ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ພຶດສະພາ ໒໐໒໓

ກຳລັງອີຣັກ ຍຶດເອົາ ບໍ່ນ້ຳມັນ ເຂດເມືອງ Kirkuk ແລະເມືອງ Sinjar ຈາກຊາວເຄີດ


ກອງກຳລັງອີຣັກ ທີ່ລາດຕະເວນໃນເມືອງ Tuz Khormato, ທີ່ກຳລັງຊາວເຄີດຖອຍອອກໄປ, 210 ກິໂລແມັດຢູ່ທາງເໜືອ ຂອງນະຄອນ Baghdad, ອີຣັກ, 16 ກັນຍາ 2017.

ກອງ​ກຳລັງ​ອີຣັກ ​ໄດ້​ຍຶດ​ເອົາ​ບໍ່​ນ້ຳມັນ​ຕື່ມອີກ ​ໃກ້ໆ​ກັບ​ເມືອງ Kirkuk ​ໃນ​ວັນ​ອັງຄານ​ມື້
​ນີ້ພ້ອມ​ທັງ​ເມືອງ Sinjar ​ໃນ​ຂະນະ​ທີ່​ພວກ​ເຂົາ ຂະຫຍາຍການ​ຕີຍູ້ ຕໍ່​ເຂດຄວບ​ຄຸມ​ ຢູ່
ນອກເຂດເຄິ່ງປົກຄອງຕົນເອງຂອງຊາວ​ເຄີ​ດ​ນັ້ນ.

ກອງທັບໄດ້ກ່າວ​ວ່າ ພວກ​ນັກ​ລົບ​ຊາວ​ເຄີ​ດ ​ໄດ້​ຖອນ​ຕົວ ​ອອກ​ຈາກ ​ບໍ່ນ້ຳມັນ Bai
Hasan ​ແລະ​ Avana ປ່ອຍ​ໃຫ້​ກອງກຳລັງ​ຮັກສາ​ຄວາມ​ປອດ​ໄພລັດຖະບານ​ກາງ ​
ເຂົ້າ​ຄວບ​ຄຸມ.

​ໃນ​ສະຖານະ​ການ​ທີ່​ຄ້າ​ຍຄື​ກັນ​ນີ້ ໄດ້​ເກີດ​ຂຶ້ນ​ທີ່​ເຂດເມືອງ Sinjar ບ່ອນ​ທີ່​ກອງ​ກຳລັງ
​ທີ່​ສະໜັບສະໜຸນລັດຖະບານ ​ໄດ້​ເຄື່ອນເຂົ້າສູ່​ເມືອງດັ່ງກ່າວ​ ໃນ​ວັນ​ອັງຄານ​ມື້​ນີ້
ຫຼັງ​ຈາກ​ທີ່ກຳລັງ Peshmerga ຂອງຊາວ​ເຄີ​ດ ຖອນອອກ​ໄປ​ນັ້ນ.

ເຊີນຊົມ: ສະຫະລັດ ບໍ່ເຂົ້າຂ້າງຝ່າຍໃດ ຝ່າຍນຶ່ງ ບໍ່ວ່າ ຈະເປັນ ອີຣັກ ຫຼືຊາວເຄີດ

ເຫດການໃນ​ວັນ​ອັງຄານ​ມື້​ນີ້ ມີ​ຂຶ້ນ​ຫຼັງ​ຈາກທີ່​ກອງ​ກຳລັງ​ລັດຖະບານໄດ້ເຄື່ອນໄຫວ
ຢ່າງວ່ອງໄວໃນ​ວັນ​ຈັນ​ວານ​ນີ້ ​ໄດ້ເຂົ້າຄວບຄຸມຫ້ອງການ​ຜູ້​ປົກຄອງ​ລັດ Kirkuk ຊຶ່ງມີຄ້າຍທະຫານ​ແລະ​ບໍ່​ນ້ຳມັນທີ່ສຳຄັນຢູ່ນັ້ນ. ທະຫານ ທີ່​ໄດ້ຮັບການ​ຝຶກແອບ
ໂດຍສະຫະລັດ ໄດ້ປະຕິບັດຕາມ​ຄຳ​ສັ່ງ​ຂອງນາຍົກລັດຖະມົນຕີ Haider al-Abadi
ພາກັນຊັກ​ທຸງ​ອີຣັກຂຶ້ນ ​ໃສ່​ແທນປ້າຍ​ຂອງ​ຊາວ​ເຄີ​ດ.

ຊາວ​ເຄີ​ດ ​ໄດ້​ຍຶດ​ເອົາ​ເມືອງ​ດັ່ງກ່າວ​ ນັບ​ຕັ້ງ​ແຕ່​ປີ 2014 ​ເປັນ​ຕົ້ນ​ມາ ເວລາ​ພວກ​ເຂົາ​ເຈົ້າ ​ເຂົ້າຍຶດເອົາຈາກ​ພວກ​ນັກ​ລົບ​ກຸ່ມ​ລັດ​ອິສລາມ. ​ແຕ່​ວ່າ​ລັດຖະບານ​ກາງ​ໄດ້​ຮຽກຮ້ອງ
​ໃຫ້​ພວກ​ເຂົາ​ເຈົ້າ​ຖອນອອກໄປ ແລະ​ເຄື່ອນ​ຍ້າຍ​ ​ຫຼັງ​ຈາກໄ​ດ້ມີ​ກາ​ນລົງ​ປະຊາ​ມະຕິ
ເພື່ອຄວາມ​ເປັນ​ເອກ​ກະລາດ​ຂອງ​ຊາວ​ເຄີ​ດ ​ໃນ​ເດືອນ​ແລ້ວ​ນີ້.

ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທີ່​ໄດ້​ສະໜັບສະ​ໜຸນກອງ​ກຳລັງ​ອີຣັກ ​ແລະ​ຊ່ອຍ
ເຫຼືອ ໃນການຝຶກ​ແອບພວກ​ນັກ​ລົບ​ຊາວ​ເຄີ​ດ ​ໃນ​ການ​ໂຈມ​ຕີ ຕໍ່ຕ້ານ​ກຸ່ມ​ລັດ​ອິສລາມ,
​ໄດ້​ກ່າວ ໃນ​ວັນ​ຈັນ​ວານ​ນີ້ວ່າ ການ​ເອົາ​ບາດກ້າວ​ຂອງກອງ​ກຳລັງ​ອີຣັກ ​ແມ່ນ
“ປະສານ​ງານ” ​ກັບການ​ຖອນຕົວ​ອອກ​ ຂອງກອງ​ກຳລັງ Peshmerga.

“ພວກ​ເຮົາ​ແມ່ນ​ຍັ​ງຈະ​ສື​ບຕໍ່ສະ​ໜັບສະ​ໜຸນກ​ອີຣັກທີ່ເປັນເອກກະພາບ. ການເຈລະຈາ
ສາ​ຫາລື ຍັງ​ຖື​ວ່າ ​ເປັນ​ທາງ​ອອກ​ທີ່​ດີ​ສຸດ ​ເພື່ອຜ່ອນຄາຍ​ຄວາມ​ເຄັ່ງ​ຕຶງ​ ທີ່​ຍັງ​ດຳ​ເນີນ
​ຢູ່ຕໍ່ມາ ໃນ​ຂະນະ​ນີ້ ​ແລະ​ບັນຫາ​ທີ່ມີມາ​ຍືດ​ເຍື້ອຍາວ​ນານ​ນີ້,”
ນັ້ນຄືຄຳເວົ້າຂອງໂຄສົກ
​ຂອງ​ທຳນຽບຫ້າ​ແຈ ພັນ​ເອກ​ທະຫານ​ບົກ ທ່ານ Robert Manning ​ໄດ້​ບອກ​ກັບ​ພວກ
​ນັກ​ຂ່າວ​ໄວ້​ໃນ​ວັນ​ຈັນ​ວານ​ນີ້.

​ເຖິງ​ຢ່າງ​ນັ້ນ ກໍ​ຕາມ ກຳລັງ Peshmerga ​ໄດ້​ກ່າວ​ວ່າ Baghdad “ຈະຈ່າຍຄ່າເສຍ​
ຫາຍ​ຢ່າງ​ໜັກ” ຕໍ່ “ການ​ເຮັດສົງຄາມກັບ​ຊາວ​ເຄີ​ດ.”

ເມື່ອມີການຖາມ​ກ່ຽວ​ກັບ​ສະຖານະ​ການ​ຕ່າງໆ ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ທີ່​ນຳ​ນຽບ
ຂາວປະທານາທິບໍດີ​ສະຫະລັດ​ດໍ​ໂນ​ລ ທຣຳ ​ໄດ້​ກ່າວ​ວ່າ​ສະຫະລັດ ​ແມ່ນ​ຍັງເປັນກາງ
ໂດຍໃຫ້ຂໍ້ສັງເກດວ່າ “​ໄດ້​ມີການ​ພົວພັນ​ທີ່​ດີ” ກັບ​ຊາວ​ເຄີ​ດ ​ແລະ​ວ່າ “ພວກ​ເຮົາ​ຍັງ
​ໄດ້​ເຂົ້າ​ຂ້າງ ​ອີ ຣັກນຳດ້ວຍ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ຊາວເຄີດພາກັນທ້ອນໂຮມກັນຕາມຖະໜົນເພື່ອຕ້ອນຮັບກອງກຳລັງອີຣັກ ທີ່ຢູ່ໃນລົດທະຫານ ທີ່ເມືອງ Kirkuk, ອີຣັກ, 16 ຕຸລາ 2017.
ຊາວເຄີດພາກັນທ້ອນໂຮມກັນຕາມຖະໜົນເພື່ອຕ້ອນຮັບກອງກຳລັງອີຣັກ ທີ່ຢູ່ໃນລົດທະຫານ ທີ່ເມືອງ Kirkuk, ອີຣັກ, 16 ຕຸລາ 2017.
XS
SM
MD
LG