ນາຍົກລັດຖະມົນຕີລາວຢືນຢັນທີ່ຈະປະຕິບັດ 8 ມາດຕະການຢ່າງເຂັ້ມງວດພາຍໃຕ້
ເປົ້າໝາຍ ເພື່ອຊຸກຍູ້ເສດຖະກິດຂອງລາວໃນປີ 2019 ໃຫ້ຂະຫຍາຍໂຕເພີ້ມຂຶ້ນໃນ
ອັດຕາສະເລ່ຍ 6.5 ເປີເຊັນ ຂຶ້ນໄປ. ຊຶ່ງຊົງລິດ ໂພນເງິນ ນັກຂ່າວ ວີໂອເອ ມີລາຍງານ
ຈາກບາງກອກ.
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ການເນັ້ນໜັກຕໍ່ກອງປະຊຸມ ສະ
ຫລຸບວຽກງານຄະນະກຳມະການສົ່ງເສີມ ແລະຄຸ້ມຄອງການລົງທຶນ ຂັ້ນສູນກາງ ຂັ້ນ
ແຂວງ ແລະນະຄອນຫຼວງປະຈຳສົກປີ 2018 ເມື່ອບໍ່ນານມານີ້ ທີ່ນະຄອນຫຼວງວຽງ
ຈັນ ວ່າທຸກພາກສ່ວນຈະຕ້ອງປະສານງານກັນເຂົ້າໃນການຈັດຕັ້ງປະຕິບັດ 8 ມາດ
ຕະການກະຕຸ້ນເສດຖະກິດ ແຫ່ງຊາດຢ່າງເຂັ້ມງວດໃນຕະຫຼອດປີ 2019 ເພື່ອຮັບ
ປະກັນໃຫ້ໄດ້ຢ່າງຄັກແນ່ວ່າ ເສດຖະກິດມະຫາພາກໃນລາວຈະຂະຫຍາຍໂຕເພີ້ມ
ຂຶ້ນໃນອັດຕາສະເລ່ຍຕັ້ງແຕ່ 6.5 ເປີເຊັນ ຂຶ້ນໄປ ເມື່ອທຽບໃສ່ປີ 2018 ທີ່ຜ່ານມາ.
ທ່ານທອງລຸນ ຍອມຮັບວ່າເສດຖະກິດລາວໃນປີ 2018 ທີ່ຂະຫຍາຍໂຕໃນອັດຄາ
ສະເລ່ຍ 6.5 ເປີເຊັນ ຕ່ຳກວ່າເປົ້າໝາຍທີ່ສະພາແຫ່ງຊາດລາວກຳນົດໄວ້ທີ່ອັດຕາ
ສະເລ່ຍ 7 ເປີເຊັນນັ້ນ ນອກຈາກຈະມີສາເຫດມາຈາກບັນຫາໜີ້ສິນທັງພາຍໃນ
ແລະຕ່າງປະເທດ ບັນຫາຖານລາຍຮັບຂອງລັດຖະບານທີ່ບໍ່ແນ່ນອນ ແລະການ
ຂາດດຸນການຄ້າຕ່າງປະເທດແລ້ວ ຍັງມີສາເຫດສຳຄັນຈາກການຈັດຕັ້ງປະຕິບັດ
8 ມາດຕະການກະຕຸ້ນເສດຖະກິດ ທີ່ມີປະສິດທິພາບຕ່ຳອີກດ້ວຍ ດັ່ງທີ່ທ່ານທອງ
ລຸນໄດ້ໃຫ້ການຢືນຢັນວ່າ
“ມາດຕະການກະຕຸ້ນເສດຖະກິດນີ້ ຍັງບໍ່ທັນໄດ້ລົງເລິກເທື່ອ ການຜັນຂະຫຍາຍຍັງ
ບໍ່ທັນໄວປານໃດເທື່ອ ກະຊວງໃດເຮັດອັນໃດໆ ຂະແໜງການການໃດເຮັດອັນໃດໆ
ໄດ້ເວົ້າແຈ້ງຢູ່ໃນມະຕິຂອງຂອງລັດຖະບານຫັ້ນນະ ຂ້າພະເຈົ້ານີ້ລະເຊັນ ໄປໃຫ້ແຕ່
ລະຂະແໜງການເຮັດຫັ້ນ ມີແລ້ວເຮັດຊະບາດນີ້ ປີ 2019 ເລີ້ມເຮັດອັນນີ້ເຂົ້າເລິກ
ແກ້ໄຂບັນດາບັນຫາອັນນີ້ ເພາະວ່າແຕ່ລະມາດຕະການ ມັນປົກຄຸມໃນການສ້າງ
ສະຖຽນລະພາບຂອງເສດຖະກິດມະຫາພາກ ແລະເຮັດໃຫ້ເສດຖະກິດຂອງປະເທດ
ເຮົາກ້າວໜ້າໄປ.”
