ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ປະຕິເສດ ຕໍ່ການປະກາດສົງຄາມ ທີ່ກ່າວອ້າງ ໂດຍ ເກົາຫຼີເໜືອ


ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດອິນ​ເດຍ ທ່ານນາງ Nirmala Sitharaman, ຊ້າຍ, ເດີນຄຽງຂ້າງກັບລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Jim Mattis ໄປຍັງກະຊວງປ້ອງກັນ
ປະເທດ ໃນນະຄອນ New Delhi, ອິນເດຍ, 26 ກັນຍາ, 2017.
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດອິນ​ເດຍ ທ່ານນາງ Nirmala Sitharaman, ຊ້າຍ, ເດີນຄຽງຂ້າງກັບລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Jim Mattis ໄປຍັງກະຊວງປ້ອງກັນ ປະເທດ ໃນນະຄອນ New Delhi, ອິນເດຍ, 26 ກັນຍາ, 2017.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Jim Mattis ​ໄດ້ກ່າວ​ຢ້ຳ​ໃນ​ວັນ​ອັງຄານ​ມື້​ນີ້
ວ່າ ສະຫະລັດ​ແມ່ນ​ຊອກ​ຫາ​ຊ່ອງ​ທາງ​ແບບ​ສັນຕິ​ວິທີ ​ເພື່ອແກ້​ໄຂ​ຄວາມເຄັ່ງ​ຕຶງທີ່​ພວມ
​ເພີ່ມທະວີ​ຂຶ້ນກັບເກົາ​ຫຼີ​ເໜືອ ​ເຖິງ​ແມ່ນ​ວ່າ ພຽງ​ຢາງ​ ໄດ້​ກ່າວ​ອ້າງ​ເຖິງຂໍ້ຄວາມ​ໃນ Twitter ທີ່ປະທານາທິບໍດີ​ດໍ​ໂນ​ລ ທຣຳ ​ໄດ້​ຂຽນ​ໄວ້​ໃນ​ວັນ​ຈັນ​ວານ​ນີ້ ທີ່ວ່າເທົ່າ​ກັບ​ເປັນ​ການປະກາດ​ສົງຄາມນັ້ນ​.

ການ​ໂອ້​ລົມ​ສົນທະນາ​ກັບ​ເຈົ້າ​ໜ້າ​ທີ່​ອິນ​ເດຍ​ ທີ່ນະຄອນ New Delhi ​ເພື່ອ​ເສີມ​ຂະຫຍາຍ
​ສາຍ​ພົວພັນ ​ລະຫວ່າງ​ສະຫະລັດ​ກັບ​ອິນ​ເດຍນັ້ນ ທ່ານ Mattis ​ໄດ້​ກ່າວ​ວ່າ ​ໃນ​ຂະນະ​ທີ່​
ການ​ມີໜ້າ​ຂອງກອງ​ກຳລັງ​ສະຫະລັດ ຢູ່ແຫຼມ​ເກົາຫຼີ​ ​ແມ່ນມີ​ຄວາມ​ຈຳ​ເປັນ ​ເພື່ອ​ສະກັດ
​ກັ້ນການ​ຂົ່ມຂູ່​ຂອງ​ເກົາຫຼີ​ເໜືອ, ​ແຕ່​ສະຫະລັດ​ກໍ​ໃຫ້ການສະໜັບສະໜຸນ​ຕໍ່​ການ​ດຳ​ເນີນ
​ຄວາມ​ພະຍາຍາມທາງດ້ານ​ການ​ທູດ​ ​ເພື່ອ​ແກ້​ໄຂບັນຫາ​ຂັດ​ແຍ້​ງດັ່ງກ່າວ​ດ້ວຍສັນຕິວິທີ.

“​ແລະ​ນັ້ນ​ແມ່ນເປົ້າໝາຍ​ຂອງ​ພວກ​ເຮົາ ເພື່ອ​ແກ້​ໄຂບັນຫານີ້​ທາງ​ການ​ທູດ ​ແລະ​ຂ້າ
ພະ​ເຈົ້າ​ເຊື່ອ​ວ່າ ປະທານາທິບໍດີ​ທຣຳ ​ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ແລ້ວ​
ກ່ຽວ​ກັບ​ບັນຫາ​ນີ້,”
ນັ້ນຄື​ຄຳ​ເວົ້າຂອງທ່ານ Mattis ​ໄດ້​ກ່າວ​ໄວ້ ​ຫຼັງ​ການ​ພົບ​ປະກັນ​
ກັບ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດອິນ​ເດຍ.

