ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາສູງ ສຫລ ສົນທະນາເລື້ອງ ສິດທິ ໃນການທໍາແທັ້ງລູກ ໃນຂະນະທີ່ ປ. ທຣໍາ ກໍາລັງ ຈະແຕ່ງຕັ້ງ ຄົນຂຶ້ນກໍາຕຳແໜ່ງໃນ ສານສຸູງສຸດ ຢູ່


ການປະທ້ວງຄັ້ງນຶ່ງຢູ່ຕໍ່ໜ້າສານສູງ ສຸດ ໃນນະຄອນຫລວງ
ວໍຊິງຕັນ
ການປະທ້ວງຄັ້ງນຶ່ງຢູ່ຕໍ່ໜ້າສານສູງ ສຸດ ໃນນະຄອນຫລວງ ວໍຊິງຕັນ

ສິດ​ທິໃນ​ການແທັ້ງລູກ​ໄດ້​ເລີ້ມ​ໂຜ່​ຕົວ​ຂຶ້ນມາ ເປັນຫົວຂໍ້​ໃຫຍ່ ໃນ​ການສົນ​ທະ​ນາ​ກັນ ​ໃນ
​ວັນ​ອາທິດ​ວານ​ນີ້ ລະຫວ່າງ​ພວກ​ສະມາຊິກ​ສະພາ​ສູງ ທີ່ຈະ​ລົງ​ຄະ​ແນນ​ສຽງ ​ເພື່ອ​ຮັບຮອງ​
ເອົາ​ຄົນ​ທີ່​ປະທານາທິບໍດີ ດໍ​ໂນ​ລ ທຣໍາ​ໄດ້​ເລືອກມາ​ເປັນ​ຜູ້​ສຸດ​ທ້າຍ​ ໃຫ້ກໍາ​ຕໍາ​ແໜ່ງໃນ
​ສານ​ສູງ​ສຸດ​ແທນຜູ້​ພິພາກສາ ແອນ​ໂທ​ນີ ​ເຄນ​ເນ​ດີ ທີ່​ໄດ້​ລາ​ອອກ​ໄປ​ບໍານານ ໃນ​ທ້າຍ
​ເດືອນ​ແລ້ວນີ້.

ສະມາຊິກ​ສະພາ​ສູງມາ​ເຣຍ ​ແຄນທ໌​ແວ​ລ ຈາກ​ພັກ​ເດ​ໂມ​ແຄຣັດຈາກ​ລັດ​ວໍ​ຊິງ​ຕັນ ກ່າວ​ຕໍ່
ລາຍການ Meet The Press ຂອງອົງການ​ຂ່າວ NBC ວ່າ "​ເພື່ອນ​ຮ່ວມ​ງານ ​ຂອງ​ຂ້າ
ພະ​ເຈົ້າຢູ່​ທາງ​ສອງ​ຟາກ [​ພວກສັງກັດ​ພັກ​ເດ​ໂມ​ແຄຣັດ ​ແລະພັກຣີພົບ​ບລິ​ກັນ] ຮູ້​ດີ​ແລ້ວ
​ວ່າການ​ລົງ​ຄະ​ແນນ​ສຽງຄັ້ງນີ້ ອາດ​ເປັນການລົງ​ຄະ​ແນນ​ສຽງ ທີ່​ສໍາຄັນ​ອັນ​ນຶ່ງ​ ໃນ​ຕະ
ຫລອດຊີວິ​ດການ​ທໍາ​ງານ​ຂອງພວກ​ເຂົາ​ເຈົ້າ. ຖ້າຫາ​ກວ່າພວກ​ເຂົາ​ເຈົ້າລົງ​ຄະ​ແນນ​ສຽງ
​ເລືອກ​ເອົາຜູ້​ໃດ​ຜູ້​ນຶ່ງ ​ທີ່​ຈະ​ມາ​ປ່ຽນບັນ​ທັດຖານທາງ​ກົດໝາຍອັນ​ກ່ອນ ມັນ​ອາດ​ຈະ​ເປັນ
​ການ​ເຄື່ອນ​ໄຫວ​ທີ່​ກ້າ​ວ​ໄປ​ສູ່ ຈຸດ​ຈົບ​ຂອງ​ອາຊີບ​ວຽກງານ."

ການ​ແທັ້ງລູກ​ໄດ້​ກາຍ​ມາ​ເປັນ​ເລື້ອງທີ່​ຖືກ​ກົດໝາຍຢູ່​ໃນ​ທົ່ວ​ອາ​ເມຣິກາ ນັບ​ແຕ່​ມີ​ການ​ຕັດ
ສິນທີ່​ເປັນຂີດໝາຍສໍາຄັນ​ຂອງສານ​ສູງ​ສຸດ​ໃນ​ປີ 1973 ທີ່​ໃຫ້ Roe ຊະນະ Wade. ການ​
ຕັດສິນ​ໃນ​ຄັ້ງຕໍ່ໆມາ​ ຂອງ​ສານ​ສູງ​ສຸດ​ໄດ້​ເຮັດ​ໃຫ້​ສິດ​ຂອງ​ແມ່ຍິງທີ່​ຈະ​ເອົາ​ລູກ​ອອກ​ ໄດ້​ຮັບ​
ການສະໜັບສະໜຸນ​ເພີ້ມຂຶ້ນອີກ.

​ໃນ​ຂະນະ​ທີ່​ເປັນ​ຜູ້​ລົງ​ສະໝັກ​ເລືອກຕັ້ງ​ໃນ​ປີ 2016 ນັ້ນ ທ່ານ​ທຣໍາ ​ໄດ້​ໃຫ້​ສັນຍານ​ຢ່າງ​ຈະ​ແຈ້ງວ່າ ທ່ານ​ມີ​ເຈດ​ຕະນາ​ ຢ່າງ​ຊັ​ດເຈນ ທີ່​ຈະ​ປູ​ທາງ​ ໃຫ້​ມີ​ການຕ່າວ​ປີ້ນກົດໝາຍກ່ຽວກັບ
Roe ຊະນະ Wade ນັ້ນ ​ໂດຍ​ການ​ແຕ່ງຕັ້ງນັກ​ກົດໝາຍທີ່​ມີ​ຫົວ​ອະນຸ​ລັກ​ນິຍົມ​ທາງ​ດ້ານ
​ສັງຄົມ ທີ່​ຂ້ອນ​ຂ້າງ​ ຈະ​ເຊື່ອ​ວ່າ ສານ​ສູງ ​ໄດ້​ກະທໍາ​ຜິດ ​ໃນ​ຕອນ​ທີ່​ທໍາ​ການ​ຕັດສິນ ​ໃນ​ປີ
1973 ນັ້ນ.

​ໃນ​ຂະນະ​ທີ່​ທໍາ​ການ​ໂຕ້ວາທີ​ກັບ ທ່ານ​ນາງ ຮີ​ລລາຣີ ຄລິນ​ຕັນ ທີ່​ເປັນ​ຜູ້​ລົງ​ສະໝັກ​ເລືອກ​
ຕັ້ງຈາກ​ພັກ​ເດ​ໂມ​ແຄຣັດນັ້ນ ທ່ານ​ທຣໍາ​ເວົ້າວ່າ "ສິ່ງ​ນັ້ນຈະ​ເກີດ​ຂຶ້ນ ​ແລະ​ມັນ​ຈະ​ເກີດ​ຂຶ້ນ
ຢ່າງ​ອັດຕະ​ໂນ​ມັດ, ຕາມ​ຄວາມ​ຄິດ​ຂອງ​ຂ້າພະ​ເຈົ້າ, ​ເພາະວ່າ ຂ້າພະ​ເຈົ້າກໍາລັງ​ເອົາ​ເລື້ອງ
ຄວາມ​ເປັນທໍາ​ໃນ​ການສະໜັບສະໜຸນ ການ​ມີ​ຊີວິດ ຫລື​ຕ້ານ​ການ​ແທັ້ງລູກ​ເຂົ້າ​ໄປ​ຢູ່​ໃນ
​ສານ."

​ແຕ່​ວ່າ ຢູ່​ໃນ​ການ​ໃຫ້​ສໍາພາດ​ທີ່​ອອກ​ທາງ​ໂທລະພາບ​ໃນ​ວັນ​ອາທິດ​ວານ​ນີ້ ທ່ານ​ທຣໍາ​ໄດ້
​ບອກອົງການ​ກ່າວ​ໂທລະພາບ ຟັອກສ໌ນີວສ໌ (Fox News) ວ່າ​ທ່ານ "ອາດ​ຈະ" ບໍ່ບອກ​ຜູ້​
ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງຈາກ​ທ່ານ​ວ່າ ຄວນ​ຈະ​ລົງ​ຄະ​ແນນ​ສຽງ​ແບບ​ໃດ ​ໃນ​ເລື້ອງ​ Roe ກັບ
Wade, ໂດ​ຍກ່າວ​ເພີ້ມອີກ​ວ່າ ທ່ານ​ກໍາລັງ​ເອົາ “ຄົນ​ທີ່​ມີ​ຫົວ​ອະນຸລັກ​ນິຍົມ​ໄປ​ຢູ່" ​ໃນ​ສານ.

ສະ​ມາ​ຊິກ​ສະພາ​ສູງ​ບາງ​ທ່ານ​ທີ່​ຕ້ານ​ກັບ​ສິດ​ໃນ​ການ​ແທັ້ງລູກ​ກ່າວ​ວ່າ ບໍ່ວ່າ​ທ່ານ ທຣໍາ ຈະ​
ແຕ່ງຕັ້ງຜູ້​ໃດ​ກໍ​ຕາມ ​ແລະ​ບໍ່ວ່າ​ຄົນ​ພວກ​ນັ້ນຈະ​ອຽງ​ໄປ​ທາງ​ຂວາ​ໄກ​ຫລາຍ​ປານ​ໃດ​ກໍ​ຕາມ
ການ​ປ່ຽນ​ແປງ​ໃນ​ທີ່​ສຸດ​ຂອງອົງ​ປະກອບ​ທາງ​ດ້ານ​ອຸດົມ​ການ​ຂອງສານ​ສູງ​ສຸດ ມັນ​ບໍ່ມີ​ການ​
ຮັບປະກັນ​ໃດໆ ກ່ຽວກັບ​ອະນາ​ຄົດ​ຂອງ​ການຕັດສິນ​ເລື້ອງການ​ແທັ້ງລູກ ຫລືເລື້ອງຕ່າງໆ
ທີ່​ເຮັດ​ໃຫ້​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ອັນ​ອື່ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມ

Trump Promises Supreme Court Nominee Next Week
please wait

No media source currently available

0:00 0:02:27 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG