ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັນ​ຊາດ​ທີ 2 ທັນ​ວາ ຊຶ່ງ​ເປັນ​ວັນ​ຊາດ​ຂອງ​ສ​ປ​ປ ລາວ ​ທີ່​​ມີ​ທັງ​ການສະ​ຫຼ​ອງ ແລະການປະ​ທ້ວງ ​ໄປ​ພ້ອມໆ​ກັນ


ທ່ານ​ ໄມ ໄຊ​ຍະ​ວົງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ສປ​ປ ລາວ ປະ​ຈຳ​ສະ​ຫະ​ລັດ, ເມັກ​ຊິໂກ ແລະ​ກາ​ນາ​ດາ ຂຶ້ນ​ກ່າວ​ເປີດ​ງານ​ວັນ​ຊາດ​ທີ 2 ທັນ​ວາ.
ທ່ານ​ ໄມ ໄຊ​ຍະ​ວົງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ສປ​ປ ລາວ ປະ​ຈຳ​ສະ​ຫະ​ລັດ, ເມັກ​ຊິໂກ ແລະ​ກາ​ນາ​ດາ ຂຶ້ນ​ກ່າວ​ເປີດ​ງານ​ວັນ​ຊາດ​ທີ 2 ທັນ​ວາ.

ວັນ​ຄົບ​ຮອບ​ວັນສະ​ຖາ​ປະ​ນາ​ ສ​ປ​ປ ລາວ ໄດ້​ບັນ​ຈົບ​ມາ​ອີກເທື່ອນຶ່ງ ໃນ​ວັນ​ທີ 2 ທັນ​ວາ
ມື້​ວານນີ້ ຊຶ່ງ​ໄດ້​ມີ​ການ​ສະ​ເຫລີມ​ສະ​ຫລອງ​ກັນ​ທົ່ວ​ທຸກ​ບ່ອນ​ໃນ ສ​ປ​ປ ​ລາວ ແລະ​ໃນ
​ບັນ​ດາ​ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ປ​ປ ​ລາວ ຢູ່ຕ່າງປະ​ເທດ. ເຊັ່ນ​ດຽວ​ກັນ ​
ຢູ່​ທາງ​ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ປະ​ຈຳ​ສະ​ຫະ​ລັດ​ນັ້ນ,ໂດຍ​ອີງ​ຕາມ​ຄວາມ​
ສະ​ດວກ, ​ໄດ້​ຈັດ​ໃຫ້​ມີການ​ສະ​ເຫລີມ​ສະ​ຫລອງວັນ​ສຳ​ຄັນ​ດັ່ງ​ກ່າວຂອງ​ຊາດ​ລາວ
ຂຶ້ນໃນ​ຄ່ຳ​ຄືນ​ຂອງວັນ​ສຸກ​ທີ 30 ພະ​ຈິກ​ ຜ່ານ​ມາ ຊຶ່ງ​ໄດ້​ເຊື້ອ​ເຊີນເອົາ​ພີ່​ນ້ອງ​ຊາວ​ລາວ
ອາ​ເມ​ຣິ​ກັນ ແລະ​ເພື່ອນ​ມິດ​ທີ່​ຢູ່​ອ້ອມ​ແອ້ມ​ເຂດ​ນະ​ຄອນ​ຫລວງວໍ​ຊິງ​ຕັນໄປ​ຮ່ວມ​ນຳ
ປະ​ມານ 90 ຄົນ. ພາຍ​ໃຕ້​ການນຳ​ພາ​ໂດຍ​ທ່ານ​ ໄມ ໄຊ​ຍະ​ວົງ, ເອກ​ອັກ​ຄະ​ລັດ​ຖະ​ທູດ
​ ສ ປ​ປ ລາວ ປະ​ຈຳ​ສະ​ຫະ​ລັດ, ເມັກ​ຊິໂກ ແລະ​ກາ​ນາ​ດາ, ແລະ​ທ່ານ ດ​ຣ. ຂຽນ ​ພັນສຸ
​ລິ​ວົງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ປ​ປ ລາວ ປະ​ຈຳ​ສ​ະ​ຫະ​ປະ​ຊາ​ຊາດ ການ​ສະເຫລີມ​
ສະ​ຫລອງ​ດັ່ງ​ກ່າວແມ່ນ​ເລີ້ມ​ຕົ້ນ​ດ້ວຍ​ການ​ກ່າວ​ຄຳ​ປາ​ໄສ​ຂອງທ່ານ ໄມ ໄຊ​ຍະ​ວົງ,
ຕິດ​ຕາມ​ດ້ວຍ​ການ​ຮັບ​ປະ​ທານອ​າ​ຫານ​ຄ່ຳ ແລະ​ການ​ຟ້ອນລຳນຳ​ກັນ​ຕາມ​ປະ​ເພ​ນີ​
ລາວຢ່າງ​ມ່ວນ​ຊື່ນ.

ໃນ​ຂະ​ນະ​ດຽວ​ກັນ, ໃນ​ວັນ​ຕໍ່​ມາ ກໍ​ຄື​ວັນ​ເສົາ ທີ 1 ທັນ​ວາ, ທ່າມ​ກາງ​ບັນ​ຍາ​ກາດ​ອັນ​
ໜາວ​ເຢັນ ແລະ​ພາຍ​ໃຕ້​ທ້ອງ​ຟ້າ​ທີ່​ມືດ​ມົນ​ ພ້ອມ​ທັງຝົນ​ຕົກ​ນັ້ນ ​ເວ​ລາ​ປະ​ມານບ່າຍ
2 ໂມງກວ່າໆ ກໍ​ມີ​ການ​ໂຮມ​ຊຸມ​ນຸມປະ​ທ້ວງ​ຢ່າງ​ສັນ​ຕິຂອງ​ປະ​ຊາ​ຄົມ​ລາວ-ອາ​ເມ​ຣິ​ກັນ
ຈາກ 10 ກວ່າອົງ​ການ ທີ່​ໄດ້​ເດີນ​ທາງມາ​ຈາກ​ຫລາຍ​ລັດ ຢູ່​ຕໍ່​ໜ້າ​ສະ​ຖານ​ເອກ​ອັກ​ຄະ​
ລັດ​ຖະ​ທູດ​ລາວ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ ​ເພື່ອ​ທຳ​ການ​ປະ​ທ້ວງຮຽກ​ຮ້ອງ​ໃຫ້​ລັດ​ຖະ
​ບານ​ສ​ປ​ປ​ລາວປ່ຽນ​ແປງ​ການ​ປົກ​ຄອງ ໃຫ້​ມີ​ຫຼາຍ​ພັກ​ຝ່າຍ ເລີກ​ການ​ກົດ​ຂີ່​ຂົ່ມ​ເຫັ່ງ​
ປະ​ຊາ​ຊົນ ໃຫ້​ມີ​ສິດເ​ສ​ລິ​ພາບ​ໃນ​ການ​ປາກ​ເວົ້າ ແລະ​ໃຫ້​ຄົນ​ລາວ​ເປັນ​ເຈົ້າຂອງ​ປະ​ເທດ
​ໂດຍ​ປາດ​ສະ​ຈາກຊາດ​ອື່ນ.

ສ່ວ​ນ​ລາຍ​ລະ​ອຽດ​ໃນ​ການ​ຈັດ​ງານການ​ສະ​ເຫລີມ​ສະ​ຫລອງ ວັນ​ທີ 2 ທັນ​ວາ ແລະ​ການ
​ໂຮມ​ຊຸມປະ​ທ້ວງ​ຢ່າງ​ສັນ​ຕິ ຂອງ​ປະ​ຊາ​ຄົມ​ລາວ-ອາ​ເມ​ຣິ​ກັນ ນັ້ນ ທາງ​ລາຍ​ການ​ຊີ​ວິດ​
ຊາວ​ລາວ​ຂອງວີ​ໂອ​ເອ​ ຈະ​ນຳ​ມາ​ສະ​ເໜີ​ທ່ານ ​ໃນ​ຄັ້ງ​ຕໍ່ໄປ.

XS
SM
MD
LG