ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ແອນໂທນີ ບໍແດັງ ຜູ້ຈັດລາຍການ ອາຫານ ຊີແອັນແອັນ ເສຍຊີວິດແລ້ວ


ທ່ານແອນໂທນີ ບໍແດັງ ຜູ້ຈັດລາຍການອາຫານຊື່ດັງ ທາງໂທລະພາບຊີແອັນແອັນ
ທ່ານແອນໂທນີ ບໍແດັງ ຜູ້ຈັດລາຍການອາຫານຊື່ດັງ ທາງໂທລະພາບຊີແອັນແອັນ

ນັກຈັດລາຍການອາຫານຊື່ດັງຂອງໂທລະພາບຊີແອັນແອັນ ທ່ານແອນໂທນີ ບໍແດັງ
ໄດ້ເສຍຊີວິດແລ້ວ ຮວມອາຍຸ ໄດ້ 61 ປີ.

ທ່ານບົວແດງ ໄດ້ຖືກພົບເຫັນ ວ່າເສຍຊີວິດ ຢູ່ທີ່ຫ້ອງນອນ ຂອງໂຮງແຮມ ໃນເມືອງ
ສຕຣາສບວກ ປະເທດຝຣັ່ງ ບ່ອນທີ່ທ່ານ ພວມຖ່າຍທຳລາຍການອາຫານ ອີງຕາມ
ຄຳເວົ້າຂອງຜູ້ຕາງໜ້າໂທລະພາບຊີແອັນແອັນ ທີ່ກ່າວຢູ່ໃນຖະແຫລງການ.

ທ່ານບໍແດັງເຄີຍໄປຖ່າຍທຳລາຍການອາຫານ ຢູ່ເມືອງລາວ ໃນປີ 2008 ແລະປີ
2017.

XS
SM
MD
LG