ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຊີນຊົມ ວີດີໂອ ຖົງມື ວິທະຍາສາດ ສາມາດຊ່ວຍ ຄົນເປັນລົມສາລະບາດ ຟື້ນຟູ ສຸຂະພາບໄດ້


ຄົນທີ່ມີຊີວິດລອດ ຈາກການເປັນລົມສາລະບາດ ຫລື stroke ສ່ວນຫລາຍຕ້ອງໄດ້ສູ້ຊົນ ກັບຜົນຮ້າຍທີ່ຕາມມາ ຢ່າງຫລວງຫລາຍ. ມັນອາດໃຊ້ເວລາເຮັດກາຍະບໍາ ບັດເປັນຫລາຍໆເດືອນ ກວ່າຈະສາມາດໃຊ້ແຂນຂາ ຫລື ເລີ້ມມີຄວາມຮູ້ສຶກຄືນມາໄດ້. ເພາະສະນັ້ນ ຈຶ່ງໄດ້ມີການສ້າງຕົ້ນແບບ ຂອງແຂນປອມຂຶ້ນມາ ເພື່ອຊ່ວຍໃຫ້ພວກ ທີ່ຢູ່ລອດຈາກການເປັນ stroke ມີຄວາມຮູ້ສຶກໜາວ ຫລືຮ້ອນ, ແລະສາມາດຈໍາແນກໄດ້ລະຫວ່າງວັດຖຸຕ່າງໆ ເຊັ່ນແກ້ວກັບເຈ້ຍ ແຂງ. ດັ່ງທີ່ Faiza Elmasry ໄດ້ກ່າວ ຊຶ່ງຖືກອັດສຽງໄວ້ຢູ່ງານວາງສະແດງກ່ຽວກັບສະໝອງ ຫລື Brain Convention, ຢູ່ ນະຄອນປາຣີວ່າການປະດິດສ້າງໃໝ່ອັນນີ້ ໄດ້ນໍາອອກມາເຜີຍ ແຜ່ໃຫ້ຄົນຮູ້ ຢູ່ໃນ ງານວາງສະແດງດ້ານເທັກໂນໂລຈີ Faith Lapidus ນັກຂ່າວຂອງ VOA ມີລາຍ ງານກ່ຽວກັບເລື້ອງນີ້ ຊຶ່ງໄຊຈະເລີນສຸກ ຈະນໍາມາສະເໜີ ທ່ານ ເປັນພາສາລາວ ໃນອັນດັບຕໍ່ໄປ.

ຕອນຕ່າງໆຂອງເລື້ອງ

ເບິ່ງໝົດທຸກຕອນ
XS
SM
MD
LG