ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຊີນຊົມວິດີໂອ ການ​ສ້າງປື້​ມຊະນິດຢາ ພື້ນເມືອງ ​ແລະວິທີປົວຕາມແຜນ ໂບຮານ ຈີນ


ວິທີຮັກສາໂຣກ​ແຜນໂບຮານຂອງຈີນ ເຊັ່ນການຝັງເຂັມ ວ່າມັນມີປະສິດ ທິຜົນຫຼືບໍ່ນັ້ນແມ່ນໄດ້ຮັບຄວາມນິຍົມຊົມຊອບຫຼາຍຂຶ້ນ ຢູ່ນອກປະ​ເທດຈີນ ແລະ ຍັງມີຫຼັກຖານທາງ​ວິທະຍາສາດບາງ​ຢ່າງທີ່ສະໜັບສະໜຸນຄວາມຄິດທີ່ວ່າ ອົງປະກອບຕາມ​ທຳ​ມະ​ຊາດ​ຂອງພວກດອກໄມ້ ແລະເປືອກໄມ້ ທີ່​ຈິງ​ແລ້ວ​ແມ່ນສາມາດປິ່ນປົວ​ຮັກສາ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ ຊຶ່ງ​ເຮັດ​ວຽກ​ແບບດຽວກັນ ກັບຢາ aspirin ຊຶ່ງ​ເປັນ​ອົງປະກອບຕາມທຳມະຊາດ ທີ່ພົບເຫັນໃນເປືອກ ຂອງຕົ້ນ willow ແຕ່ຍ້ອນຄວາມນິຍົມ​ ໃນການນຳໃຊ້ຢາແຜນໂບຮານສະ​ໝຸນ​ໄພ​ຂອງ​ຈີນ ກຳລັງເພີ່ມຂຶ້ນຢູ່​ນີ້ ມັນຈຶ່ງມີໂອກາດສູງ ທີ່​ຈະ​ເກີດ​ການ​ສໍ້​ໂກງ ຕົວະ​ຕົ້ມ ແລະ ກໍມີຄວາມກົດດັນຕໍ່ພວກພືດຕ່າງໆ ຢູ່​ໃນ​ປ່າ​ໃນ​ດົງ. ນັກຂ່າວ VOA Kevin Enochs ມີ​ລາຍ​ງານ ​ກ່ຽວ​ກັບ​ເລື່ອງ​ນີ້ ຊຶ່ງພຸດນະສອນ ຈະ​ນຳ​ເອົາ​ລາຍ​ລະອຽດມາສະ​ເໜີທ່ານ ໃນອັນດັບຕໍ່ໄປ.

ຕອນຕ່າງໆຂອງເລື້ອງ

ເບິ່ງໝົດທຸກຕອນ
XS
SM
MD
LG