ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ເທີກີ ປະກາດວ່າ ການພະຍາຍາມ ເຮັດລັດຖະປະຫານ ຖືກທັບມ້າງແລ້ວ


ປະຊາຊົນທີ່ຕໍ່ຕ້ານການເຮັດລັດຖະປານ ສະຫລອງ ທີ່ສະໜາມບິນ Ataturk ໃນນະຄອນອິສຕັນບູລ. (ວັນທີ 16 ກໍລະກົດ 2016)
ປະຊາຊົນທີ່ຕໍ່ຕ້ານການເຮັດລັດຖະປານ ສະຫລອງ ທີ່ສະໜາມບິນ Ataturk ໃນນະຄອນອິສຕັນບູລ. (ວັນທີ 16 ກໍລະກົດ 2016)

ປະທານາທິບໍດີ​ເທີ​ກີ ທ່ານ Recep Tayyip Erdogan ໄດ້​ໃຫ້ການ​ຄ້ຳ​ປະກັນ ຕໍ່​ປະ​ເທດ​ຊາດ​ວ່າ ທ່ານ​ຍັງ​ເປັນ​ຜູ້ນຳ​ຂອງ​ປະ​ເທດ​ຢູ່ແລະ​ການ​ພະຍາຍາມ​ເຮັດ​ລັດຖະປະຫານ​ໂດຍ​ພວກ​ນາຍ​ທະຫານ​ບາງ​ຄົນ​ນັ້ນ​ ໄດ້​ສິ້ນສຸດ​ລົງ​ແລ້ວ. ​ແຕ່​ແນວໃດ​ກໍ​ຕາມ ສຽງ​ລະ​ເບີດ ​ແລະ​ສຽງ​ປືນ ຍັງ​ດັງ​ກ້ອງ​ ຢູ່​ທົ່ວ​ນະຄອນຫຼວງອັງກາຣາ ​ແລະ​ນະຄອນ​ອິສຕັນ​ບູລ ມາ​ຈົນ​ຮອດ​ຕອນເຊົ້າວັນ​ເສົາ​ມື້ນີ້ ​ແລະ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ໃຜ​ເປັນ​ຜູ້​ຄວບ​ຄຸມ​ກອງ​ບັນຊາ​ການໃຫຍ່ ​ຂອງ​ພວກ​ທະຫານ​ຢູ່​ທີ່​ນະຄອນຫຼວງອັງກາຣາ.

ນາຍົກລັດຖະມົນຕີ Binali Yildrim ​ໄດ້​ກ່າວ​ຄຳ​ປາ​ໄສ​ຕໍ່​ປະ​ເທດ​ຊາດ​ໃນ​ຕອນບ່າຍ​ວັນ​ເສົາ​ມື້ນີ້ ​ໂດຍເອີ້ນຄ່ຳ​ຄືນ​ທີ່​ຜ່ານ​ມານີ້ວ່າ "​ເປັນ​ຮອຍ​ດ່າງ​ສຳລັບ​ປະ​ເທດ​ເທີ​ກີ."

ທ່ານ​ກ່າວ​ວ່າ "ການ​ກໍ່​ການໃນຂັ້ນທຳ​ອິດ​ຂອງ​ເຫດ​ຮ້າຍ​ນີ້ ​ໄດ້​ສິ້ນສຸດ​ລົງ​ແລ້ວ​ໃນ​ເວລາ​ນີ້ ​ແລະ​ທ່ານ​ກ່າວ​ຕື່ມ​ວ່າ ການ​ກະທຳ​ຂອງ​ພວກທະຫານ 2,839​ ຄົນແລະ​ນາຍທະຫານ​ຈຳ ນວນ​ນຶ່ງ ທີ່​ໄດ້​ເຮັດ​ລັດຖະປະຫານ​ນັ້ນ ຈະ​ຖືກ​ລົງ​ໂທດ​ຢ່າງ​ໜັກ.

ໂທດ​ປະຫານ​ຊີວິດ​ແມ່ນ​ບໍ່​ໄດ້​ກຳນົດ​ໄວ້ ​ຢູ່​ໃນ​ລັດຖະທຳ​ມະນູນ ​ຂອງ​ເທີ​ກີ ​ໃນ​ປັດຈຸບັນ​ນີ້​ ​ແຕ່​ທ່ານ Yildrim ສະ​ແດງ​ໃຫ້​ເຫັນ​ວ່າ ລັດຖະບານ​ອາດ​ຈະ​ຊອກ​ຫາ​ທາງເພື່ອ​ໃຫ້​ມີ​ການ​ປ່ຽນ​ແປງ​ກ່ຽວ​ກັບ​ເລື້ອງນີ້. ນັບ​ແຕ່​ໄດ້​ມີ​ການ​ປະກາດວ່າ ຂ້າພະ​ເຈົ້າຕ້ອງການ​ໃຫ້​ລົງ​ໂທດ​ປະຫານ​ຊີວິດ ​ກໍ​ໄດ້​ກາຍ​ມາ​ເປັນ​ທ່າ​ອຽງ​ໃນ​ການ​ສົ່ງ​ຂໍ້ຄວາມ​ຜ່ານ​ທາງ Twitter ຢູ່​ໃນ​ປະ​ເທດ​ເທີ​ກີ.

Turkish President Erdogan Denounces Coup Attempt
please wait

No media source currently available

0:00 0:00:33 0:00

ທ່ານ Erdogan ​ໄດ້ບິນໄປຍັງນະຄອນອິສຕັນບູລ ໃນຕອນເຊົ້າວັນເສົາມື້ນີ້ ແລະປະນາມ ການພະຍາຍາມເຮັດລັດຖະປະຫານ ຂອງພວກນາຍທະຫານນັ້ນວ່າ ເປັນການກະທຳທີ່ ຂາຍຊາດ.

ທ່ານ​ໄດ້​ກ່າວ​ຕໍ່​ຝູງ​ຊົນ​ທີ່​ພາກັນ​ໂບກ​ທຸງຊາດ​ທີ່​ໄ​ປຕ້ອນ​ຮັບ​ຢູ່​ນອກສະໜາມ​ບິນ Ataturk ​ໃນ​ນະຄອນ​ອິສຕັນ​ບູລວ່າ ພວກ​ເຂົາ​ເຈົ້າ ​ໄດ້​ແນ​ປາຍ​ປືນ ​ຂອງ​ປະຊາຊົນ ​ໃສ່​ປະຊາຊົນ ລັດຖະບານ​ຊຸດ​ນີ້​ແມ່ນ​ໄດ້​ຂຶ້ນມາ​ກຳ​ອຳນາດ​ໂດຍ​ປະຊາຊົນ ແລະເວລານີ້ກໍກຳລັງ​ເປັນ​ຜູ້​ຄວບ​ຄຸມ​ຢູ່. ພວກ​ເຂົາ​ເຈົ້າຈະ​ບໍ່​ສຳ​ເລັດ​ຕາບ​ໃດ​ທີ່​ພວກ​ເຮົາ​ຢືນ​ຢູ່​ຮ່ວມກັນ​ຕ້ານ​ພວກ​ເຂົາ ​ໂດຍ​ການ​ສ່ຽງ​ໃນ​ທຸກ​ສິ່ງ​ທຸກ​ຢ່າງ.

Police in Istanbul Arresting Rogue Soldiers
please wait

No media source currently available

0:00 0:00:16 0:00

ໃນ​ການ​ກ່າວ​ຄຳ​ປາ​ໄສ​ທາງໂທລະພາບ​ກ່ອນ​ໜ້ານີ້ ຜູ້ຮັກສາ​ການ​ເສນາ​ທິການ​ສູງສຸດ​ກອງ ທັບ ທ່ານ Umit Dundar ໄດ້​ກ່າວ​ຊົມ​ເຊີຍ​ ການ​ຮ່ວມ​ມື​ກັນ​ຢ່າງ​ເປັນປະຫວັດ​ການ​ ລະ ຫວ່າງ​ລັດຖະບານ​ແລະ​ປະຊາຊົນ​ຊາວ​ເທີ​ກີ ​ແຕ່​ໃນ​ຂະນະ​ດຽວ ກັນ​ກໍ​ເຕືອນ​ວ່າ ການ​ກະ ທຳ​ຂອງ​ພວກ​ທະຫານ​ທີ່​ເຮັດ​ລັດຖະປະຫານ​ນັ້ນ ຈະ​ບໍ່ຖືກ​ຫລົງ​ລືມ​ງ່າຍໆ​ເລີຍ.

ທ່ານ​ກ່າວ​ວ່າ ​"ເທີ​ກີ​ໄດ້​ຮູ້​ເຫັນ​ເປັນ​ພະຍາ​ນຕໍ່​ການ​ປ່ວງ​ບ້າ​ຂອງ​ຄົນ​ກຸ່ມ​ນຶ່ງ​ທີ່​ໄດ້​ຍິງ ​ແລະ​ວາງ​ລະ​ເບີດ​ໃສ່​ຕຶກ​ສະພາ​ ​ໃສ່​ປະຊາຊົນ ​ແລະ​ຊັບພະຍາກອນ​ຂອງຕົນນີ້ ຈະ​ບໍ່​ຖືກ​ຫລົງ​ລືມ​ເລີຍ."

ມີ 190 ກວ່າ​ຄົນ​ເສຍ​ຊີວິດ​ ໃນ​ການ​ປະ​ທະ​ກັນ​ ທີ່​ເລີ້ມມາ​ແຕ່​ແລງ​ວັນ​ສຸກ ປະກອບ​ດ້ວຍ​ທະຫານ 2 ຄົນ ຕຳຫລວດ 41 ຄົນ ພົນລະເຮືອນ 47 ຄົນ ​ແລະ​ 104 ຄົນທີ່​ກ່າວ​ກັນວ່າ​ເປັນ​ພວກ​ກໍ່​ການລັດຖະປະຫານ​ ອີງ​ຕາມ​ຄຳເວົ້ານາຍ​ພົນ Dundar.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG