ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມ​ຕາ​ລີ​ບານ ຢືນ​ຢັນ​ວ່າ ຜູ້​ບັນ​ຊາ​ການ​ຄົນ​ສຳ​ຄັນ​ຂອງ​ຕົນ ຖືກ​ສັງ​ຫານ


ໂດ​ຣນ ຄື​ເຮືອ​ບິນ​ທີ່​ບໍ່​ມີ​ຄົນ​ຂັບ​ຂອງ​ອາ​ເມ​ຣິ​ກາ ໄດ້ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດໃສ່
​ພາກ​ໃຕ້​ຂອງ​ອັ​ຟ​ກາ​ນິ​ສ​ຖານ ສັງ​ຫານ ຜູ້​ບັນ​ຊາ​ການ​ຄົນ​ສຳ​ຄັນ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ
​ຕາ​ລີ​ບານ ຊຶ່ງ​ແມ່ນ​ການ​ໂຈມ​ຕີ​ຢ່າງ​ຂະໜານໃຫຍ່ໃສ່​ກຸ່ມ​ກະ​ບົດ​ດັ່ງ​ກ່າວ.

​ໃນ​ວັນ​ອາ​ທິດ​ວານ​ນີ້ ພວກເຈົ້າ​ໜ້າ​ທີ່​ຂອງອັ​ຟ​ກາ​ນິ​ສ​ຖານ​ແລະ​ກຸ່ມ​ຕາ​ລີ​ບານໄດ້ລະ​ບຸ​ວ່າ
ຊາຍ​ຜູ້​ທີ່​ໄດ້​ຖືກ​ສັງ​ຫານ​ນັ້ນ ແມ່ນ​ທ້າວ Mullah Abdul Manan ໂດຍກ່າວ​ວ່າ ລາວ
ໄດ້​ຖືກ​ສັງ​ຫານ​ຮ່ວມ​ກັບ​ຄູ່​ຮ່ວມ​ງານອີກ 4 ຄົນ ໃນ​ວັນ​ເສົາຜ່ານ​ມາ​ນີ້, ໃນ​ເຂດ Nawzad
ແຂວງ ແຮ​ລ​ແມນດ໌​.

ຖະ​ແຫຼງ​ການ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ ​ກ່າວ​ວ່າ ທ້າວ ມາ​ນັນ ແມ່ນ​ເປັນ “​ເຈົ້າ​ແຂວງຫຼັງສາກ”
ສຳ​ລັບ​ແຂວງທີ່ໃຫຍ່ທີ່ສຸດ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ບ່ອນ​ທີ່​ກຸ່ມ​ຕາ​ລີ​ບັນ ຄວບ​ຄຸມ ຫຼື​ ຍາດ​ແຍ່ງໄດ້ຫຼາຍທີ່ສຸດ ​ແລະ​ໄດ້​ອະ​ທິ​ບາຍວ່າ​ການ​ຕາຍ​ຂອງ​ລາວ​ວ່າ “ເປັນ​ການ​ສູນ​ເສຍ​
ທີ່​ຍິ່ງໃຫຍ່ ສຳ​ລັບ​ກຸ່ມ​ກໍ່​ການ​ຮ້າຍ​ພວກ​ນີ້.”

ນອກນັ້ນແຂວງ ແຮ​ລ​ແມນດ໌ ແມ່ນ​ຍັງ​ເປັນ​ສູນ​ຮວມ ​ຂອງ​ການ​ຄ້າ​ຂາຍ​ຢາ​ເສບ​ຕິດ​ທີ່​ໃຫຍ່
​ຂອງ​ປະ​ເທດ ແລະ​ທ້າວ​ມາ​ນັນ ແມ່ນ​ເປັນ​ຜູ້​ຄວມ​ຄຸມກອງທຶນສຳ​ຄັນ ໃຫ້​ກຸ່ມ​ຕາ​ລີ​ບານ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG