ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນະຄອນ Los Angeles ຈະເປັນເຈົ້າພາບ ຈັດໂອ​ລິ​ມປິກ ລະດູ​ຮ້ອນ​ ໃນປີ 2028


​ເຈົ້າ​ຄອງ​ນະຄອນ Los Angeles ທ່ານ Eric Garcetti ເຂົ້າຮ່ວມກອງປະຊຸມ ໂອລິມປິກ 2024 ທີ່ເປັນເມືອງ
ທີ່ຖືກເລືອກ ນະຄອນ Paris ແລະນະຄອນ Los Angeles ກ່ອນໜ້າການເລືອກຕັ້ງສຸດທ້າຍ ປີ 2024 ຂອງການເປັນ
ເຈົ້າພາບ ໃນເມືອງ Lausanne, Switzerland, 11 ກໍລະກົດ, 2017.
​ເຈົ້າ​ຄອງ​ນະຄອນ Los Angeles ທ່ານ Eric Garcetti ເຂົ້າຮ່ວມກອງປະຊຸມ ໂອລິມປິກ 2024 ທີ່ເປັນເມືອງ ທີ່ຖືກເລືອກ ນະຄອນ Paris ແລະນະຄອນ Los Angeles ກ່ອນໜ້າການເລືອກຕັ້ງສຸດທ້າຍ ປີ 2024 ຂອງການເປັນ ເຈົ້າພາບ ໃນເມືອງ Lausanne, Switzerland, 11 ກໍລະກົດ, 2017.

ນະຄອນ Los Angeles ​ກຳລັງ​ມຸ່ງ​ໜ້າ​ສູ່​ການ​ເປັນ​ເມືອງເຈົ້າພາບ​ຈັດງານ​ມະຫະກຳ​
ກິ​ລາ​ໂອ​ລິ​ມປິກອີກ​ຄັ້ງ​ນຶ່ງ ຊຶ່ງ​ຄັ້ງ​ນີ້​ຈະ​ແມ່ນ​ປີ 2028 ຊຶ່ງ​ໝາຍ​ຄວາມ​ວ່ານະຄອນ​ປາຣີ
ຈະເປັນ​ເຈົ້າພາບ​ຈັດ​ງານ​ມະຫະກຳ​ກິ​ລາ​ໂອ​ລິ​ມປິກ ​ໃນປີ 2024.

ທັງ​ສອງ​ນະຄອນ ​ໄດ້​ຖືກ​ຄັດ​ເລືອກ​ໃຫ້​ເປັນ​ເຈົ້າພາບ ຈັດງານ​ມະຫະກຳ​ກິ​ລາ​ໂອ​ລິ​ມປິກ
ລະດູ​ຮ້ອນ​ໂດຍ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ ​ແລະ​ຫຼາຍໆ​ສັບປະດາໃນການ​
ເຈລະຈາກັນ ຈຶ່ງ​ໄດ້​ຕັດສິນ ​ໃຫ້ນະຄອນ​ປາຣີ ເປັນ​ເຈົ້າພາບ​ຈັດ​ງານກ່ອນ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ກັບ​ນະຄອນ
​ດັ່ງກ່າວ​ໂດຍເວົ້າ​ວ່າ “ອາ​ເມຣິກາ​ແມ່ນ​ສ່ອງ​ປະກາຍ​ແສງ​ທີ່​ເຮືອງ​ຮຸ່ງ ​ໃນ​ຊ່ວງ​ທີ່​ມີ​ງານ​
ມະຫະກຳ ​ແລະນະຄອນ Los Angeles 2028 ກໍຈະ​ບໍ່​ມີ​ຫຍັງ​ທີ່ແຕກ​ຕ່າງ.”

ພາບທີ່ຖ່າຍຈາກຂົວ Alexandre III ທີ່ສະແດງໃຫ້ເຫັນເຖິງເສັ້ນທາງຂອງການແຂ່ງຂັນແລ່ນ ເທິງແມ່ນ້ຳ Seine ແລະມີເຮືອໂດຍສານ ແລ່ນຜ່ານ ເພື່ອການໂຄສະນາໃນການແຂ່ງຂັນ ຢາກໃຫ້ Paris ໄດ້ເປັນນະຄອນເຈົ້າພາບ ຈັດງານກິລາໂອລິມປິກລະດູຮ້ອນ 2024, 23 ພຶດສະພາ 2017.
ພາບທີ່ຖ່າຍຈາກຂົວ Alexandre III ທີ່ສະແດງໃຫ້ເຫັນເຖິງເສັ້ນທາງຂອງການແຂ່ງຂັນແລ່ນ ເທິງແມ່ນ້ຳ Seine ແລະມີເຮືອໂດຍສານ ແລ່ນຜ່ານ ເພື່ອການໂຄສະນາໃນການແຂ່ງຂັນ ຢາກໃຫ້ Paris ໄດ້ເປັນນະຄອນເຈົ້າພາບ ຈັດງານກິລາໂອລິມປິກລະດູຮ້ອນ 2024, 23 ພຶດສະພາ 2017.

​ເຈົ້າ​ຄອງ​ນະຄອນ Los Angeles ທ່ານ Eric Garcetti ​ໄດ້​ກ່າວ​ວ່າ “ນະຄອນ​ດັ່ງກ່າວ
​ພວມ​ເອົາ​ບາດກ້າວທີ່​ສຳຄັນ ​ເພື່ອ​ນຳ​ເອົາງານ​ມະຫະກຳ​ກິ​ລາ​ໂອ​ລິ​ມປິກ ກັບ​ຄືນ​ມາ​ຍັງ​ນະຄອນອີກ​ຄັ້ງ ຊຶ່ງ​ຈະເປັນ​ຄັ້ງທຳ​ອິດ ສຳຫຼັບ​ຄົນ​ຮຸ່ນ​ໃໝ່​ນີ້.”

ພາຍ​ໃຕ້​ເງື່ອນ​ໄຂ​ຂອງ​ຂໍ້​ຕົກລົງ ຄະ​ນະກຳມະການ​ໂອ​ລິ​ມປິກ​ສາກົນ ຫຼື IOC ຈະ​ໃຫ້ທຶນ
ລ່ວງ​ໜ້າ​ແກ່​ຄະນະ​ກຳມະການ​ຈັດ​ງານຂອງ​ນະ​ຄອນ Los Angeles ​ເພື່ອຈະ​ໄດ້​ທຳ​ການ
ວາງ​ແຜນ​ແລະ​ເພີ່ມ​ໂຄງການ​ການ​ກິລາ​ສຳ​ຫຼັບ​ພວກ​ເຍົາວະ​ຊົນ ກ່ອນ​ການ​ແຂ່ງຂັນ
ໂອ​ລິ​ມປິກ. ການ​ປະກອບ​ທຶນ​ດັ່ງກ່າວຂອງຄະນະກຳມະການ IOC ອາດເກີນ​ຈຳນວນ
2 ພັນ​ລ້ານ​ໂດ​ລ່າ ອີງ​ຕາມ​ເຈົ້າ​ໜ້າ​ທີ່​ຂອງ​ນະ​ຄອນ Los Angeles. ​ເງິນຈຳນວນດັ່ງກ່າວ
ຈະ​ນຳ​ເຂົ້າ​ໄປ​ປະກອບໃສ່​ຈຳນວນຂອງ​ບັນດາ​ຜູ້​ອຸບປະຖຳ​ລາຍ​ອື່ນໆ ທີ່​ໄດ້​ຕົກລົງທີ່​
ຈະ​ໄດ້​ທຳ​ການຕໍ່​ສັນຍາ​ຄືນ​ໃໝ່ ຮວມທັງ​ຂໍ້​ຕົກລົງ​ຕ່າງໆ​ຂອງ​ການ​ຕະຫຼາດ​ໃໝ່​ນຳ.

ສະໜາມກິລາ Rose Bowl ທີ່ເຫັນນີ້ ເປັນພາກສ່ວນນຶ່ງຂອງງານມະຫະກຳກິລາ ໂອລິມປິກ ໃນຂະນະທີ່ ທາງຄະນະກຳມະການ IOC ຊັ່ງຊາເບິ່ງຄວາມເປັນໄປໄດ້ ໃນກອງປະຊຸມທີ່ Los Angeles, California, 10 ພຶດສະພາ, 2017.
ສະໜາມກິລາ Rose Bowl ທີ່ເຫັນນີ້ ເປັນພາກສ່ວນນຶ່ງຂອງງານມະຫະກຳກິລາ ໂອລິມປິກ ໃນຂະນະທີ່ ທາງຄະນະກຳມະການ IOC ຊັ່ງຊາເບິ່ງຄວາມເປັນໄປໄດ້ ໃນກອງປະຊຸມທີ່ Los Angeles, California, 10 ພຶດສະພາ, 2017.

ຄະນະກຳມະການ IOC ຄາດ​ວ່າ ຈະ​ໃຫ້​ສັດຕະຍາບັນ​ຕໍ່​ຕົກລົງ​ກັບ​ທັງ​ສອງ​ນະຄອນ​ທີ່​
ຈະ​ຈັດ​ງານໂອ​ລິ​ມປິກ ​ໃນ​ເດືອນ​ກັນຍາ​ທີ່​ຈະ​ມາ​ເຖິງ​ນີ້.

​ນະຄອນໂຕ​ກຽວ ​ຈະເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນໂອ​ລິ​ມປິກລະດູ​ຮ້ອນ ​ໃນ​ປີ 2020 ​ແລະນະຄອນ​ປັກ​ກິ່ງ​ ຈະ​ເປັນ​ເຈົ້າພາບ​ຈັດການ​ແຂ່ງໂອ​ລິ​ມປິກລະດູ​ໜາວ​ ໃນ​ເວລາ 2 ​ປີ
ຕໍ່​ຈາກ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG