ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ແທນຂັ້ນສູງ ຂອງ ລັດຖະສະພາ ສະຫະລັດ 2 ຄະນະ ເດີນທາງ ມາຢ້ຽມຢາມ ສປປ ລາວ


ປະທານສະພາແຫ່ງຊາດ ທ່ານນາງປານີ ຢາທໍຕູ້ (ກາງ) ຕ້ອນຮັບ ຄະນະຜູ້ແທນ ລັດຖະສະພາ ສະຫະລັດ ທີ່ຢ້ຽມຢາມ ສປປ ລາວ.
ປະທານສະພາແຫ່ງຊາດ ທ່ານນາງປານີ ຢາທໍຕູ້ (ກາງ) ຕ້ອນຮັບ ຄະນະຜູ້ແທນ ລັດຖະສະພາ ສະຫະລັດ ທີ່ຢ້ຽມຢາມ ສປປ ລາວ.

ຄະນະຜູ້ແທນຂັ້ນສູງຂອງລັດຖະສະພາສະຫະລັດສອງຄະນະ ໄດ້ເດີນທາງມາຢ້ຽມ
ຢາມສປປ ລາວ ລະຫວ່າງ ວັນທີ 21 ຫາ 25 ກຸມພານີ້. ບັນດາທ່ານສະມາຊິກລັດຖະ
ສະພາ ໄດ້ພົບປະກັບຄູ່ຕຳແໜ່ງຝ່າຍລັດຖະບານລາວ ແລະໄດ້ປຶກສາຫາລື ກ່ຽວກັບ
ຄວາມຄືບໜ້າ ໃນການພົວພັນຮ່ວມມືສອງຝ່າຍພາຍໃຕ້ຂອບການຮ່ວມມືແບບກວມ
ລວມລະຫວ່າງສະຫະລັດແລະ ສປປ ລາວ.

ຄະນະຜູ້ແທນທັງສອງທີ່ມາຢ້ຽມຢາມແມ່ນຄະນະຜູ້ແທນຂັ້ນສູງສຸດພ້ອມດ້ວຍສະມາ
ຊິກລັດຖະສະພາລະດັບສູງຫຼາຍໆທ່ານ ແລະເປັນຄະນະໃຫຍ່ທີ່ສຸດຂອງລັດຖະສະ
ພາສະຫະລັດ ທີ່ເຄີຍເດີນທາງມາຢ້ຽມຢາມ ສປປ ລາວ.

ຄະນະທຳອິດ ແມ່ນຄະນະຜູ້ແທນລັດຖະສະພາ ຈາກຄະນະກຳມະການດ້ານງົບ ປະ
ມານເຊິ່ງມາຮອດໃນວັນທີ 21 ກຸມພາ. ຫົວໜ້າຄະນະແມ່ນນຳພາໂດຍທ່ານ ປະທານ
ຣອດນີ ເຟຣລິງຮູເຊນ ສະມາຊິກພັກຣີພັບບລີກັນ ຈາກ ລັດນິວເຈີຊີ. ທ່ານພີດ ອາກີລາ ສະມາຊິກພັກເດໂມແຄຣັດ ຈາກ ລັດຄາລີຟໍເນັຍ ກໍໄດ້ເຂົ້າຮ່ວມຄະນະຜູ້ແທນ ໃນການ
ມາຢ້ຽມຢາມໃນຄັ້ງນີ້.

ຄະນະກຳມະການດ້ານງົບປະມານແມ່ນມີຄວາມສຳຄັນທີ່ສຸດໃນລັດຖະສະພາຍ້ອນ
ບົດບາດອັນສຳຄັນໃນການກຳນົດງົບປະມານຂອງລັດຖະບານສະຫະລັດ ແລະການ
ຊ່ວຍເຫລືອຕ່າງປະເທດ.

ຄະນະທີສອງແມ່ນປະກອບດ້ວຍ ສະມາຊິກ 7 ທ່ານຈາກຄະນະກຳມະການຍຸ ຕິທຳ
ຂອງລັດຖະສະພາສະຫະລັດ ເຊິ່ງໄດ້ມາຮອດໃນວັນທີ 23 ກຸມພານຳພາໂດຍທ່ານ
ປະທານ ບ໋ອບ ກູດເລດ, ສະມາຊິກພັກຣີພັບບະລີກັນ ຈາກລັດເວີຈີເນຍ.

ຄະນະກຳມະການຍຸຕິທຳຮັບຜິດຊອບຫຼັກໃນການກວດກາຄວບຄຸມການບໍລິຫານ
ງານທາງດ້ານຄວາມຍຸຕິທຳ ພາຍໃນສານຂອງລັດຖະບານກາງສະຫະລັດແລະອົງ
ການບັງຄັບໃຊ້ກົດໝາຍຂອງລັດຖະບານກາງ.

ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ ກ່າວ
ວ່າ “ການມາຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງທັງສອງໃນຄັ້ງນີ້ ແມ່ນຂີດໝາຍ
ອັນສຳຄັນທີ່ເນັ້ນໜັກໃຫ້ເຫັນວ່າ ສະຫະລັດ ໃຫ້ການສະໜັບສະໜູນ ການພົວພັນ
ຮ່ວມມືສອງຝ່າຍພາຍໃຕ້ຂອບການຮ່ວມມືແບບກວມລວມ ລະຫວ່າງ ສະຫະລັດ
ແລະ ສປປ ລາວ ແລະຄວາມມຸ່ງໝັ້ນໃນການເສີມສ້າງສາຍພົວພັນ ໃຫ້ແໜ້ນແຟ້ນ
ຂື້ນຕື່ມ ລະຫວ່າງປະຊາຊົນສອງຊາດຂອງພວກເຮົາ.

ຄະນະຜູ້ແທນທັງສອງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກປະທານສະພາແຫ່ງຊາດ
ທ່ານນາງ ປານີ ຢາທໍຕູ້ ພ້ອມດ້ວຍຄະນະຈາກສະພາແຫ່ງຊາດ. ໃນໄລ ຍະການຢ້ຽມ
ຢາມ ຄະນະຜູ້ແທນ ຍັງໄດ້ພົບປະ ກັບທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະ
ມົນຕີ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການເງິນ
ແລະທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງ ການຕ່າງປະເທດ.

ພ້ອມດຽວກັນນີ້ ຄະນະຜູ້ແທນ ຍັງໄດ້ພົບປະກັບ ທ່ານ ດຣ. ວິໄລວົງ ບຸດດາຄຳ ປະ
ທານຄະນະກຳມາທິການແຜນການ ການເງິນ ແລະ ການກວດສອບສະພາແຫ່ງຊາດ
ແລະທ່ານ ດຣ. ເອກສະຫວ່າງ ວົງວິຈິດ ປະທານຄະນະກຳ ມາທິການພົວພັນຕ່າງ
ປະເທດສະພາແຫ່ງຊາດ. ໃນໄລຍະການພົບປະທັງສອງຝ່າຍ ໄດ້ແລກປ່ຽນຄຳຄິດ
ຄຳເຫັນ ໃນພາລະບົດບາດທາງດ້ານນິຕິບັນຍັດ ໃນການບໍລິຫານງານ ແລະຮັບປະ
ກັນຄວາມຮັບຜິດຊອບໃນຂະແໜງການຕ່າງໆຂອງລັດຖະບານ. ທັງສອງຝ່າຍຍັງ
ໄດ້ປຶກສາຫາລື ຊອກຊ່ອງທາງເພື່ອເພີ່ມທະ ວີສາຍພົວພັນລະຫວ່າງລັດຖະສະພາ
ສະຫະລັດ ແລະສະພາແຫ່ງຊາດ ລວມທັງການແລກປ່ຽນທັດສະນະທາງດ້ານ
ນິຕິບັນຍັດໃນອະນາຄົດ.

ຄະນະຜູ້ແທນຂັ້ນສູງ ສະຫະລັດ ມີຄວາມປະທັບໃຈ ຕໍ່ຄວາມກ້າວໜ້າອັນສຳ ຄັນ
ໃນການເສີມຂະຫຍາຍ ການຮ່ວມມືສອງຝ່າຍ ໃນທຸກໆຂະແໜງການວຽກງານ.
ຄະນະຜູ້ແທນຍັງໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ໃນຄວາມມຸ່ງໝັ້ນຂອງລັດຖະ
ບານ ສປປ ລາວ ໃນການສ້າງຄວາມເຂັ້ມແຂງໃຫ້ເປັນລັດແຫ່ງກົດໝາຍ ຫຼຸດຜ່ອນ
ການສໍ້ລາດບັງຫຼວງ ແລະເສີມຂະຫຍາຍວຽກງານດ້ານທຸລະກິດແລະການລົງທຶນ.

ເອກອະຄະລັດຖະທູດສະຫະລັດ ທ່ານນາງຣີນາ ບິດເຕີ ແລະ ຄະນະຜຸ້ແທນລັດຖະສະຫະລັດ ທີ່ມາຢ້ຽມຢາມ ສປປ ລາວ.
ເອກອະຄະລັດຖະທູດສະຫະລັດ ທ່ານນາງຣີນາ ບິດເຕີ ແລະ ຄະນະຜຸ້ແທນລັດຖະສະຫະລັດ ທີ່ມາຢ້ຽມຢາມ ສປປ ລາວ.

XS
SM
MD
LG