ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເກັບ​ລາຍ​ຮັບ​ ຈາກ​ພາສີ​ອາກອນ ຂອງ​​ເຂດ 5 ​ໃນ ​ສປປ ລາວ ຫຼຸດ​ລົງ​ໃນ​ປີ 2018


ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ຄັ້ງ​ທີ 3
ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ຄັ້ງ​ທີ 3

ກອງ​ຄຸ້ມ​ຄອງ​ພາສີ​ເຂດ 5 ​ໄດ້​ຮັບ​ການ​ມອບ​ໝາຍ​ໃຫ້​ຈັດ​ເກັບ​ລາຍ​ຮັບ ​ຈາກ​ພາສີ​ອາກອນ​
ຕ່າງໆ ​ໃຫ້​ໄດ້​ຫຼາຍ​ກວ່າ 3 ພັນ 963 ຕື້​ກີບ ​ໃນປີ 2018 ​ແຕ່ກໍ​ເປັນ​ເປົ້າ​ໝາຍ​ທີ່​ຫຼຸດ​ລົງ​ຈາກ
​ປີ 2017 ກວ່າ 700 ຕື້​ກີບ ຊົງຣິດ ​ໂພນ​ເງິນ ​ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ສົມ​ເພັດ ສີ​ວົງ​ໄຊ ຮອງ​ຫົວໜ້າ​ກົມ​ພາສີ​ອາກອນ ກະຊວງ​ການ​ເງິນຢືນຢັນ​ວ່າ ກອງ ​
ຄຸ້ມຄອງ​ພາສີ​ເຂດ 5 ຊຶ່ງ​ມີ​ພື້ນທີ່​ຮັບຜິດຊອບ ໃນ​ເຂດ ​ແຂວງ​ວຽງ​ຈັນ ບໍລິ​ຄຳ​ໄຊ ​ໄຊ​ສົມ
ບູນ​ແລະ​ນະຄອນ​ວຽງ​ຈັນ​ນັ້ນ ​ໄດ້​ຮັບ​ການ​ມອບ​ໝາຍ​ໃຫ້​ຈັດ​ເກັບ​ລາຍ​ຮັບ​ຈາກ​ພາສີ​ອາ
ກອນ​ຕ່າງໆໃຫ້​ໄດ້​ຫຼາຍ​ກວ່າ 3 ພັນ 963 ຕື້​ກີບ ​ໃນຕະຫຼອດປີ 2018 ​ໂດຍ​ເຖິງແມ່ນ​ວ່າ​
ຈະ​ເປັນ​ເປົ້າ​ໝາຍ​ທີ່ຫຼຸດ​ລົງ​ຈາກ​ປີ 2017 ກວ່າ 700 ຕື້​ກີບ ກໍ​ຕາມ ​ແຕ່​ກໍ​ຍັງ​ຄື​ ເປັນ​ເປົ້າ​
ໝາຍ​ລາຍ​ຮັບທີ່​ສູງ​ພໍ​ສົມຄວນ ​ແລະ​ການ​ທີ່​ຈະ​ສາມາດ​ບັນ​ລຸ​ເປົ້າ​ໝາຍ​ດັ່ງກ່າວ​ໄດ້​ຢ່າງ
​ແທ້​ຈິງ ກໍ​ຈະຕ້ອງ​ໄດ້ຮັບ​ການ​ຮ່ວມ​ມື ທັງ​ຈາກ​ພະນັກງານ​ພາສີ​ແລະ​ບໍລິສັດ​ເອກກະ​ຊົນ​
ຜູ້​ເສຍ​ພາສີ​ອາການ​ຕ່າງໆ ຢ່າງ​ຄົບ​ຖ້ວນ​ຕາມ​ກົດໝາຍ​ດ້ວຍ ດັ່ງ​ທີ່ທ່ານ​ສົມ​ເພັດ​ໄດ້​ໃຫ້
ການ​ເນັ້ນ​ຢ້ຳວ່າ“ຕົວ​ເລກ​ ທີ່​ຈະ​ຕ້ອງ ໄດ້​ສູ້​ຊົນ​ຈັດ​ຕັ້ງ​ປະຕິບັດ ​ໃນ​ສົກ​ປີ 2018 ຖ້າ
​ທຽບ​ໃສ່​ຕົວ​ເລກ ​ໃນ​ປີຜ່ານມາ ກໍ​ເຫັນ​ວ່າ ມີ​ຄວາມ​ສູງ​ສົມຄວນ ​ແຕ່​ເຖິງ​ຢ່າງ​ໃດ​ກໍ​
ຕາມ ຕໍ່​ວຽກ​ງານ​ດັ່ງກ່າວ​ນີ້ທາງ​ກອງ​ຄຸ້ມ​ຄອງ​ພາສີ 5 ຂອງ​ພວກ​ເຮົາກໍ​ໄດ້​ພ້ອມ​ກັນ​
ຈັດ​ຕັ້ງວາງ​ແຜນ​ເພື່ອ​ຈະ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ໃຫ້​ສຳ​ເລັດ ​ໃນ​ສົກ​ປີ 2018 ນີ້ ​
ແຕ່ທັງ​ນັ້ນ​ທັງ​ນີ້ ມັນ​ຮຽກຮ້ອງ​ມາ​ເຖິງ​ຜູ້​ປະກອບ​ການ ພໍ່​ແມ່​ປະຊາຊົນ ທີ່​ຄ້າຂາຍ​
ນຳເຂົ້າ-​ສົ່ງ​ອອກ ຜ່ານ​ແດນ ນິຕິບຸກຄົນ ຫຼື​ບຸກຄົນ ກໍ​ຕ້ອງ​ໄດ້ຮ່ວມ​ກັນ​ຍົກ​ສະຖິຕິ
​ສູງຕໍ່​ກັບ​ການຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ ຫຼືລະບຽບ​ການນຳ​ກັນ.”

