ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແນວໂຮມ​ຝ່າຍ​ຄ້ານ ທ້າທາຍ ຜົນການເລືອກຕັ້ງ ຜູ້ປົກຄອງລັດ ໃນ Venezuela ​


ຜູ້ຄົນຊອກຫາຊື່ ໃນບັນຊີການເລືອກຕັ້ງ ທີ່ໜ່ວຍປ່ອນບັດ ໃນເຂດນະຄອນຫຼວງ Venezuela ​
ຜູ້ຄົນຊອກຫາຊື່ ໃນບັນຊີການເລືອກຕັ້ງ ທີ່ໜ່ວຍປ່ອນບັດ ໃນເຂດນະຄອນຫຼວງ Venezuela ​

ແນວໂຮມ​ຝ່າຍ​ຄ້ານ ໄດ້​ປະຕິ​ເສດຕໍ່ຜົນການ​ເລືອກ​ຕັ້ງຜູ້ປົກຄອງລັດ ​ໃນ​ວັນ​ອາທິດ
​ຜ່ານ​ມາ​ນີ້ ​ຊຶ່ງ​ພັກສັງຄົມ​ນິຍົມ ​ທີ່ປົກຄອງ​ປະ​ເທດ​ຢູ່ໃນເວລານີ້ໄດ້​ຮັບໄຊຊະນະຢ່າງ​
ນ້ອຍ 17 ຂອງ ທັງໝົດ 23 ລັດ ​ໃນ​ທົ່ວ​ປະ​ເທດ.

“ພວກ​ເຮົາ ຈະ​ບໍ່​ຮັບ​ຮູ້​ຜົນ​ຂອງ​ການ​ເລືອກ​ຕັ້ງ​ໃນ​ຂະນະ​ນີ້​ເທື່ອ. ພວກ​ເຮົາກຳລັງ
​ປະ​ເຊີນ​ໜ້າ ​ຢ່າງ​ຮ້າຍແຮງ ​ໃນ​ປະ​ເທດ​ຂອງ​ເຮົາ ​ໃນ​ຂະນະ​ນີ້,”
ນັ້ນຄືຄຳເວົ້າ
​ທ່ານ Gerardo Blyde ​ຜູ້ອຳນວຍການ​ຂອງ​ໜ່ວຍ​ໂຄສະນາ​ຫາ​ສຽງ​ຂອງ​ພັກ
​ສະຫະພັນ​ປະຊາທິປະ​ໄຕ​ໂຕະມົນ ທີ່ເອີ້ນຫຍໍ້ວ່າ MUD ໄດ້​ກ່າວ​ໄວ້ ​ແລະ​ທ່ານ​ຍັງ​
ໄດ້​ຮຽກຮ້ອງ​ ໃຫ້​ມີ​ການ​ກວດກາເບິ່ງ​ຜົນ​ຂອງ​ການ​ນັບ​ຄະ​ແນນ​ສຽງ​ທັງ​ໝົດ.

ພັກຝ່າຍ​ຄ້ານ ​ຊຶ່ງມີການທຳນາຍໄວ້ວ່າ​ຈະ​ໄດ້​ຮັບບ່ອນນັ່ງ​ຢ່າງ​ນ້ອຍ ​ເຄິ່ງນຶ່ງ​ຂອງ​ບ່ອນ​ນັ່ງທັງໝົດນັ້ນ ໄດ້​ຊະນະແຕ່ພຽງ 5 ລັດ​ເທົ່າ​ນັ້ນ ​ໃນ​ຂະນະ​ທີ່ ການ​ນັບຄະ​ແນນ​ສຽງ
ຍັງ​ດຳ​ເນີນຢູ່ຕໍ່ໃນ​ລັດ Bolivar ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ ຈົນ​ຮອດ​ວັນ​ຈັນ
​ວານ​ນີ້.

ປະທານາທິບໍກີ Venezuela ທ່ານ Nicolas Maduro ພົບປະກັບບັນດາສະມາຊິກລັດຖະບານ ເພື່ອສະເຫຼີມສະຫຼອງໄຊຊະນະຂອງພັກສັງຄົມນິຍົມ ທີກຳທີ່ນັ່ງຫຼາຍກວ່າໃນນະຄອນ Caracas, 15 ຕຸລາ 2017.
ປະທານາທິບໍກີ Venezuela ທ່ານ Nicolas Maduro ພົບປະກັບບັນດາສະມາຊິກລັດຖະບານ ເພື່ອສະເຫຼີມສະຫຼອງໄຊຊະນະຂອງພັກສັງຄົມນິຍົມ ທີກຳທີ່ນັ່ງຫຼາຍກວ່າໃນນະຄອນ Caracas, 15 ຕຸລາ 2017.

ປະທານາທິບໍດີ Nicolas Maduro ​ໄດ້​ຊົມເຊີຍຜົນການເລືອກຕັ້ງວ່າ ເປັນໄຊຊະນະ “Chavismo” ທີ່​ໝາຍ​ເຖິງຂະບວນ​ການ​ເຄື່ອນ​ໄຫວ ​ທີ່ຕັ້ງຂຶ້ນມາຕາມຊື່ຂອງປະທາ
ນາທິບໍດີຄົນກ່ອນ ທ່ານ Hugo Chavez.

“ມື້​ນີ້, ຂະບວນການທ່ານ Chavez ​ໄດ້ສ້າງຄວາມເສຍຫາຍຢ່າງ​ໜັກໜ່ວງ” ໃຫ້ແກ່ພວກ
ຝ່າຍຄ້ານ ຊຶ່ງ​ທ່ານ​ໄດ້​ກ່າວຊົມເຊີຍ ໃນຄຳປາໄສທາງ​ໂທລະພາບ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້
​ຈາກ​ທຳນຽບປະທານ​ບໍດີ. “Chavismo ​ແມ່ນ​ຍັງ​ມີ​ຊີວິດ​ຢູ່ ມັນ​ຈະ​ຢູ່​ຕາມ​ທ້ອງ​ຖະໜົນ
ແລະ​ມັນແມ່ນ​ໄຊຊະນະ.”

ທ່ານ Maduro ກ່າວ​ວ່າ ພວກ​ຜູ້​ຄົນ​ໄດ້ອອກ​ໄປລົງ​ຄະ​ແນນ​ສຽງ​ ​ແມ່ນ​ຖື​ວ່າ​ສູງ ມີປະມານ
61 ​ເປີ​ເຊັນ ​ແລ​ະ​ໃນ​ເວລາ​ຕໍ່​ມາ ທ່ານກໍ​ໄດ້​ຂຽນ​ລົງ​ໃນ Twitter ວ່າ “ປະຊາຊົນ Venezuela ​ແມ່ນ​ໄດ້​ຮັບໄຊຊະນະຂອງສັນຕິພາບ ​ແລະ​ປະຊາທິປະ​ໄຕ ຜ່ານ​ການ​ລົງ​ຄະ​ແນນ​ສຽງ.”

ສະຫະລັດ ​ໄດ້​ສັນລະ​ເສີນ ​ໃນ​ອັນ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ເອີ້ນ​ວ່າ “ຄວາມກ້າຫານ
ແລະບຸກບືນ ແລະ​ຄວາມ​ໝາຍ​ໝັ້ນ​ຕັ້ງ​ໃຈຂອງ​ປະຊາຊົນ Venezuela ທີ່ພະຍາຍາມ
ໃນການ​ໃຊ້​ສິດທິຕາມ​ກົດ​ລັດຖະທຳ​ມະນູນ​ຂອງ​ພວກ​ເຂົາ​ເຈົ້າ”
ດ້ວຍ​ການປ່ອນ​ບັດ
ລົງ​ຄະ​ແນນ​ສຽງ.

ຜູ້ພິທັກສັນຕິລາດ ກວດຄົ້ນຊາຍຜູ້ນຶ່ງ ກ່ອນທີ່ລາວຈະໄດ້ອະນຸຍາດເຂົ້າໄປຍັງສະຖານທີ່ປ່ອນບັດ ໃນຂະນະທີ່ການເລືອກຕັ້ງທົ່ວຂົງເຂດ ທີ່ນະຄອນ Caracas, Venezuela, 15 ຕຸລາ 2017.
ຜູ້ພິທັກສັນຕິລາດ ກວດຄົ້ນຊາຍຜູ້ນຶ່ງ ກ່ອນທີ່ລາວຈະໄດ້ອະນຸຍາດເຂົ້າໄປຍັງສະຖານທີ່ປ່ອນບັດ ໃນຂະນະທີ່ການເລືອກຕັ້ງທົ່ວຂົງເຂດ ທີ່ນະຄອນ Caracas, Venezuela, 15 ຕຸລາ 2017.

​ແຕ່​ວ່າ ກະຊວງ​ການ​ຕ່າງປະ​ເທດ​ຍັງ​ກ່າວ​ວ່າ ສຽງ​ຂອງ​ພວກ​ເຂົາ​ເຈົ້າ​ແມ່ນ​ ບໍ່​ໄດ້​ຍິນ
ໂດຍ​ກ່າວ​ວ່າ ການ​ລົງ​ຄະ​ແນນ​ສຽງ​ເລືອກ​ຕັ້ງ​ນັ້ນ ບໍ່​ໄດ້ດຳເນີນໄປຢ່າງເສລີ ຫຼື ​ມີຄວາມ
ທ່ຽງ​ທຳ ​ແລະໄດ້ກ່າວເຖິງ​ຫຼາຍໆ​ກໍລະນີຂອງ​ການ​ເລືອກ​ຕັ້ງ​ທີ່​ຜິດ​ຜົກ​ກະຕິ ຍ້ອນຂາດ
ພວກ​ພວກນັກສັງເກດການ​ທີ່​ເປັນ​ ແລະ​ບໍ່​ມີ​ການ​ປະກາດ ​ໃນ​ນາທີ​ສຸດ​ທ້າຍ​ທີ່​ມີ​ການ​ປ່ຽນ​ແປງຂອງສະຖານທີ່​ປ່ອນ​ບັດ ການ​ເຮັດບັດໃໝ່ ການບໍ່ມີ​ເຄື່ອງ​ຈັກປ່ອນບັດພຽງພໍ
ສຳ​ຫຼັບ​ເຂດ​ທີ່​ມີ​ພວກ​ທີ່​ສະໜັບສະໜຸນຝ່າຍ​ຄ້ານ, ​ແລະ​ຂາດ​ການ​ກວດກາດ້ານ​ເທັກ​ນິກ
​ຕໍ່​ອັນ​ທີ່ຄະນະ​ກຳມະການ​ນັບ​ຄະ​ແນນ​ສຽງ ພາກັນນັບບັດນັ້ນ.

ພັກຝ່າຍ​ຄ້ານ MUD ​ແມ່ນ​ບໍ່​ສາມາດຄວບ​ຄຸມລັດ Miranda ໃນພາກ​ກາງຂອງ​ປະ​ເທດ
ທີ່​ຮວມທັງ​ນະຄອນ​ຫຼວງ Caracas. ຜູ້ນຳ​ຝ່າຍ​ຄ້ານ​ແລະ​ອະດີດ​ຜູ້​ລົງ​ສະ​ໝັກ​ເລືອ​ຕັ້ງ
​ເປັນ​ປະທານາທິບໍດີ Henrique Capriles ​ແມ່ນ​ເຄີຍ​ໄດ້​ເປັນ​ຜູ້​ປົກຄອງ​ລັດ Miranda
ມາ​ເປັນ​ເວລາ 9 ປີ. ລັດຖະບານ​ຂອງທ່ານ Maduro ​ແມ່ນ​ໄດ້​ເກືອດ​ຫ້າມ​ທ່ານ Capriles
​ບໍ່ໃຫ້ເຂົ້າກຳຕຳແໜ່ງໃນລັດຖະບານໃດ​ໆອີກ​.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG