ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເພງ Merry Go 'Round ຂັບ​ຮ້ອງ​ໂດຍເຈົ້າ​ຂອງ​ລາງວັນແກ​ຣມ​ມີ Kacey Musgraves


Kacey Musgraves, ເຈົ້າ​ຂອງ​ລາງວັນເພງ​ລູກ​ທົ່ງແຫ່ງ​ປີ (winner of the best country song award for "Merry Go 'Round") ໃນ​ພິ​ທີ​ມອບ​ລາງວັນແກ​ຣມ​ມີ - GRAMMY ຄັ້ງ​ທີ 56, 26 ມັງ​ກອນ 2014, ທີ່​ນະ​ຄອນ​ລອວ ເອນ​ເຈີ​ແລັ​ສ.
Kacey Musgraves, ເຈົ້າ​ຂອງ​ລາງວັນເພງ​ລູກ​ທົ່ງແຫ່ງ​ປີ (winner of the best country song award for "Merry Go 'Round") ໃນ​ພິ​ທີ​ມອບ​ລາງວັນແກ​ຣມ​ມີ - GRAMMY ຄັ້ງ​ທີ 56, 26 ມັງ​ກອນ 2014, ທີ່​ນະ​ຄອນ​ລອວ ເອນ​ເຈີ​ແລັ​ສ.

ໃນຄ່ຳ​ຄື​ນນີ້ ທ່ານ​ຈະ​ໄດ້​ຟັງ​ເພງ​ສາ​ກົນ​ອີກ ຊຶ່ງຈະເປັນເພງ​ຂອງ​ສິນ​ລະ​ປິນ​ສາວ
ທັງ​ສາມ​ເພງ​ເລີຍ. ຂໍ​ເຊີນເຂົ້າ​ສູ່​ລາຍ​ການ​ຂອງ​ພວກ​ເຮົາໄດ້ ເພື່ອຮັບ​ຟັງ​ເພງ​ມ່ວນໆ ໃນລາຍການສຽງ​ເພງ​ຈາກ​ແດນ​ໄກຂອງວີ​ໂອ​ເອ​ ໄດ້ນະ​ບັດ​ນີ້.

ສະບາຍດີ ທ່ານ​ແຟນລາຍການສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ທັງຫຼາຍ. ​ໃນ​ຄໍ່າ​ຄືນ​ນີ້
ວັນນະ​ສອນ ຈະ​ພາ​ທ່ານມ່ວນ​ຊື່ນ​ກັບ​ເພງອາ​ເມຣິກັນ ອີກ​ຕາມ​ເຄີຍ. ການ​ຟັງ​ດົນຕີ​
ມັນ​ເປັນເລື່ອງສ່ວນ​ຕົວເໜາະ​ທ່ານ ​ເພາະວ່າ ຄວາມ​ມັກ​ຮັກ​ດົນຕີ ມັນ​ບໍ່ຄື​ກັນ ຕ່າງ​ຄົນ​
ຕ່າງກໍ​ມັກ ຕາມ​ແບບ​ສະບັບ​ຂອງ​ຕົວ​ເອງ ຈະ​ດ້ວຍ​ເຫດຜົນ​ອັນໃດ ກໍ​ຕາມ​ແຕ່ ວັນນະ​
ສອນ ກໍຈະຂໍ​ເປັນ​ສ່ວນ​ນຶ່ງ​ໃນ​ການ​ນຳ​ສະ​ເໜີ​ເພງ​ມ່ວນໆ​ມາ​ຝາກ​ທ່ານ​ຜູ້​ຟັງ ຊຶ່ງ​ຈະມີ​
ທັງ​ສາລະແລະການ​ບັນເທີ​ງ ມາ​ກ່ອມອາລົມ​ທ່ານ ສ່ວນ​ທ່ານ​ຜູ້​ຟັງ​ທີ່​ຂຽນ​ມາ ​ໃນ​ໜ້າ
​ແວບໄຊ​ຕ໌ ຂອງ​ເຮົາ ທີ່ວ່າ ລາຍ​ການນີ້ ບໍ​ຣິງ ຫຼືວ່າ ໜ້າເບື່ອນັ້ນ ມັນກໍແມ່ນດັ່ງທີ່ຂ້າພະ
ເຈົ້າໄດ້ເວົ້າໄປຢູ່ຂ້າງເທິງຫັ້ນແລ໊ະ. ເພາະສະນັ້ນ ເພື່ອບໍ່ໃຫ້ເສຍເວລາຕື່ມ ເຮົາ​ມາ​ຟັງ
​ເພງ​ຂອງ Kacey Musgraves ເລີຍເໜາະທ່ານ ເພື່ອ​ຈະ​ໄດ້​ຜ່ອນ​ຄາຍ​ອາ​ລົມ ​
ໃນ​ບົດ​ເພງ Merry Go 'Round.

​ເພງຕໍ່​ໄປ ຈະເປັນ​ເພງ ຂອງ​ສິນ​ລະ​ປິນ​ສາວ​ນັກ​ເຕັ້ນ ​Jennifer Lopez ທີ່ເກືອບວ່າ
​ທຸກ​ຄົນ​ຮູ້​ກັນ​ດີໃນ​ຊື່ JLo ຊຶ່ງ​ຈະ​ມາກ່ອມ​ອາລົມທ່ານ​ດ້ວຍ​ເພງ First Love ​ຊຶ່ງນີ້
ກໍ​ແມ່ນ​ເພງຈັງຫວະ​ຊ້າ​ຂອງ JLo ເພາະ​ເພງ​ສ່ວນ​ໃຫຍ່​ຂອງ​ຜູ້​ກ່ຽວ​ຈະ​ແມ່ນ​ເພງ​ເຕັ້ນ.
ເອົາ​ຂໍ​ເຊີນຟັງ​ເພງ​ຮັກ​ແລກ ກັນ​ກ່ອນ…ມ່ວນ ຫຼືບໍ່​ມ່ວນ ກໍຂໍໃຫ້​ບອກ​ມາ​ເດີ.

​ກ່ອນ​ອຳ​ລາຈາກ​ທ່ານ​ຜູ້​ຟັງ​ໄປ​ ໃນ​ຄ່ຳ​ຄືນ​ນີ້ ວັນ​ນະ​ສອນ ຈະຂໍ​ມ້ວນ​ທ້າຍ​ດ້ວຍ​ເພງ
You're Mine (Eternal) ​ຂອງ​ນັກ​ຮ້ອງ​ສຸດ​ພະ​ລັງ ແນວ​ເພງ R&B - Mariah
Carey
ທີ່​ຮ້ອງ​ຄູ່​ກັບ Trey Songz. ເປັນ​ຢ່າງ​ໃດລະ ມັກ​ເພງ​ທີ່​ພວກ​ເຮົາ​ຈັດ​ໃຫ້​ຟັງ​ບໍ່?
ຈັ່ງ​ໃດ ກໍ​ຢ່າ​ລືມ​ຂຽນ​ເຂົ້າ​ມາ​ບອກ​ແດ່​ ຈະຂໍຮັບຟັງຄຳຕິຊົມສະເໝີ. ພົບ​ກັນ​ໃໝ່​ໃນ
​ສັບປະດາ​ໜ້າ.

XS
SM
MD
LG