ສຳລັບ​ແຜນການ​ງົບປະມານ​ລາຍ​ຮັບ-ລາຍ​ຈ່າຍ ​ໃນ​ສົກ​ປີ 2018 ຂອງ​ລັດຖະບານ
​ລາວທີ່​ກອງ​ປະຊຸມສະ​ໄໝ​ສາມັນ​ຄັ້ງ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ​ລາວ ​ໄດ້​ລົງມະຕິ​ຮັບ
ຮອງ​ເອົາ​ຢ່າງ​ເປັນ​ທາງ​ການ ​ເມື່ອວັນ​ທີ 17 ພະ​ຈິກ 2017 ທີ່​ຜ່ານ​ມາ ​ໄດ້​ວາງ​ເປົ້າ​ໝາຍ
ໃນການຈັດເກັບ​ລາຍ​ຮັບ​ໃຫ້​ໄດ້ ​ໃນ​ມູນ​ຄ່າ​ 25 ພັນ 452 ຕື້​ກີບ ຄິດ​ເປັນ 17.02 ​ເປີ​ເຊັນ
ຂອງ​ຍອດ​ຜະລິດຕະພັນ​ຮວມພາຍ​ໃນ (GDP) ​ແລະ​ຈະ​ຕ້ອງຄຸມ​ລາຍ​ຈ່າຍ​ບໍ່​ໃຫ້​ເກີນ
32 ພັນ 809 ຕື້​ກີບ ຄິດ​ເປັນ 21.94 ​ເປີ​ເຊັນ ຂອງຍອດ​ຜະລິດຕະພັນຮວມພາຍ​ໃນ
(GDP) ດ້ວຍໃນ​ເວລາ​ດຽວ​ກັນ.

​ໂດຍ​ການຈັດ​ຕັ້ງ​ປະ​ຈິ​ບັດ​ໄດ້​ຕາມ​ແຜນການ​ດັ່ງກ່າວ ກໍ​ຈະ​ເຮັດ​ໃຫ້​ລັດຖະບານ​ລາວ
​ຂາດ​ດຸນ​ງົບປະມານ​ໃນ​ມູນ​ຄ່າ​ບໍ່​ເກີນ 7 ພັນ 357 ຕື້​ກີບ ຄິດ​ເປັນ 4.92 ​ເປີ​ເຊັນ ຂອງ
GDP ​ໃນ​ປີ 2018 ຊຶ່ງ​ຄາດ​ວ່າ ຈະ​ມີ​ມູນ​ຄ່າ​ຮວມ 149 ພັນ 471 ຕື້​ກີບ ຫຼື​ປະມານ 18
ພັນ 100 ລ້ານ​ໂດ​ລາ ຫາກ​ແຕ່​ວ່າ ​ໃນ​ແຜນການ​ປີ 2017 ຜ່ານ​ມາ ກໍ​ປາກົດ​ວ່າ​ລັດຖະ
ບານ​ລາວ​ຂາດດຸນ​ງົບປະມານ ​ໃນ​ມູນ​ຄ່າ​ຮວມ 8 ພັນ 019 ຕື້​ກີບ ຄິດ​ເປັນ 6.18 ​ເປີ​ເຊັນ
ຂອງ GDP ​ໂດຍ​ມີ​ລາຍ​ຈ່າຍ​ພາກ​ລັດ ​ໃນ​ມູນ​ຄ່າ 31 ພັນ 508 ຕື້​ກີບ ຄິດ​ເປັນ 97.24 ​
ເປີ​ເຊັນ ຂອງ​ແຜນການ​ປີ ຫາກແຕ່ວ່າ ລາຍ​ຈ່າຍ​ດັ່ງກ່າວ ກໍ​ຍັງ​ບໍ່​ຮວມ​ເຖິງ​ໜີ້​ສິນ​ທີ່​ລັດ
ຖະບານ​ໃຫ້​ຊຳລະ​ຄືນ​ໃນ​ທ້າຍ​ປີ 2017 ແຕ່​ຢ່າງ​ໃດ ໝາຍ​ຄວາມ​ວ່າ ລັດຖະບານ​ຍັງ
​ຕ້ອງ​ຈັດ​ຫາ​ງົບປະມານ​ອີກ​ເຖິງ 6 ພັນ 216 ຕື້​ກີບ ​ເພື່ອ​ຊຳລະ​ເງິນ​ກູ້ ​ແລະ​ພັນທະບັດ
ທັ​ງໃນ​ແລະ​ຕ່າງປະ​ເທດ ຈຶ່ງ​ເຮັດ​ໃຫ້​ລັດຖະບານ ລາວ​ຂາດ​ດຸນ​ງົບ​ປະມານ​ຕົວ​ຈິງ​ເຖິງ
10.97​ ເປີ​ເຊັນ ຂອງ GDP ນັ້ນ​ເອງ.

ທາງ​ດ້ານ​ທ່ານ​ສົມ​ດີ ສວງ​ດີ ຮອງ​ນາຍົກລັດຖະມົນຕີ​ແລະ​ລັດຖະມົນຕີວ່າການ​ກະຊວງ​
ການ​ເງິນ ກໍ​ຍອມຮັບ​ວ່າ ລັດຖະບານ​ລາວ ຈັດ​ເກັບ​ລາຍ​ຮັບ​ໄດ້ 95 ​ເປີ​ເຊັນ ຂອງ​ແຜນ
ການປີ 2017 ​ແລະ​ປະ​ຕິບັດ​ລາຍ​ຈ່າ​ຍ ​ໄດ້ 96.65 ​ເປີ​ເຊັນ ຂອງ​ແຜນການ​ປີ ​ໂດຍ​ລາຍ
ຮັບ​ທີ່ຫຼຸດລົງຫຼາຍ​ທີ່​ສຸດ ກໍ​ຄື​ຄ່າ​ສຳ​ປະທານ​ໃນ​ທຸລະ​ກິດ​ໂທລະ​ຄົມມະນາຄົມ ​ແລະ​ການ
ຂຸດ​ຄົ້ນແຮ່​ທາດ ​ໂດຍ​ສະ​ເພາະ​ເໝືອງ​ແຮ່​ຄຳ ຢູ່​ພູ​ເບ້ຍ​ແລະ​ບ້ານ​ຫ້ວຍຊາຍ ​ໃນ​ແຂວງ​
ໄຊ​ສົມບູນນັ້ນ ຍັງ​ຕ້ອງ​ປະ​ເຊີນ​ກັບ​ສະພາ​ວະ​ຂາດທຶນ ຮວມກັນເກີນກວ່າ 200 ຕື້​ກີບ
​ອີກ​ດ້ວຍ.

ສ່ວນ​ລາຍ​ຮັບ​ຈາກ​ຄ່າ​ສຳ​ປະທານ​ທຸລະ​ກິດໂທລະ​ຄົມມະນາຄົມ ທີ່​ຫຼຸດ​ລົງ​ນັ້ນ ກໍ​ເພາະວ່າ
​ໄດ້​ມີ​ການ​ໃຊ້​ບໍລິການໂທລະ​ຄົມມະນາຄົມ​ຫຼຸດ​ລົງ ໂດຍ​ປະຊາຊົນ​ລາວ​ແລະ​ບັນດາ​ຫົວໜ້າ
​ໜ່ວຍ​ທຸລະ​ກິດ​ຕ່າງໆ ​ໄດ້​ພາກັນ​ຫັນ​ໄປ​ຊົມ​ໃຊ້​ລະບົບ ​Line ແລະ Internet ທີ່​ບໍ່​ມີຄ່າ ​ໃຊ້
​ຈ່າຍ ຈຶ່ງ​ເຮັດ​ໃຫ້​ລາຍ​ຮັບ​ຂອງ​ລັດຖະບານ​ລາວ​ຫຼຸດ​ລົງ​ນັ້ນ​ເອງ.

ທາງ​ດ້ານ​ທະນາຄານ​ພັດທະນາ​ເອ​ເຊຍ (ADB) ກໍ​ຄາດ​ວ່າ​ເສດຖະກິດ​ລາວ ຈະ​ຂະຫຍາຍ
ຕົວ​ເພີ່ມ​ຂຶ້ນ 7 ​ເປີ​ເຊັນ ​ໃນ​ປີ 2018 ​ເມື່ອ​ທຽບ​ໃສ່​ປີ 2017 ຫາກ​ແຕ່​ລັດຖະບານ​ລາວ
ຍັງ​ຈະ​ຕ້ອງ​ປະ​ເຊີນ​ກັບ​ການ​ຂາດ​ດຸນ​ທາງ​ດ້ານ​ເງິນ​ທຶນ​ໝຸນວຽນ​ເຖິງ 20 ​ເປີ​ເຊັນ ຂອງ GPD ​ໂດຍ​ເພີ່ມ​ຂຶ້ນ​ຈາກ 19 ​ເປີ​ເຊັນ ຂອງ GPD ​ໃນປີ 2017 ທີ່​ຜ່ານ​ມາ.

XS
SM
MD
LG