ໂດຍ 8 ມາດຕະການກະຕຸ້ນເສດຖະກິດຂອງລັດຖະບານລາວ ກໍຄືການຄຸ້ມຄອງເສດ
ຖະກິດມະຫາພາກ ໃຫ້ມີສະຖຽນລະພາບ ແລະໝັ້ນທ່ຽງປັບປຸງການຄຸ້ມຄອງລະບົບ
ການເງິນ ແລະງົບປະມານລັດ ໃຫ້ແຂງແຮງດ້ວຍການປະຕິຮູບກົນໄກໃນການເກັບ
ລາຍຮັບໃຫ້ເຂົ້າສູ່ລະບົບທັນສະໄໝ ແລະໂປ່ງໄສ ຄຸ້ມຄອງເງິນຕາໃຫ້ມີສະຖຽນລະ
ພາບ ປະຕິບັດນະໂຍບາຍດອກເບ້ຍຕາມກົນໄກຕະຫຼາດ ປັບປຸງສະພາວະແວດລ້ອມ
ໃຫ້ການດຳເນີນທຸລະກິດ ສົ່ງເສີມການລົງທຶນພາຍໃນຈາກຕ່າງປະເທດ ສົ່ງເສີມການ
ຜະລິດສິນຄ້າ ແລະພັດທະນາການບໍລິການ ໂດຍສຸມໃສ່ການຜະລິດສິນຄ້າເພື່ອຊົມ
ໃຊ້ພາຍໃນ ແລະຫລຸດຜ່ອນນຳເຂົ້າຈາກຕ່າງປະເທດໃຫ້ໄດ້ເທື່ອລະກ້າວ.
ສຸມໃສ່ການພັດທະນາທາງດ້ານວັດທະນາທຳສັງຄົມ ແລະແກ້ໄຂຄວາມທຸກຍາກ ຄົ້ນ
ຄວ້າຜັນຂະຫຍາຍ ແລະຈັດຕັ້ງປະຕິບັດເປົ້າໝາຍການພັດທະນາຢ່າງຍືນຍົງໃຫ້ເປັນ
ແຜນການ ແລະໂຄງການລະອຽດທີ່ມີປະສິດທິຜົນ ບໍລິຫານລັດຖະການຕາມລະບຽບ
ກົດໝາຍຢ່າງເຂັ້ມງວດ ທີ່ແນໃສ່ການຕ້ານການສໍ້ລາດບັງຫຼວງ ໃຫ້ເປັນຮູບປະທຳ
ສະເໜີສະພາແຫ່ງຊາດ ແລະສະພາທ້ອງຖິ່ນໃຫ້ຕິດຕາມກວດກາການປັບປຸງນິຕິກໍາ
ໃຫ້ສອດຄ້ອງກັບສະພາບໂຕຈິງ ເພື່ອຮັບປະກັນສະຖຽນລະພາບທາງການເມືອງ
ແລະຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃຫ້ໄດ້ຢ່າງຄັກແນ່.
ທາງດ້ານຄະນະຊ່ຽວຊານຂອງທະນາຄານໂລກ ໄດ້ສະຫລຸບສະພາວະທາງເສດ
ຖະກິດໃນປີ 2018 ຂອງລາວວ່າ ມີການຂະຫຍາຍໂຕເພີ້ມຂຶ້ນ 6.5 ເປີເຊັນ ໂດຍ
ຫລຸດລົງຈາກ 6.9 ເປີເຊັນ ໃນປີ 2017 ເພາະວ່າໄພນ້ຳຖ້ວມຄັ້ງໃຫຍ່ເຮັດໃຫ້ການ
ຜະລິດດ້ານກະສິກຳ ໄດ້ຕ່ຳກວ່າແຜນການ ແລະຜົນຜະລິດດ້ານແຮ່ທາດກໍລົດລົງ
2 ເປີເຊັນ ທຽບໃສ່ປີ 2017 ສ່ວນອັດຕາເງິນເຟີ້ກໍເພີ້ມຂຶ້ນລ 3 ເປີເຊັນ ຫາ 5 ເປີເຊັນ
ຈາກການປັບຂຶ້ນລາຄາສິນຄ້ານຳເຂົ້າຈາກຕ່າງປະເທດທີ່ລັດຖະບານລາວ ບໍ່ສາ
ມາດຄວບຄຸມລາຄາໄດ້ຢ່າງມີປະສິດທິພາບນັ້ນ.
ແຕ່ຢ່າງໃດກໍຕາມ ການຂະຫຍາຍໂຕທາງເສດຖະກິດໃນອັດຕາສະເລ່ຍ 6.5 ເປີເຊັນ
ດັ່ງກ່າວກໍເຮັດໃຫ້ຍອດຜະລິດຕະພັນລວມພາຍໃນ GDP ໃນປີ 2018 ສາມາດຖົວ
ສະເລ່ຍເປັນລາຍໄດ້ຂອງປະຊາຊົນທີ່ລະດັບ 2,599 ໂດລາສະຫະລັດ ຕໍ່ຄົນຕໍ່ປີ ຊຶ່ງ
ສູງກວ່າເປົ້າໝາຍທີ່ສະພາແຫ່ງຊາດລາວໄດ້ຮັບຮອງໄວ້ທີ່ອັດຕາສະເລ່ຍ 2,536
ໂດລາສະຫະລັດ ຕໍ່ຄົນຕໍ່ປີ ໂດຍພາກອຸດສາຫະກຳຂະຫຍາຍໂຕ 6 ເປີເຊັນ ພາກ
ບໍລິການຂະຫຍາຍໂຕ 7 ເປີເຊັນ ແລະພາກກະສິກຳຂະຫຍາຍໂຕ 2 ເປີເຊັນ ຕາມ
ລະດັບ ເມືອທຽບໃສ່ປີ 2017 ທີ່ຜ່ານມາ.