ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຊີນຊົມ ວີດີໂອ ປະຊາຊົນ ທົ່ວ​ທະວີບ ອາ​ຟຣິກາ ​ຈະເລີ່ມໃຊ້ ພະລັງງານ ຈາກແສງຕາເວັນ ຫຼາຍຂຶ້ນ


ເບິ່ງແລ້ວ​ຄ້າຍໆຄື​ວ່າ ໃນ​ທີ່​ສຸດ ເວລາທີ່ປະຊາຊົນ​ອາ​ໄສ​ຢູ່​ທົ່ວທະວີບອາ​ຟຣິກາ ​ຈະ​ເລີ່ມພາກັນໃຊ້ ​ແຫ​ລ່ງພະລັງງານ​ຈາກ​ທໍາ​ມະ​ຊາດ​ທີ່​ມີຢູ່​ຫລາຍທີ່ສຸດຂອງພວກເຂົາເຈົ້າ​ນັ້ນ​ແລ້ວ. ​ໃນ​ຂະນະ​ທີ່ການສ້າງ​ໂຮງງານ​ໄຟຟ້າ ​ແລະການວາງ​ສາຍ​ສົ່ງຕ້ອງໃຊ້ເວ​ລາ​ເປັນ​ປີໆ ​ແລະ​ມີຄ່າ​ໃຊ້​ຈ່າຍ​ຫລາຍ​ກວ່າ​ ການ​ຕິດຕັ້ງ​ແຜງ​ຮັບ​ແສງຕາ​ເວັນ​ແມ່ນຈະ​ໄວ​ກວ່າ ​ແລະ​ລາຄາ​ຖືກ​ກວ່າ​ສໍາລັບ​ເຈົ້າຂອງ​ເຮືອນ, ​ເຈົ້າຂອງ​ທຸລະ​ກິດ ​ຕະຫລອດ​ຮອດຊາວນາ ຊາວ​ສວນນຳ. George Putic ນັກ​ຂ່າວ​ຂອງ​ວີ​ໂອ​ເອ ມີ​ລາຍ​ງານ​ເລື້ອງນີ້ ຊຶ່ງ​ໄຊຈະເລີນສຸດ ຈະ​ນໍາ​ມາສະ​ເໜີທ່ານ​ ເປັນພາສາລາວ ໃນ​ອັນ​ດັບ​ຕໍ່​ໄປ.

ຕອນຕ່າງໆຂອງເລື້ອງ

ເບິ່ງໝົດທຸກຕອນ
XS
SM
MD
LG