​ໃນ​ວັນ​ຈັນ​ວານ​ນີ້ ປະທານາທິບໍດີດໍ​ໂນລ ທຣຳ ​ໄດ້​ໃຫ້ຄວາມ​ເຫັນຜ່ານທາງ Twitter
ວ່າ ​ອຳນາດການ​ປົກຄອງ​ຂອງ Kim Jong Un ຜູ້ນຳເກົາຫຼີ​ເໜືອ “ຈະຢູ່ໄດ້ອີກບໍ່ດົນ​
ດອກ”
ຖ້າ​ຫາກ​ວ່າ​ເກົາຫຼີ​ເໜືອ ທຳ​ການ​ຂົ່ມຂູ່​ແບບ​ຫວ່າງ​ໄວໆ​ມາ​ນີ້.

ພວກຜູ້ຄົນພາກັນເບິ່ງ ການທົດລອງລູກສອນໄຟ ຂີປະນາວຸດ Hwasong-12 ທີ່ຖ່າຍຖອດອອກອາກາດ ທາງຟທລະພາບ ໃນ ສະຖານີລົດໄຟພຽງຢາງ, ທີ່ພຽງຢາງ, ເກົາຫຼີເໜືອ, 16 ກັນຍາ, 2017.
ພວກຜູ້ຄົນພາກັນເບິ່ງ ການທົດລອງລູກສອນໄຟ ຂີປະນາວຸດ Hwasong-12 ທີ່ຖ່າຍຖອດອອກອາກາດ ທາງຟທລະພາບ ໃນ ສະຖານີລົດໄຟພຽງຢາງ, ທີ່ພຽງຢາງ, ເກົາຫຼີເໜືອ, 16 ກັນຍາ, 2017.

​ໃນ​ການ​ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວ​ ທີ່​ສຳນັກ​ງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ
ຢູ່​ນະຄອນNew York ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ເກົາຫຼີ​ເໜືອ ທ່ານ Ri Yong Ho ​
ໄດ້​ກ່າວ​ວ່າ“​ຄວາມ​ຈິງທີ່​ວ່າ ນີ້​ແມ່ນມາ​ຈາກ​ບຸກຄົນ ຜູ້​ຊຶ່ງ​ໃນ​ປັດຈຸບັນ​ກຳ​ຕຳ​ແໜ່​ງ​ປະທານາທິບໍດີ​ສະຫະ ລັດ, ນີ້​ແມ່ນ​ຈະ​ແຈ້ງ ​ເປັນການ​ປະກາດ​ສົງຄາມ.”

ລັດຖະມົນຕີ​ການ​ຕ່າງປະ​ເທດ​ເກົາຫຼີ​ເໜືອ ຍັງໄດ້ກ່າວ​ເພີ່ມ​ຕື່ມ​ວ່າ “ອົງການ​ສະຫະ
​ປະຊາຊາດ ​ແລະໂລກທັງ​ມວນ ຄວນ​ຈະ​ຈົດ​ຈຳຢ່າງ​ແຈ່ມ​ແຈ້ງ​ທີ່​ວ່າ ມັນ​ແມ່ນ​ສະຫະລັດ​
ທີ່​ເປັນ​ຜູ້ປະກາດ​ສົງຄາມ​ກັບປະ​ເທດ​ຂອງ​ພວກ​ເຮົາ​ ກ່ອນ.”​

ໂຄສົກ​ປະຈຳ​ທຳນຽບຂາວ ທ່ານ​ນາງ Sarah Huckabee Sanders ​ໄ​ດ້​ເອີ້ນ​ຄວາມ​ເຫັນ​
ຂອງ​ທ່ານ Ri ກ່ຽວ​ກັບ ຂໍ້ຄວາມ​ທາງ​ Twitter ຂອງ​ປະທານາທິບໍດີນັ້ນ​ວ່າ ​ເປັນ “ເລື່ອງທີ່​
ໄຮ້​ເຫດຜົນ.”

ທ່ານນາງ​ກ່າວ​ວ່າ “ພວກ​ເຮົາ ​ບໍ່​ໄດ້​ປະກາດ​ສົງຄາມ​ກັບ​ເກົາຫຼີ​ເໜືອ.”

ເອກອັກຄະລັດຖະທູດຣັດເຊຍ ທ່ານ Vasily Nebenzya, ຊ້າຍ, ທ່ານ Liu Jieyi ຈາກຈີນ, ກາງ, ແລະທ່ານນາງ Nikki Haley ເອກອັກຄະຖະທູດສະຫະລັດ, ຂວາ, ຮວມຕົວສົນທະນາກັນ ເລື່ອງເກົາຫຼີເໜືອ ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ, 4 ກັນຍາ, 2017.
ເອກອັກຄະລັດຖະທູດຣັດເຊຍ ທ່ານ Vasily Nebenzya, ຊ້າຍ, ທ່ານ Liu Jieyi ຈາກຈີນ, ກາງ, ແລະທ່ານນາງ Nikki Haley ເອກອັກຄະຖະທູດສະຫະລັດ, ຂວາ, ຮວມຕົວສົນທະນາກັນ ເລື່ອງເກົາຫຼີເໜືອ ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ, 4 ກັນຍາ, 2017.

ເຖິງ​ແມ່ນ​ວ່າ ເກົາຫຼີ​ເໜືອ ​ໄດ້​ປະກາດ​ “ສົງຄາມ” ຫຼາຍໆ​ຄັ້ງ ໃນ​ອະດີດ​ມາ​ແລ້ວກໍ​ຕາມ,
ຂະນະ​ນີ້​ແມ່ນ​ວ່າ “ພວກ​ເຮົາ ​ໄດ້​ກ້າວ​ເຂົ້າສູ່​ວິ​ກິດ​ການ​ທີ່ແທ້​ຈິງ,” ຊຶ່ງ​ນັ້ນ​ແມ່ນ​ຄຳ​ເວົ້າ​
ຂອງ​ທ່ານ Van Jackson ອາຈານ​ສອນ​ອາວຸ​ໂສ ກ່ຽວ​ກັບ​ຍຄວາມ​ສຳພັນ​ນາໆ​ຊາດ
ທີ່​ມະຫາວິທະຍາ​ໄລ Victoria ​ໃນ ນະຄອນ Wellington, ປະ​ເທດ New Zealand
ທີ່​ໄດ້​ບອກ​ກັບ VOA ​ໄວ້.

“​ເຖິງ​ແມ່ນ​ວ່າ ພວກ​ເຮົາ ຈະ​ບໍ່​ໄດ້​ຢູ່​ໃນ​ສະພາວະ​ສົງຄາມ ກໍ​ຕາມ ​ໃນ​ຂະນະ​ນີ້
​ເບິ່ງ​ຄື​ວ່າພວກ​ເຮົາ ຈະ​ເຮັດທຸກ​ສິ່ງ​ຢ່າງ​ໃນ​ອຳ​ນາດ​ທີ່​ພວກ​ເຮົາ​ມີ ຈະ​ເຮັດ​ໃຫ້​ມັນ​ເກີດ
​ຂຶ້ນ​ໃນ​ການ​ເອົາ​ບາດກ້າວທັງຫຼາຍ ​ແລະ​ຄຳ​ເວົ້າຕ່າງໆ ທີ່ເຮັດ​ໃຫ້ການ​ຢັບຢັ້ງ​
ລົ້ມ​ແຫຼວ​ລົງ,”
ນັ້ນຄື​ຄຳ​ເວົ້າຂອງ​ທ່ານ Jackson ອະດີດ​ຜູ້ອຳນວຍ ກ່ຽວ​ກັບ​ນະ​ໂຍບາຍ
ແລະ​ຍຸດ​ທະ​ສາດ​ປ້ອງ​ກັນ​ປະ​ເທດເກົາຫຼີ ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ໄດ້​ກ່າວ​ໄວ້.

ທ່ານ Ri ​ໄດ້​ເຕືອນ​ວ່າ ປະ​ເທດ​ຂອງ​ທ່ານ ອາດ​ຈະ​ຍິງເຮືອບິນ​ຖິ້ມລະ​ເບີດຍຸດ​ທະ​ສາດ
​ຂອງ​ສະຫະລັດ ​ເຖິງ​ແມ່ນ​ວ່າ ​ເຮືອບິນ​ເຫລົ່ານີ້ຈະ​ບໍ່​ຢູ່​ໃນ​ເຂດ​ນ່ານຟ້າ​ຂອງ​ເກົາຫຼີ​ເໜືອ
ກໍ​ຕາມ. ອີງ​ຕາມ​ອົງການ​ຂ່າວ​ Yonhap ຂອງ​ເກົາຫຼີ​ໃຕ້ ​ໃນ​ວັນ​ອັງຄານ​ມື້ນີ້, ທ່ານ Lee
Cheol-woo ປະທານ​ຄະນະ​ກຳມາ​ທິການ​ຝ່າຍ​ສືບ​ລັບຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ກ່າວ​ວ່າ
ພຽງ​ຢາງ ​ໄດ້​ຖືກພົບ​ເຫັນ​ວ່າ ​ປັບປຸງ​ທ່າ​ທີ​ກ່ຽວ​ກັບ ​ເຮືອບິນ​ລົບ​ຂອງ​ຕົນ ​ແລະ​ເພີ່ມ​ຄວາມ
​ສາມາດ​ໃສ່ກອງ​ກຳລັງດ້ານ​ການ​ປ້ອງ​ກັນ​ປະ​ເທດ ຕາມ​ຝັ່ງ​ທະ​ເລ​ພາກ​ຕາ​ເວັນ​ອອກ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG