ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຊີນຊົມ ວີດີໂອ ວິທີທີ່ເຮົາຄິດ ແລະ ສິ່ງທີ່ເຮົາກິນ ສາມາດເຮັດໃຫ້ ການຫຼຸດຜ່ອນ ໂຣກອ້ວນພີເກີນໄປ ສໍາເລັດຜົນໄດ້


ບັນຫາໂຣກອ້ວນພີເກີນໄປຢູ່ທົ່ວໂລກ ໄດ້ເພີ້ມຂຶ້ນເປັນສາມເທົ່າໂຕນັບແຕ່ປີ 1975 ເປັນຕົ້ນມາ, ອີງຕາມອົງການ ອະນາໄມໂລກ. ໂຣກນີ້ບໍ່ແມ່ນເປັນບັນຫາຢູ່ແຕ່ພຽງ ໃນປະເທດທີ່ມີລາຍຮັບສູງ ເຊັ່ນສະຫະລັດເທົ່ານັ້ນ. ຄົນທີ່ມີນໍ້າໜັກ ເກີນ ແລະເປັນໂຣກອ້ວນພີເກີນໄປ ມີຈໍານວນນັບມື້ນັບເພີ້ມຂຶ້ນ ຢູ່ໃນບັນດາປະເທດທີ່ມີລາຍຮັບປານກາງ ແລະ ລາຍຮັບຕໍ່າ. ການມີນໍ້າໜັກຫລາຍເກີນໄປແມ່ນມີສ່ວນກ່ຽວພັນ ພາໃຫ້ມີການເສຍຊີວິດຫລາຍກວ່າ ພວກທີ່ມີ ນໍ້າໜັກ ໜ້ອຍກວ່າປົກກະຕິ. ເອລິຊາເບັດ ລີ ນັກຂ່າວວີໂອເອ ໄດ້ພິຈາລະນາເບິ່ງສາເຫດ ແລະການແກ້ໄຂບັນຫາ ດັ່ງກ່າວ ທີ່ເລີ້ມຕົ້ນຂຶ້ນຢູ່ທີ່ຄວາມຄິດຂອງຄົນ ຊຶ່ງໄຊຈະເລີນສຸກ ຈະນໍາມາສະເໜີທ່ານ ເປັນພາສາລາວ ໃນອັນດັບຕໍ່ໄປ.

ຕອນຕ່າງໆຂອງເລື້ອງ

ເບິ່ງໝົດທຸກຕອນ
XS
SM
MD
LG