ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

American Soldier -​ Toby Keith


Toby Keith
Toby Keith

ສບາຍດີ ​ໃນ​ຄໍ່າ​ຄືນ​ນີ້ ວັນນະ​ສອນຈະ​ພາ​ທ່ານ​ຜູ້​ຟັງ​ຂ້າມ​ນໍ້າ ຂ້າມ​ທະ​ເລ​ມາ​ຟັງ​ເພງ​ສາກົນ
ຢູ່​ທີ່​ອາ​ເມຣິກາ​ນີ້ ​ຊຶ່ງວັນສຸກຜ່ານມານີ້ ເປັນວັນລະລຶກເຖິງປະຫານຜ່ານເສິກໃນສະຫະລັດ VOA ມີຄວາມພາກພູມໃຈ ທີ່ຈະມາຈັດເພງສາກົນມ່ວນໆ ທີ່ມີຄວາມໝາຍດີ ໃຫ້ ທີ່ສະແດງ
ອອກເຖິງຄວາມກ້າຫານຊານໄຊ ຄວາມເປັນວິລະວຸລຸດ ພ້ອມທັງການເສຍສະລະຢາດ
ເຫື່ອແຮງງານ ແມ້ນກະທັງຊີວິດຂອງພວກເພິ່ນ ເພາະສະນັ້ນ ເພງທີ່ຈະຫຼິ້ນໃຫ້ຟັງຕໍ່ໄປນີ້ ແມ່ນມີຄວາມໝາຍຄົບຖ້ວນທຸກຢ່າງສຳຫຼັບເຫຼົ່າທະຫານຜູ້ກ້ານີ້...ໃນບົດເພງ “American Soldier” ຂັບຮ້ອງໂດຍ Toby Keith

ສ່ວນເພງຕໍ່ໄປນີ້ ກໍ່ມ່ວນໆ ເປັນແນວເພງຣ໊ອກ ແບບຫວານໆ ທີ່ມີຄວາມໝາຍດີ ຊຶ່ງໄດ້
ນັກ ຮ້ອງຣ໊ອກ ຢ່າງ Bon Jovi ໃນບົດເພງ “You Want To Make A Memory”
ທີ່ມີຄວາມ ໝາຍວ່າ ຄົນເຮົາ ຕ່າງກໍຢາກຈະສ້າງຄວາມຊົງຈຳທີ່ດີ ຝາກໄວ້ໃນຜືນ
ແຜ່ນດິນນີ້ ກ່ອນຈະອຳລາພາຈາກ...ແລະເພງນີ້ເໝາະສົມທີ່ສຸດ ທີ່ຈະມອບເພື່ອ
ສະດຸດີໃນຄວາມເປັນຜູ້ກ້າ ຂອງບັນດາທະຫານຜ່ານເສິກທັງຫຼາຍທັງປວງ, ຂໍເຊີນ
ໄປຟັງພ້ອມໆກັນເລີຍ...ໃນບົດເພງ “You Want To Make A Memory.”


ຂໍອຳລາທ່ານດ້ວຍເພງນີ້ There’s A Hero ທີ່ຂັບຮ້ອງໂດຍ Billy Gilman ເນື້ອຫາ
ຂອງເພງແມ່ນບົ່ງບອກເຖິງຄວາມຄິດໃນທາງບວກ ໃຫ້ພວກເຮົາ ຢ້ຳຄິດ ຢ້ຳທຳ ທີ່ຄິດວ່າ ທຸກໆຄົນເຮົາມີຄວາມເປັນວິລະບຸລຸດໃນຕົວ.​ ອີກຄັ້້ງນຶ່ງຂໍສະແດງຄວາມຂອບໃຈມາຍັງ
ທຸກເຫຼົ່າທັບ ທຸກໆທ່ານທີ່ຢູ່ໃນເຄື່ອງແບບພ້ອມທັງຄອບຄົວຂອງທ່ານດ້ວຍ ທີ່ຮັບໃຊ້
ຊາດແລະປົກປ້ອງພົນລະເຮືອນ.



XS
SM
MD
LG