ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

ສຫລ ເປັນຫ່ວງ ຕໍ່ການຈັບກຸມ ບັນນາທິການ ໜັງທືພິມ Cumhuriyet ໃນເທີກີ


ຜູ້ຊາຍຕົນນຶ່ງນັ່ງອ່ານໜັງສືພິມ Cumhuriyet ຂ້າງນອກ ສຳນັກງານ Ankara ຫຼັງຈາກທີ່ຕຳຫຼວດຈັບກຸມ ຫົວໜ້າຂອງ ໜັງສືພິມຝ່າຍຄ້ານ, 31 ຕຸລາ, 2016.

ສະຫະລັດ ​“ແມ່ນ​ເປັນ​ຫ່ວງ​ເປັນ​ໃຍ” ​ໃນ​ອັນ​ທີ່​ປາກົດ​ວ່າ ​ເປັນ​ການ​ເພີ່ມຂຶ້ນ​ຂອງ​ການ​ກົດ​ດັນ ຕໍ່​ອົງການ​ຂ່າວ​ຕ່າງໆ​ຂອງ​ຝ່າຍ​ຄ້ານ​ໃນ​ເທີ​ກີ ຫຼັງ​ຈາກການ​ກັກ​ຂັງ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​
ໃນ​ວັນ​ຈັນ​ວານ​ນີ້ ຂອງ​ໜັງສືພິມ “Cumhuriyet ຊຶ່ງ​ເປັນ​ນຶ່ງໃນໜັງສື​ພິມ ທີ່​ໄດ້ຮັບ​ການ​ນັບຖືທີ່​ສຸດ​ໃນ​ເທີ​ກີ.”

“ພວກ​ເຮົາ​ສະໜັບສະໜຸນ​ໃຫ້​ລັດຖະບານ​ເທີ​ກີ ​ຄ້ຳປະກັນວ່າ ລະບຽບ​ກົດໝາຍ ​ແລະ​ພື້ນຖານ​ຫຼັກຂອງ​ສິດເສລີປະຊາທິປະ​ໄຕ ​ຈະໄດ້​ຮັບ​ການປົກ​ປ້ອງຄຸ້ມ​ຄອງ,” ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ John Kirby ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ທີ່​ໄດ້​ກ່າວ​ໃນ​ກອງ​ປະຊຸມຖະ​ແຫຼງຂ່າວ ໃນວັນ​ຈັນ​ວານ​ນີ້, ທ່ານ​ຍັງ​ກ່າວ​ເພີ້​ມຕື່ມ​ວ່າ ​ເສລີ​ທິປະ​ໄຕ​ນີ້ ຈະ​ເຂັ້ມ​ແຂງ​ຂຶ້ນ ​ໂດຍ​ທີ່​ຈະ​ອະນຸຍາດ ​ໃຫ້​ມີການສະ​ແດງ​ອອກ​ທີ່​ຫຼາກ​ຫຼາຍໃນ​ດ້ານ ຄວາມ​ຄິດ​ຄວາມ​ເຫັນ ​ໂດຍ​ສະ​ເພາະ​ໃນ​ເວລາ​ທີ່​ຫຍຸ້ງລຳ​ບາກ​ນີ້.”

​ໃນ​ຂະນະ​ທີ່​ວໍ​ຊີງ​ຕັນ ​ໃຫ້ການ​ສະໜັບສະໜຸນຕໍ່ Ankara ທີ່​ຈະ​ຕິດຕາມຫາ​ພວກ​ທີ່​ຮັບຜິດ ຊອບ ​ໃນ​ການ​ກໍ່​ລັດຖະປະຫານ​ທີ່​ບໍ່​ປະສົບ​ຜົນສຳ​ເລັດ​ ​ໃນ​ວັນ​ທີ 15 ກໍລະກົດ ທີ່​ຍິ່ງ​ພາ​ໃຫ້
ມີແຫຼ່ງຂ່າວ ​ແລະການ​ຈັບ​ກຸມ ພວກ​ນັກ​ຂ່າວ ​ໃນ​ທ້າຍ​ສັບປະດາ​ທີ່​ຜ່ານ​ມາ ນັ້ນ​ແມ່ນ​ເກີດ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍຂຶ້ນ​ມາ ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ Kirby ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ.

ການ​ຈັບ​ກຸມ​ຫົວໜ້າ​ບັນາ​ທິການ​ຂອງ ​ໜັງສື​ພິມ Cumhuriyet ທ່ານ Murat Sabuncu ​ແລະ​ພວກເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ ມີ​ຂຶ້ນ​ຫຼັງຈາກການ​ປົດ ລັດຖະກອນ​ພົນລະ​ເຮືອນ​ຫຼາ​ຍກວ່າ 10 ພັນ​ຄົນ ທີ່​ຮວມທັງ ພວກ​ນັກວິຊາການ ພວກ​ນາຍຄູ ​ແລະພວກ​ກະ​ນັກ​ງານ​ສາທາລະນະ​ສຸກ ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້. ມີ​ ​ຫຼາຍ​ສິບ​ອົງການຂ່າວ ​ແມ່ນ​ໄດ້​ຖືກ​ປິດ​ລົງ ​ໃນ​ຮອບ​ທ້າຍ​ສັບປະດາ​ທີ່​ຜ່ານ​ມາ.

​ເຈົ້າ​ໜ້າ​ທີ​ອະ​ວຸ​ໂສ​ຂອງ​ສະຫະລັດ ​ໄດ້​ບອກ​ກຸ່ມ​ອົງການ​ສື່ມົນ​ຊົນນ້ອຍໆ ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ການ​ພັດທະນາ​ໄລຍະ​ຍາວ​ໃນ​ຮອບ​ທ້າ​ຍສັບປະດາ​ທີ່​ຜ່ານ​ມາ​ນີ້ ​ແມ່ນ​ພາ​ໃຫ້​ເກີດ​ມີ “ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ເພີ້​ມຂຶ້ນ” ​ເພາະວ່າ “ການ​ເພີ່ມ​ການ​ຮັດ​ກຸມ​ຂອງ​ປະທານາທິ
ບໍດີ ຂອງ​ການ​ຄັດ​ເລືອກ​ຕາມ​ຂັ້ນ​ຕອນ​ການ​ປະຕິບັດ​ງານ ​ໃນ​ທຸກ​ຫຼາກຫຼາຍລະດັບໃນ​
ເທີ​ກີ.”

ພວກ​ທີ່​ຖືກ​ຈັບ​ກຸມ ​ແມ່ນ​ຖືກ​ກ່າວ​ຫາ ​ວ່າ​ລະ​ເມີດກົດໝາຍຕໍ່ຕ້ານ​ກຸ່ມ​ກໍ່​ການ​ຮ້າຍ​ໃນ​ເທີ​ກີ ​ແລະ​ໃຫ້ການ​ສະໜັບສະໜຸນ ກຸ່ມ​ກະບົດ​ຊາວ​ເຄີ​ດດ້ວຍ ​ຫຼື​ພວກ​ທີ່​ຕິດຕາມ​ກຸ່ມ​ກໍ່​ການ​ຮ້າຍ​ອິສລາມ ຂອງ​ທ່ານ Fethullah Gulen.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG