ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການນຳພາຂອງທ່ານ​ອາລ-ຊາ​ເດີຣ໌ ພາໃຫ້ ໄດ້ຮັບໄຊຊະນະໃນການເລືອກຕັ້ງໃນອີຣັກ


Iraq Election
please wait
Embed

No media source currently available

0:00 0:00:33 0:00

ກຸ່ມພັນທະມິດທີ່​ນຳພາ​ໂດຍ​ ນັກສອນສາສະໜາ​ຊີໄອທ໌ ຕໍ່ຕ້ານ​ສະຫະລັດ ​ມຸກ​ຕາ​ດາ ​
ອາລ-ຊາ​ເດີຣ໌ ​ເບິ່ງຄື​ວ່າ ຈະເປັນຜູ້​ໄດ້​ຮັບ​ໄຊຊະນະ ​ໃນ​ການ​ເລືອກ​ຕັ້ງ​ ສະພາແຫ່ງຊາດ
ໃນ​ອີຣັກ.

ດ້ວຍ​ການ​ນັບ​ບັດເກືອບທັງ​ໝົດ​ແລ້ວນັ້ນ ກຸ່ມພັນທະມິດເພື່ອກ້າວໄປສູ່ການປະຕິຮູບ ຂອງທ່ານອາລ-ຊາ​ເດີຣ໌ ​ມີຄະແນນນຳໜ້າຢູ່ໃນ 6 ຂົງ​ເຂດ ຕິດຕາມ​ດ້ວຍ​ກຸ່ມ ທີ່​ນຳພາ​
ໂດຍ​ທ່ານ ຮາ​ດີ ​ອາລ-ອາ​ມີ​ນີ ຜູ້ບັນຊາການກຳລັງທະຫານບ້ານອີຣັກ.

ນາຍົກລັດຖະມົນຕີ ​ໄຮ​ເດີ ​ອາລ-ອາ​ບາ​ດີ ຜູ້​ທີ່​ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກ ສະຫະລັດ
ຕາມ​ຫຼັງທັງ​ສອງ​ພັກ​ມາ​ຕິດ​ໆ ​ແຕ່ທ່ານໄດ້ຮ້ອງຂໍໃຫ້ຊາວ​ອີຣັກ​ ​ເຄົາລົບ​ຜົນຂອງ​ການນັບ
ຄະ​ແນນ​ສຽງ.

ພວກ​ທີ່​ສະໜັບສະໜຸນ ​ອາລ-ຊາ​ເດີຣ໌ ຈຳນວນ​ຫຼາຍ​ຮ້ອຍ​ຄົນ ​ໄດ້​ໂຮມກັນ​ຕາມ​ທ້ອງ
ຖະໜົນ​ ໃນນະຄອນແບັກແດດເພື່ອສະແດງຄວາມດີໃຈ ​ໃນ​ຂະນະ​ທີ່ປະກາດ ຜົນການ
ນັບຄະແນນ​ບາງ​ສ່ວນ. ບາງ​ພວກ​ກ່າວ​ວ່າ ມັນ​ເປັນ​ເລີ່​ມຕົ້ນ​ “ບົດ​ໃໝ່ສຳລັບ​ຊາວ​ອີຣັກ,”
​ໃນ​ຂະນະ​ທີ່​ບາງ​ກຸ່ມ​ເອີ້ນ​ວ່າ ​ມັນ​ເປັນ​ການ​ສິ້ນ​ສຸດ​ລົງຂອງ​ການ​ສໍ້​ລາດ​ບັງ​ຫຼວງ.

ທ່ານ​ອາລ-ຊາ​ເດີຣ໌ ບໍ່​ໄດ້​ລົງ​ສະໝັກເພື່ອ​ເອົາ​ບ່ອນ​ນັ່ງ​ໃນ​ສະພາ ​ແລະ​ບໍ່​ສາມາດ​ເປັນ​ນາຍົກລັດຖະມົນຕີ​ໄດ້ ​ແຕ່​ຍ້ອນ​ການ​ເປັນ​ຫົວໜ້າ​ຂອງກຸ່ມ​ພັນທະ​ມິດການ​ເມືອງ, ທ່ານ
ຈະ​ເປັນ​ຜູ້​ທີ່​ມີ​ບົດບາດ​ສູງ​ໃນ​ການ​ເຈລະຈາກ່ຽວກັບການຕົກລົງ​ຕ່າງໆ ​ແລະ​ການແລກ
ປ່ຽນເພື່ອ​ຈັດ​ຕັ້ງ​ລັດຖະບານອີຣັກ.

ທ່ານ​ອາລ-ຊາ​ເດີຣ໌ ​ແມ່ນ​ຮູ້​ກັນໃນ​ນາມນັກສອນສາສະໜາຊີໄອທ໌ ທີ່ກ້າປາກກ້າເວົ້າ ທີ່ກຳລັງທະຫານບ້ານຂອງທ່ານໄດ້​ຕໍ່ສູ້ ທັງ​ກຸ່ມລັດ​ອິສລາມ ​ແລະ​ກຳລັງ​ສະຫະລັດທີ່ໄດ້ບຸກເຂົ້າໄປໃນ​ອີຣັກ ​ເມື່ອ​ປີ 2003 ນັ້ນ.

ທ່ານ​ໄດ້​ກາຍເປັນຜູ້ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ​ເປັນບຸກຄົນ​ທີ່ໄດ້​ກ່າວ​ວ່າ ທ່ານ
​ສາມາດ​ທີ່​ຈະ​ສ້າງສາ​ປະ​ເທດ​ຊາດ​ຄືນ​ໃໝ່ ຫຼັງ​ຈາກ​ສົງຄາມ ທີ່ໄດ້ຮັບຄວາມ
ເສຍຫາຍຢ່າງຮ້າຍແຮງ ກັບ​ກຸ່ມ​ລັດ​ອິສລາມ​ນັ້ນ.

ການ​ເລືອກ​ຕັ້ງ​ໃນ​ວັນ​ເສົາ ​ແລ້ວ​ນີ້ ​ແມ່ນ​ເປັນ​ການ​ເລືອກ​ຕັ້ງ​ຄັ້ງ​ທຳ​ອິດ ນັບ​ຕັ້ງ​ແຕ່
​ກຸ່ມ​ລັດ​ອິສລາມ ​ໄດ້​ເສຍ​ໄຊ​, ​ແຕ່ມີຜູ້​ທີ່​ໄປລົງ​ຄະ​ແນນ​ສຽງ​ປ່ອນບັດ ​ພຽງ​ແຕ່ 44 ​
ເປີ​ເຊັນເທົ່າ​ນັ້ນ - ຊຶ່ງ​ແມ່ນ​ຕ່ຳ​ສຸດ ນັບ​ຕັ້ງ​ແຕ່ຈອມ​ຜະ​ເດັດ​ການອ​ຊາ​ດດາມ ຮຸສ​ເຊ​ນ
​ໄດ້​ຖືກໂຄ່ນ​ລົ້ມ ​ໃນ​ປີ 2003.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG