ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຊີນຊົມ ວີດີໂອ ເຮືອບິນສອດແນມ ທີ່ມີຄົນຂັບ ທີ່ທັນສະໄໝ ທີ່ສຸດ ໃນໂລກຂອງ ສຫລ ຖືກເຊົາ ໃຊ້ງານແລ້ວ


ແຕ່ກ່ອນ ຕອນທີ່ດາວທຽມ ແລະເຮືອບິນບໍ່ມີຄົນຂັບທີ່ທັນສະໄໝ ຍັງບໍ່ທັນໄດ້ເລີ້ມເກັບກໍາເອົາ ຂໍ້ມູນລັບທາງທະຫານນັ້ນ ສະຫະລັດແມ່ນອີງອາໄສເຮືອບິນທີ່ໄປໄວກວ່າສຽງແລະບິນສູງໆ ທີ່ສາມາດລັກລອບເຂົ້າໄປໃນໜ່ານຟ້າ ຂອງປະເທດ ທີ່ເປັນຄູ່ສັດຕູໄດ້ ເພື່ອຖ່າຍເອົາຮູບ ແລະກໍອອກມາກ່ອນທີ່ຈະຖືກຈັບໄດ້. ເຮືອບິນປະເພດດັ່ງກ່າວ ລໍາສຸດທ້າຍ ທີ່ຢຸດ ປະຕິບັດງານໃນປີ 1998 ຍັງບັນຈຸປະຫວັດຂອງໂລກຢູ່ຫລາຍໆ ເຫດການ. ແຕ່ວ່າດຽວນີ້ ເຮືອບິນນັກສືບທັງຫລາຍ ເຫຼົ່ານັ້ນ ແມ່ນສາມາດພົບເຫັນໄດ້ ແຕ່ຢູ່ໃນຫໍພິພິດທະພັນເທົ່ານັ້ນ. George Putic ນັກ​ຂ່າວ VOA ມີ​ລາຍ ​ງານກ່ຽວກັບ​ເລື່ອງ​ນີ້​ ຊຶ່ງໄຊຈະເລີນສຸກ ຈະ​ນໍາ​ມາສະ​ເໜີທ່ານໃນ​ອັນ​ດັບ​ຕໍ່​ໄປ.

ຕອນຕ່າງໆຂອງເລື້ອງ

ເບິ່ງໝົດທຸກຕອນ
XS
SM
MD
LG