ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ດຳ​ລັດ ​​ໂຈະ​ການ​ເຂົ້າ​ເມືອງ ສະບັບໃໝ່​ ​​ມີຜົນ​ກະທົບ​ຕໍ່ 6 ປະ​ເທດ


New Presidential Order Halts Visas from 6 Countries
please wait

No media source currently available

0:00 0:01:45 0:00

ປະທານາທິບໍດີ​ສະຫະລັດ ທ່ານ Donald Trump ​ໄດ້ລົງ​ນາມ​ ໃນ​ດຳລັດສະບັບ​ໃໝ່​ໃນ​ວັນ​ຈັນ​ວານ​ນີ້ ​ຊຶ່ງ​ໄດ້​ສັ່ງ​ໃຫ້ໂຈະ ​ການ​ເດີນທາງ​ເຂົ້າ​ມາໃນ​ສະຫະລັດ ຈາກ 6 ປະ​ເທດ ​ເປັນ​ເວລາ 3 ​ເດືອນ ​ແລະ​ 4 ​ເດືອນ ສຳ​ຫຼັບພວກ​ອົບ​ພະຍົບທັງ​ໝົດ ​ຫຼັງ​ຈາກ ​ຜູ້​ພິພາກສາ ​ຂອງສານ​ອຸທອນ​ລັດຖະບານ​ກາງ ​ໄດ້​ກີດ​ກັນ ດຳລັດ​ທີ່​ຄ້າຍຄື​ກັນ​ນີ້ ຈາກ​ການຈັດ​ຕັ້ງ​ປະຕິບັດ​ໃນ​ເດືອນ​ແລ້ວ​ນີ້.

“ດຳ​ລັດ​ສະບັບນີ້ ​ແມ່ນ​ມາດ​ຕະການ​ທີ່​ສຳຄັນ ​ເພື່ອເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ຄວາມ​
ປອດ​ໄພແຫ່ງຊາດຂອງ​ພວກ​ເຮົາ”
ຊຶ່ງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ທ່ານ Rex Tillerson ​ໄດ້ກ່າວ​ທີ່ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ​ໃນ​ການ​ປະກາດ​ ດຳລັດ​ສັ່ງໃຫ້​ໂຈະ​ຄົນ​ເຂົ້າ​ເມືອງ​ສະບັບ​ໃໝ່​ນີ້ ​ໂດຍ​ກ່າວ​ວ່າ “ນີ້​ແມ່ນ​ພາລະ​ໜ້າ​ທີ່​ອັນແທ້​ຈິງຂອງ​ປະທາ​ນາ​ທິບໍດີ ​ທີ່​ຈະ​ປົກ​ປ້ອງ​ຊາວ​ອາ​ເມຣິກັນ.”

ປະທານາທິບໍລີ Trump ລົງນາມໃນດຳລັດສະບັບຕົ້ນຕໍ ຂອງການໂຈະການເຂົ້້າເມືອງມາຍັງສະຫະລັດ ໃນທຳນຽບຫ້າແຈ, ວໍຊີງຕັນ, 27 ກຸມພາ, 2017.
ປະທານາທິບໍລີ Trump ລົງນາມໃນດຳລັດສະບັບຕົ້ນຕໍ ຂອງການໂຈະການເຂົ້້າເມືອງມາຍັງສະຫະລັດ ໃນທຳນຽບຫ້າແຈ, ວໍຊີງຕັນ, 27 ກຸມພາ, 2017.

ການປະກາດ ​ກ່ຽວ​ກັບ​ມາດ​ຕະການ​ດ້ານຄວາມປອດສະບັບໃໝ່​ນີ້ ແມ່ນ​ເທົ່າ​ກັບ​ເປັນ
ການຮັບ​ຮູ້​ ​ໂດຍ​ລັດຖະບານ​ຂອງທ່ານ Trump ວ່າ ການໂຈະ​ການ​ເດີນທາງ​ເຂົ້າ​ມາ​ຍັງ
​ສະຫະລັດສະບັບ​ດັ້ງເດີມ ທີ່​ອອກ​ເມື່ອ​ວັນ​ທີ 27 ມັງກອນ ​ແມ່ນ​ມີ​ຂໍ້​ບົກ​ຜ່ອງ. ຍັງ ບໍ່​ທັນ​
ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ ​ແຕ່ແນວ​ໃດກໍ​ຕາມ ດຳລັດ​ສະບັບໃໝ່​ນີ້ ຈະ​ເປັນ​ທີ່​ພໍ​ໃຈຫຼືບໍ່ ​ຕໍ່​ພວກ​ທີ່
​ຕຳ​ນິຕິ​ຕຽນ ທີ່ຍັງ​ພາກັນ​ເຫັນ​ວ່າ ມາດ​ຕະການ​ດັ່ງກ່າວ ແມ່ນ​ເປັນ​ການ​ຫ້າມ​ຕໍ່ຊາວ​ມຸສລິ​ມ.

​ໃນ​ຄວາມ​ພະຍາຍາມ​ເພື່ອ​ຈະ​ເຮັດ​ໃຫ້ການ​ປະກາດ​ແລະ​ການ​ນຳ​ໃຊ້​ດຳລັດ​ສັ່ງ​ມ​ໃຫ້​ໂຈະ​
ຄົນ​ເຂົ້າ​ເມືອງ​ ເປັນ​ໄປ​ດ້ວຍ​ຄວາມ​ລາບ​ລື່ນ ແລະ​ປ້ອງ​ກັນ​ບໍ່​ໃຫ້​ຖືກ​ຂັດຂວາງ​ທາງ​ດ້ານ​ກົດໝາຍນັ້ນ ດຳລັດ​ສະບັບ​ໃໝ່ນີ້ ​ແມ່ນ​ແຕກ​ຕ່າງ​ ຈາກ​ສະບັບ​ເກົ່າ ​ໃນ​ຫຼາຍໆດ້ານ​ທີ່​
ສຳຄັນໆ.

ເຊີນຊົມ : ຄວາມເຫັນຂອງທ່ານ Tillerson ໃນການຖອນ ອີຣັກ ອອກ

Tillerson on Removing Iraq From Travel Ban
please wait

No media source currently available

0:00 0:01:14 0:00

ໃນ​ການ​ປ່ຽນ​ແປງ​ທີ່​ເຫັນ​ໄດ້​ຊັດ​ເຈນ​ນັ້ນ ​ແມ່ນໄດ້​ຍົກ​ເວັ້ນຊາວ​ອີຣັກ ຈາກ​ບັນຊີ​ລາຍ​ຊື່
​ຂອງ​ພວກ​ທີ່​ຖືກ​ສັ່ງ​ໃຫ້​ໂຈະ​ການ​ເຂົ້າປະ​ເທດ. ດຳລັດ​ສະບັບ​ໃໝ່​ ຍັງ​ຈະ​ຫ້າມ​ບັນດາ
​ປະ​ເທດ​ແລະ​ປະຊາຊົນ ຈາກ ອີຣ່ານ ລີ​ເບຍ ​ໂຊ​ມາ​ເລຍ ຊູ​ດານ ຊີ​ເຣຍ ​ແລະ​ເຢ​ເມນ.

ດຳ​ລັດໂຈະ​ການ​ເຂົ້າ​ເມືອງສະບັບໃໝ່​ນີ້ ​ແມ່ນຈະ​ຮວມທັງ​ໄລຍະ​ຂອງ​ການ​ລໍຄອຍແລະ ​
ຈະ​ມີ​ຜົນ​ບັງຄັບ​ໃຊ້ ​ໃນ​ວັນ​ທີ 16 ມີນາ​ ຈະ​ມາ​ເຖິງ​ນີ້. ດຳລັດ​ດັ່ງກ່າວ ຈະ​ບໍ່​ກະທົບ​ຕໍ່
​ພວກ​ທີ່ມີ​ບັດ​ຢູ່​ຢ່າງ​ຖາວອນ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ ພວກ​ທີ່​ຖື​ບັດ​ຂຽວ ຫຼືພວກ​ທີ່​ມີວີ​ຊາ​
ທີ່​ຖືກຕ້ອງທີ່​ອອກໃນ​ວັນ​ທີ 27 ມັງກອນ 2017 ຜ່ານ​ມານີ້.

ເຊີນຊົມ: ທ່ານ Kelly ໃນການກວດເຂັ້ນຢ່າງແຂງຂັນ ຕໍ່ຊາວອົບພະຍົບຊີເຣຍ ເຂົ້າມານັງສະຫະລັດ

Kelly: DHS to Conduct 'Rigorous Review' of Vetting
please wait

No media source currently available

0:00 0:01:10 0:00

ດຳລັດ​ທີ່​ອອກໃນ​ວັນ​ຈັນ​ວານ​ນີ້ ຍັງ​ໄດ້​ລຶບລ້າງ​ຂໍ້​ຫ້າມບໍ່​ໃຫ້ພວກ​ອົບ​ພະຍົບຊີ​ເຣຍ ​ເຂົ້າ ມາ​ໃນ​ສະຫະລັດຢ່າງ​ບໍ່​ມີ​ກຳນົດ ​ແລະ​ນອກ​ນັ້ນ​ແລ້ວ​ ຍັງ​ມີ​ການ​ຍົກ​ເລີກ ພາສາໃນ​ຄຳ​ເວົ້າ​ທີ່​ໝາຍ​ເຖິງຄວາມ​ລຳອຽງ​ກ່ຽວ​ກັບ “ສາສະໜາກຸ່ມ​ນ້ອຍ,” ຊຶ່ງ​ເປັນ​ຂໍ້​ກຳນົດ ​ທີ່​ຖືກ​ມອງ​ກັນຢ່າງ​ກ້ວາງ​ຂວາງ​ວ່າ ​ເປັນ​ຄວາມ​ພະຍາຍາມທີ່​ຈະ​ປະຕິບັດ​ຕາມຄຳ​ໝັ້ນສັນຍາ ​ຂອງ​ທ່ານ Trump ທີ່​ຈະໃຫ້​ບູລິ​ມະ​ສິດສຳຄັນ​ສຸດ ​ແກ່​ພວກ​ອົບ​ພະຍົບ​ທີ່​ນັບຖື​ສາສະໜາ​ຄຣິດນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

​ເຊີ​ນຊົມ: ປະຫວັດ​ຂອງ​ຄົນ​ເຂົ້າ​ເມືອງຂອງ​ສະຫະລັດ

History of US Immigration Restrictions
please wait

No media source currently available

0:00 0:01:04 0:00

XS
SM
MD
LG