະ​ຖານ​ທີ່​ຕ່າງໆ ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ຮາ​ມາ​ສ​ໃນທົ່ວ​ເຂດ​ແຫຼມ​ກາ​ຊາ.”

ທັງ​ສອງ​ຝ່າຍ​ຕ່າງ​ກໍ​ບໍ່​ໄດ້​ກ່າວ​ເຖິງ​ການ​ບາດ​ເຈັບ​ລົ້ມ​ຕາຍ.

ໃນ​ເວ​ລາ​ທີ່​ມີ​ການ​ຍິງ​ຈະ​ຫຼວດ​ໂຈມ​ຕີນັ້ນ ພວກ​ນັກ​ຮຽນ ​ບໍ່​ໄດ້​ຢູ່​ໃນ​ໂຮງ​ຮຽນ ທີ່​ເມືອງ​ຊະ​ເດ​ຣັອດ (Sderot) ຍ້ອນ​ພາ​ກັນ​ກັບ​ຄືນ​ໄປ​ຢ​າມ​ບ້ານ ​ໃນ​ໂອ​ກາດວັນພັກ​ບຸນ ຊັບ​ບາດ ຂອງ​ສາ​ສະ​ໜາ​ຢິວ ທີ່​ເລີ້ມຂຶ້ນ​ໃນ​ວັນ​ສຸກມື້ນີ້.

ກ່ອນ​ໜ້ານີ້ ອິ​ສ​ຣາ​ແອ​ລ​ກ່າວ​ວ່າ ຕົນ​ໄດ້​ໂຈມ​ຕີ​ເປົ້າ​ໝາຍ ​ຂອງ​ກຸ່ມ​ຮາມ​າ​ສ​ຫຼາຍແຫ່ງ​ໃນ​ເຂດ​ກາ​ຊາ ຮວມ​ທັງ​ໃນ​ອັນ​ທີ່​ອິ​ສ​ຣາ​ແອ​ລ​ກ່າວ​ວ່າ ເປັນ​ອຸ​ໂມງ​ຂອງ​ພວກກໍ່​ການ​ຮ້າຍ ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ຍິງ​ຈະ​ຫຼ​ວດ​ໂຈມ​ຕີ​ຂອງ​ກຸ່ມ​ຮາ​ມາ​ສ​ໃນແລງວັນ​ພຸດ​ຜ່ານ​ມາ. ມີ​ການ​ຍິງ​ຈະ​ຫຼວດ​ອີກ​ລູກ​ນຶ່ງ ​ໄປ​ໃສ່​ພາກ​ໃຕ້ ​ຂອງ​ອິ​ສ​ຣາ​ແອ​ລ ໃນ​ຕອນ​ແລງວັນ​ພະ​ຫັດ​ວານນີ້.

ການ​ຍິງ​ຈະ​ຫຼວດ​ໂຈມ​ຕີ​ຂອງ​ກຸ່ມ​ຮາ​ມາ​ສ ແມ່ນ​ໃນ​ອັ​ນ​ທີ່​ປາ​ກົດ​ວ່າ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ທີ່​ອິ​ສ​ຣາ​ແອ​ລ ​ບໍ່​ໃຫ້​ພວກ​ຊາວ​ປະ​ມົງ​ປາ​ແລ​ສ​ໄຕ​ນ໌ ຫາ​ປາ​ຢູ່​ໃນ​ທະ​ເລ​ເມ​ດີ​ແຕ​ເຣ​ນຽນ ໂດຍ​ມີ​ການ​ສົ່ງ​ບານ​ລູນ​ໄຟ​ໄປ​ຍັງ​ເຂດ​ພາກ​ໃຕ້​ອິ​ສ​ຣາ​ແອ​ລ ທີ່ເຮັດ​ໃຫ້​ທົ່ງ​ຫຼາຍ​ແຫ່ງ​ລຸກ​ໄໝ້​ເປັນ​ໄຟ.

ນີ້​ແມ່ນ​ເປັນ​ການ​ຍິງ​ໂຈມ​ຕີ​ກັນ​ ດ້ວຍ​ຈະ​ຫຼວດ​ເທື່ອ​ທຳ​ອິດ ລະ​ຫວ່າງ​ອິ​ສ​ຣາ​ແອ​ລ ແລະ​ກຸ່ມ​ຮ​າ​ມາ​ສ ນັບ​ຕັ້ງ​ແຕ່​ໄດ້​ມ​ການ​ຢຸດ​ຍິງທີ່​ໄກ່​ເກ່ຍ​ໂດຍ​ອີ​ຈິບໃນ​ເດືອນ​ແລ້ວທີ່​ເຮັດ​ໃຫ້​ການ​ສູ້​ລົບ​ກັນ​ຢ່າງ​ໜັກ​ເປັນ​ເວ​ລາ 2 ມື້​ຍຸ​ຕິ​ລົງ.

ອ່ານ​ຂ​່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG