ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Trump ​ໄດ້​ສັ່ງ​ການ ​ໃຫ້ເລີ່​ມສ້າງ​ກຳ​ແພງ ​ຕະຫຼອດ​ແນວຊາຍ​ແດນ​ ສະຫະລັດ ກັບ Mexico


Trump Mexico Wall
please wait
Embed

No media source currently available

0:00 0:02:02 0:00

ໃນ​ວັນ​ພຸດ​ວານ​ນີ້ ປະທານາທິບໍດີ​ສະຫະລັດ ທ່ານ Donald Trump ​ໄດ້​ສັ່ງ​ການ​ໃຫ້ ​
ເລີ່​ມສ້າງ​ກຳ​ແພງ​ຕະຫຼອດ​ແນວທາງຊາຍ​ແດນ​ພາກ​ໃຕ້​ຂອງ​ປະ​ເທດ ທີ່​ຕິດ​ກັບປະ​ເທດ Mexico ​ເພື່ອ​ຕໍ່ຕ້ານ​ພວກລັກລອບ​ເຂົ້າ​ເມືອງ​ຜິດ​ກົດໝາຍ ​ໃນ​ຂະນະ​ທີ່​ປະທານາທິບໍດີ Mexico ທ່ານ Enrique Pena Nieto ​ໄດ້​ກ່າວ​ອີກ​ຄັ້ງ​ນຶ່ງ​ວ່າ ປະ​ເທດ​ຂອງ​ທ່ານຈະ​ບໍ່​ເປັນ​ຜູ້​ທີ່​ອອກ​ຄ່າ​ສ້າງ​ກຳ​ແພງ​ນີ້.

​ທ່ານ Trump ​ໄດ້​ລົງ​ນາມ​ໃນ​ດຳລັດ​ຂອງ​ຝ່າຍ​ບໍລິຫານ​ ກ່ຽວ​ກັບ​ຄົນ​ເຂົ້າ​ເມືອງ ​ໃນ​ຂະນະ
​ທີ່​ທ່ານ​ໄດ້​ໄປ​ຢ້ຽມຢາມ ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ຊຶ່ງ​ເປັນອົງ ການຮັບຜິດ
ຊອບ​ເລື່ອງ​ປົກ​ປ້ອງຄຸ້ມ​ຄອງ​ຊາຍ​ແດນ​ສະຫະລັດ.

Trump: Americans Will be Reimbursed by Mexico for Border Wall
please wait

No media source currently available

0:00 0:01:04 0:00

​ທ່ານ Trump ໄດ້ກ່າວ​ວ່າ “ພວກ​ເຮົາ​ແມ່ນ​ຢູ່​ໃນ​ທ່າມກາງ​ວິ​ກິດ​ການ​ທີ່​ຮ້າຍ​ແຮງທາງ​ດ້ານຊາຍ​ແດນພາກ​ໃຕ້ ຊຶ່ງ​ເປັນ​ປາກົດ​ການ ​ທີ່​ບໍ່​ເຄີຍ​ເຫັນ​ມາ​ກ່ອນ​ ​ໃນ​ການ​ເພີ້ມຂຶ້ນ ຂອງພວກ​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ​ຈາກ​ອາ​ເມຣິກາ​ກາງ ​ຊຶ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ ​ໃຫ້ທັງ Mexico ​ແລະສະຫະລັດ,” ຊຶ່ງ​ທ່ານ​ຍັງ​ກ່າວ​ອີກ​ວ່າ “​ແລະ​ຂ້າພະ​ເຈົ້າ​ເຊື່ອ​ວ່າ ​ບາດກ້າວ​ຕ່າງໆທີ່​ພວກ​ເຮົາ​ຈະ​ເອົາ ​ເລີ່​ມ​ແຕ່​ໃນ​ເວລາ​ນີ້ ​ກໍ​ແມ່ນຈະ​ປັບປຸງ​ຄວາມ​ປອດ​ໄພ​ຂອງ​ທັງ​ສອງ​ປະ​ເທດ​ພວກ​ເຮົາ. ມັນ​ຈະ​ເປັນ​ການ​ດີຫຼາຍ​ສຳ​ຫຼັບ Mexico.”

ທ່ານ Trump ກ່າວ​ຕໍ່ຕາໜ່າງ​ໂທລະພາບ ABC ວ່າ ການ​ສ້າງ​ກຳ​ແພງ​ທີ່​ວ່າ​ນີ້ ຈະ​ເລີ່​ມຂຶ້ນ​ໃນ​ອີກ​ບໍ່​ເທົ່າ​ໃດ​ເດືອນ​ຂ້າງ​ໜ້າ​ ​ແລະ​ຍັງ​ຈະ​ສືບ​ຕໍ່​ຢືນຢັນ​ວ່າ ປະ​ເທດ Mexico ຈະ​ເປັນ​ຜູ້​ຈ່າຍ​ຄ່າ​ກໍ່ສ້າງ​ນີ້.

ເຊີນຊົມ: ກຳແພງ ຊາຍແດນລະຫວ່ງສະຫະລັດ - Mexico

US-Mexico Border Wall
please wait
Embed

No media source currently available

0:00 0:01:17 0:00

ທ່ານ Trump ​ໄດ້​ກ່າວ​ໃນ​ການ​ໃຫ້​ສຳພາດ​ທີ່​ອອກ​ອາກາດ​ໃນ​ວັນ​ພຸດ​ວານ​ນີ້ວ່າ “​ກຳ​ແພງ​ນັ້ນເຮົາ​ຈະ​ບໍ່​ຈ່າຍ​ຫຍັງ​ເລີຍ”.

ທ່ານ​ກ່າວ​ວ່າ ການ​ຈ່າຍຄ່າ​ກໍ່ສ້າງ ບາງທີ​ອາດ​ຈະ​ຢູ່​ໃນ​ “​ຮູບແບບ​ທີ່​ສະ​ຫລັບ​ສັບ​ຊ້ອນ​” ​ໂດຍ​ໃຫ້​ສັນຍານ​ວ່າ ​ຈະ​ບໍ່​ແມ່ນການ​ຈ່າຍເງິນ​ໂດຍ​ກົງ ຈາກ​ Mexico City ໃຫ້​ແກ່
ວໍ​ຊີງ​ຕັນ. ໜັງສືພິມ Washington Post ກ່າວ​ວ່າ ​ເງິນ​ທີ່​ໄດ້​ມາຈາກ ບາງທີ​ອາດ​ຈະ​ແມ່ນເງິນພາສີ ​ຂອງສິນຄ້າ​ນຳ​ເຂົ້າ​ຈາກ Mexico ຈະ​ນຳ​ມາ​ໃຊ້​ໃນ​ການ​ກໍ່ສ້າງນີ້.

ເຊີນຊົມ : Spicer ກ່າວວ່າ ການສ້າງກຳແພງ ນັ້ນແມ່ນ "ສາມັນສຳນຶກ"

Spicer: Building Wall is "Common Sense"
please wait

No media source currently available

0:00 0:01:33 0:00

ທ່ານ Pena Nieto ​ໄດ້​ກ່າວ​ຢ້ຳ ​ເຖິງ​ທ່າ​ທີ​ປະ​ເທດ​ຂອງ​ທ່ານ​ ​ຢູ່​ໃນ​ຄຳ​ຖະ​ແຫຼງຕໍ່​ປະ​ຊາຊົນ Mexico ​ໃນ​ວັນ​ພຸດ​ວານ​ນີ້ ​ໂດຍ​ກ່າວ​ວ່າ ​ທ່ານເສຍ​ໃຈ ​ແລະ​ບໍ່​ເຫັນ​ພ້ອມຕໍ່​ການ​ຕັດສິນ​ໃຈ​ ທີ່​ຈະ​ສ້າງ​ກຳ​ແພງນີ້.

ທ່ານ Pena Nieto ​ໄດ້​ກ່າວວ່າ “Mexico ບໍ່​ເຊື່ອ​ໃນ​ການ​ສ້າງ​ກຳ​ແພງ. ຂ້າພະ​ເຈົ້າເຄີຍໄດ້​ກ່າວ​ມາ​ແລ້ວ​ຫລາຍໆ​ຄັ້ງ ທີ່​ວ່າ Mexico ຈະ​ບໍ່​ເປັນ​ຜູ້​ຈ່າຍ​ຄ່າ​ກຳ​ແພງ​ນີ້,”​

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ແຜນທີ່ຊາຍແດນລະຫວ່າງສະຫະລັດ ແລະ Mexico
ແຜນທີ່ຊາຍແດນລະຫວ່າງສະຫະລັດ ແລະ Mexico

XS
SM
MD
LG