ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈະ​ບໍ່​ມີ​ການ​ຊົດ​ເຊີຍ​ ໃຫ້​​ປະ​ຊາ​ຊົນ ທີ່​ໄດ້​ຮັບ ​ຜົນ​ກະ​ທົບ​ ຈາກ​ໄພ​ນ້ຳ​ຖ້ວມ ​ຍ້ອນ​ການ​ປ່ອຍ​ນ້ຳ​ ອອກ​ຈາກ​ເຂື່ອນ


ນ້ຳ​ຖ້ວມ​ທົ່ວ​ປະ​ເທດ
ນ້ຳ​ຖ້ວມ​ທົ່ວ​ປະ​ເທດ

ຮອງນາຍົກລັດ​ຖະ​ມົນ​ຕີ​ລາວ​ຢືນ​ຢັນ​ວ່າ ຈະ​ບໍ່​ມີ​ການ​ຊົດ​ເຊີຍ​ໃຫ້​ກັບ​ປະ​ຊາ​ຊົນ ທີ່​ໄດ້​
ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່​ທີ່​ຖືກ​ສົມ​ທົບ​ດ້ວຍ​ການ​ປ່ອຍ​ນ້ຳ​ອອກ​ຈາກ
​ເຂື່ອນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຂື່ອນ​ແຕກ ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານສອນ​ໄຊ ສີ​ພັນ​ດອນ ຮອງນາຍົກລັດ​ຖະ​ມົນ​ຕີ​ ແລະ​ປະ​ທານ​ຄະ​ນະ​ກຳ​ມະ​ການ
​ສະ​ເພາະ​ກິດ​ແກ້​ໄຂ​ໄພ​ພິ​ບັດ ລະ​ດັບ​ຊາດຖະ​ແຫຼງວ່າ ການ​ປ່ອຍ​ນ້ຳ​ອອກ​ຈາກ​ອ່າງ
​ເກັບ​ນ້ຳ​ຂອງ​ໂຄງ​ການເຂື່ອນໄຟ​ຟ້າ​ຕ່າງໆ ໃນ​ຊ່ວງ​ເດືອນ​ກໍ​ລະ​ກົດ ຫາ ກັນ​ຍາ 2018
ຊຶ່ງ​ເປັນ​ໄລ​ຍະ​ທີ່​ພາ​ຍຸ​ເຂດ​ຮ້ອນ ​ໄດ້​ພັດ​ເຂົ້າ​ມາ​ໃນ​ລາວ​ນັ້ນ ຖື​ເປັນ ສ່ວນ​ນຶ່ງ​ຂອງ​
ມາດ​ຕະ​ການ​ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມໃນ​ລາວ ເພາະ​ການ​ປ່ອຍ​ນ້ຳ​ອອກ​
ຈາກ​ເຂື່ອນ​ໄຟ​ຟ້າ​ດັ່ງ​ກ່າວ ເປັນ​ໄປ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຂື່ອນ​ແຕ​ກ​ນັ້ນ​ເອງ ​ດັ່ງ​ນັ້ນ ບັນ​ດາ
​ຜູ້​ລົງ​ທຶນ ໃນ​ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ຕ່າງໆ ທີ່​ປ່ອຍ​ນ້ຳ​ອອກ​ມາ​ຈາກ​ເຂື່ອນ​ແລະ​ລົງ​ມາ
​ເພີ້ມ​ຕື່ມ ໃນ​ເຂດ​ທີ່​ປະ​ສົບ​ໄພ​ນ້ຳ​ຖ້ວມ​ຢູ່​ແລ້ວ ບໍ່​ຕ້ອງ​ຮັບ​ຜິດ​ຊອບ​ໃນ​ການ​ຈ່າຍ​ຄ່າ​ທົດ
​ແທນ​ການ​ເສຍ​ຫາຍ​ໃຫ້​ກັບ​ປະ​ຊາ​ຊົນ ທີ່​ໄດ້​ຮັບ​ຜົນກະ​ທົບຈາກ​ໄພ​ນ້ຳ​ຖ້ວມ​ໃນ​ຄັ້ງ​ນີ້
ດັ່ງ​ທີ່ ທ່ານ​ສອນ​ໄຊ ໃຫ້​ການ​ຢືນ​ຢັນ​ວ່າ“ອັນນີ້ຈະ​ບໍ່​ໄດ້​ມີ​ການ​ທົດ​ແທນ ເນື່ອງ​ຈາກວ່າ
ການ​ປ່ອຍ​ດັ່ງ​ກ່າວ​ນີ້ ກະ​ແມ່ນ​ມັນ​ຕ້ອງ​ໄດ້​ຮັບ​ປະ​ກັນ​ຄວາມ​ປອດ​ໄພ ຖ້າ​ວ່າ​ເຂື່ອນ​
ແຕກ​ນີ້ ມັນ​ສິ​ຮ້າຍ​ແຮງກວ່າ​ນ້ຳ​ຍຶ່ງ​ນີ້​ເນາະ ອັນ​ນີ້​ການ​ປ່ອຍ​ນີ້ ກະ​ຍ້ອນ​ວ່າ​ປະ​ລິ​ມານ
ຝົນ​ຕົກ​ຫຼາຍ ມັນ​ຈຳ​ເປັນ​ຕ້ອງ​ໄດ້​ປ່ອຍ
ເພາະ​ວ່າ​ນອກ​ຈາກ​ນ້ຳ​ງື່ມ​ແລ້ວ ມັນ​ກະ​ມີ​ນ້ຳ​ງື່​ມ
2 ເນາະ ມີ​ນ້ຳ​ງຽບ ນ້ຳ​ຫຍັງ​ຕ່າງໆ
ທີ່​ໄຫຼ​ເຂົ້າ​ໃນ​ອ່າງ​ດັ່ງ​ກ່າວ​ນັ້ນ ແຕ່​ວ່າ​ແນວ​ໃດ​ກໍ​ຕາມ
ທາງ​ຜູ້ພັດ​ທະ​ນາ ເຂົາ​ກໍ​ຈະ​ນຳ​ໃຊ້​ເງິນ​ທີ່​ໄດ້​ຈາກ​ການ​ຂາຍ​ໄຟ ເພື່ອ​ມາ​ປະ​ກອບ​ສ່ວນ​
ໃຫ້​ລັດ​ຖະ​ບານ​ຊື້​ແນວ​ພັນ​ພືດ ແນວ​ພັນ​ສັດ​ຕ່າງໆ ເພື່ອ​ຈະ​ສະ​ໜອງ​ໃຫ້​ແກ່​ປະ​ຊາ​ຊົນ.”

ທັງນີ້ ໂດຍ​ເຂື່ອນ​ໄຟ​ຟ້າ​ທີ່​ໄດ້​ທຳ​ການປ່ອຍ​ນ້ຳ​ອອກ​ຈາກ​ອ່າງ​ໂຕ່ງ​ລົງ​ມາ​ເພີ້ມ​ຕື່ມ
ໃນ​ເຂດປະ​ສົບ​ໄພ​ນ້ຳ​ຖ້ວມ ໃນ​ຊ່ວງ​ເດືອນ​ກໍ​ລະ​ກົດ-ກັນ​ຍາ ທີ່​ຜ່ານ​ມາ ປະ​ກອບ​
ດ້ວຍເຂື່ອນ​ນ້ຳ​ງື່ມ 1, 2 ແລະ 5 ເຂື່ອນ​ນ້ຳ​ໄຜ່, ເຂື່ອນ​ນ້ຳ​ຊອງ ແລະ​ເຂື່ອນ​ນ້ຳ​ລີກ
ສ່ວນ​ເຂື່ອນນ້ຳ​ເທີນ 2 ໄດ້ຫຍຸດ​ການ​ເດີນ​ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ 5 ໜ່ວຍ​ຈາກ​ທັງ​ໝົດ
6 ໜ່ວຍ ເພື່ອ​ຊ່ອຍ​ຫຼຸດ​ຜ່ອນ​ຜົນ​ການ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ ໃນ​ຊ່ວງ​ດັ່ງ​ກ່າວ.

ທັງ​ນີ້ ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່​ໄດ້​ກວມ​ເອົາ​ພື້ນ​ທີ່​ໃນ​ເຂດ 2,409 ໝູ່​ບ້ານ 115 ເມືອງ
17 ແຂວງ ແລະ​ນະ​ຄອນ​ວຽງ​ຈັນ ໂດຍ​ສົ່ງ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ຊົນ​ລາວ 639,437 ຄົນ
ຫຼື 131,507 ຄອບ​ຄົວ ທັງ​ຍັງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 55 ຄົນ ບາດ​ເຈັບ 2 ຄົນ ສູນ​ຫາຍ
65 ຄົນ ແລະ 16,709 ຄົນ ບໍ່​ມີ​ທີ່​ຢູ່​ອາ​ໄສ ເພາະ​ເຮືອນ​ທີ່​ນ້ຳພັດ ເສຍ​ຫາຍຢ່າງ​ສິ້ນ​ເຊີງ
ສ່ວນ​ນາ​ປີ​ເສຍ​ຫາຍ​ໄປ 90,600 ກວ່າ​ເຮັກ​ຕາ ຫຼື 12 ເປີ​ເຊັນ ຂອງ​ນາ​ປີ ທີ່​ປັກ​ດຳ​ໄດ້​
ທັງ​ໝົດ ໂດຍ​ຍັງ​ບໍ່​ຮວມ​ເຖິງ​ເຂົ້າ​ໄຮ່ ແລະ​ພື້ນທີ່​ປູກ​ພືດ​ຕ່າງ​ໆ ທີ່​ເສຍ​ຫາຍ​ໄປ​ກວ່າ
15,000 ເຮັກ​ຕາ ຄອງ​ຊົນ​ລະ​ປະ​ທານ 778 ແຫ່ງ ໜອງ​ປາ 5,387 ແຫ່ງ ງົວ-ຄວາຍ-
ໝູ-ແບ້ ຫຼາຍກວ່າ 23,000 ຕົວ​ແລະ​ສັດ​ປີກ 70,000 ກວ່າ​ຕົວ ໂດຍ​ສະເພາະ
ເຂດ​ເມືອງ​ທຸ​ລະ​ຄົມ ແຂວງວຽງ​ຈັນ ທີ່​ຢູ່​ໃຕ້​ເຂື່ອນ​ນ້ຳ​ງື່ມ 1 ນັ້ນ ກໍ​ນັບ​ເປັນ​ເຂດ​ນຶ່ງ​ທີ່​ໄດ້​
ຮັບ​ຜົນ​ກະ​ທົບຢ່າງ​ໜັກ​ໜ່ວງ ທີ່​ສຸດ ດັ່ງ​ທີ່​ປະ​ຊາ​ຊົນ​ທີ່​ບ້ານ​ຫາດ​ສວນ ໄດ້​ໃຫ້​ການ
​ຢືນ​ຢັນ​ວ່າ “ເຂື່ອນປ່ອຍ​ນ້ຳມາ​ກະ​ຖື​ວ່າ ເຕັມ​ຮ້ອຍ​ແຫຼະ 232 ຫຼັງ​ຄາ​ເຮືອນ​ຖ້ວມ​
ໝົດ​ເລີຍ
ເພາະ​ວ່າ ທາງ​ເຂື່ອນນ້ຳ​ລີກຮັ້ນ​ ປ່ອຍ​ລົງ​ມາ​ຕື່ມ ບໍ່​ມີ​ທາງ​ລະ​ບາຍ ລໍ​ຖ້າ​
ແຕ່​ນ້ຳ​ງື່ມ ນ້ຳ​ງື່ມຫຼຸດ​ລົງ ກະ​ແມ່ນ​ຖື​ວ່າ​ແຫ້ງ ນ້ຳ​ງື່ມບໍ່​ຫຼຸດ ກະ​ແມ່ນ​ຢູ່​ຈັ່ງ​ຊີ້​ແຫຼະ
ຄັນ​ສິ​ເວົ້າແລ້ວກະ​ບັນ​ຫາ​ໂຕທີ່​ຂາດ ສ່ວນ​ຫຼາຍ ກໍ​ແມ່ນ​ນ້ຳ ເລື້ອງ​ຢູ່​ເລື້ອງ​ກິນ.”

​ທາງ​ດ້ານ​ເຈົ້າ​ໜ້າ​ທີ່ ຂອງ​ອົງ​ການ​ອາ​ຫານແລະ​ການ​ກະ​ເສດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ
(FAO) ​ທີ່​ມີສຳ​ນັກ​ງານຢູ່​ບາງກອກ ປະ​ເທດ​ໄທ ກໍ​ເປີດ​ເຜີຍ​ວ່າ FAO ໄດ້​ປະ​ເມີນ
ເບື້ອງ​ຕົ້ນ​ວ່າ ໄພ​ນ້ຳ​ຖ້ວມຄັ້ງ​ໃຫຍ່​ທີ່​ເກີດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ​ລາວ ເຮັດ​ໃຫ້​ເກີດການ​
ເສຍ​ຫາຍ ຫຼາຍກວ່າ 1,800 ຕື້​ກີບ ໃນ​ນີ້​ພາກ​ກະ​ສິ​ກຳ ເສຍ​ຫາຍ 1,260 ຕື້​ກີບ
ແລະ​ການ​ທີ່​ຈະ​ຮັບປະ​ກັນໃຫ້​ໄດ້​ວ່າ ປະ​ຊາ​ຊົນ​ລາວ ຈະ​ບໍ່​ຂາດ​ສະ​ບຽງ​ອາ​ຫານ
ໃນ​ປີ 2019 ກໍ​ຍັງ​ຈະຕ້ອງ​ຊຸກ​ຍູ້​ການ​ປູກ​ພືດລະ​ດູ​ແລ້ງໃຫ້​ໄດ້ ໃນ​ພື້ນ​ທີ່ 185,000
ເຮັກ​ຕ​າອີກ​ດ້ວຍ.

ນອກຈາກ​ນັ້ນ ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່​ໃນ​ລາວ ຍັງ​ເຮັດ​ໃຫ້​ຖະ​ນົນ​ເສຍ​ຫາຍ 644 ເສັ້ນ
ຂົວ 49 ແຫ່ງ ເສົາ​ໄຟ​ຟ້າ 915 ຕົ້ນ ອາ​ຄານ​ຮຽນ 300 ກວ່າ​ຫຼັງ ໂຮງ​ໝໍ 2 ແຫ່ງ ສຸກ​
ສາ​ລາ 35 ແຫ່ງ ແຫຼ່ງ​ນ້ຳ​ບາ​ດານ 5,910 ແຫ່ງ ນ້ຳ​ສ້າງ 7,138 ແຫ່ງ ແລະ​ວິດ​ຖ່າຍ
22,962 ຫຼັງ.

XS
SM
MD
LG