ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ Erdogan ປະນາມ ການພະຍາຍາມ ເຮັດລັດຖະປະຫານ ໃນເທີກີ


ທະຫານເທີກີ ເຂົ້າຄວບຄຸມບໍລິເວນ ຈະຕຸລັດ Taksim ໃນຂະນະທີ່ພວກສະໜັບສະໜຸນປະທານາທິບໍດີ Recep Tayyip Erdogan ປະທ້ວງ ໃນຕອນເຊົ້າວັນເສົາ ທີ 16 ກໍລະກົດ 2016.
ທະຫານເທີກີ ເຂົ້າຄວບຄຸມບໍລິເວນ ຈະຕຸລັດ Taksim ໃນຂະນະທີ່ພວກສະໜັບສະໜຸນປະທານາທິບໍດີ Recep Tayyip Erdogan ປະທ້ວງ ໃນຕອນເຊົ້າວັນເສົາ ທີ 16 ກໍລະກົດ 2016.

ປະທານາທິບໍດີ Recep Tayyip Erdogan ໄດ້ບິນໄປຍັງນະຄອນອິສຕັນບູລໃນຕອນ ເຊົ້າວັນເສົາມື້ນີ້ ແລະປະນາມການ ພະຍາຍາມເຮັດລັດຖະປະຫານຂອງພວກນາຍທະ ຫານທໍລະຍົດນັ້ນວ່າ ເປັນການກະທຳທີ່ຂາຍຊາດ ຢູ່ໃນຄຳຖະແຫຼງທາງໂທລະພາບທີ່ມີການ ຖ່າຍທອດສົດ.

ພວກສະໜັບສະໜູນຫຼາຍຮ້ອຍຄົນໄປຕ້ອນຮັບທ່ານ Erdogan ທີ່ສະໜາມບິນ Ataturk ໃນນະຄອນອິສຕັນບູລ. ທ່ານກ່າວວ່າ ນາຍົກລັດຖະມົນຕີ Binali Yildirim ໄດ້ອອກຄຳ ສັ່ງໃຫ້ກຳຈັດພວກທະຫານທີ່ພົວພັນໃນການເຮັດລັດຖະປະຫານ ແລະການຈັບກຸມພວກ ນາຍທະຫານຫຼາຍໆຄົນກຳລັງດຳເນີນຢູ່.

ກອງທັບເທີກີຖະແຫລງໃນວັນສຸກວານນີ້ວ່າ ຕົນໄດ້ເຂົ້າຍຶດອຳນາດໃນປະເທດເທີກີແລ້ວ ແຕ່ໃນຕອນເຊົ້າວັນເສົາມື້ນີ້ເຈົ້າໜ້າທີ່ເທີກີກ່າວວ່າ ການພະຍາຍາມເຮັດລັດຖະປະຫານ ໄດ້ຖືກທັບມ້າງ. ການປະກາດພາວະສຸກເສີນ ໄດ້ມີຂຶ້ນໃນທົ່ວປະເທດ.

ການເດີນຂະບວນຕໍ່ຕ້ານພວກທະຫານໃນລະຫວ່າງການເຮັດລັດຖະປະຫານ

Demonstrators Confront Turkish Military During Attempted Coup
please wait

No media source currently available

0:00 0:01:57 0:00

ສະຖານະການຍັງບໍ່ມີຄວາມແນ່ນອນເທື່ອໃນຕອນກາງຄືນ ໂດຍມີລາຍງານກ່ຽວກັບເຫດລະເບີດ ຮວມທັງ 2 ຄັ້ງ ທີ່ເກີດຂຶ້ນຢູ່ຕຶກລັດຖະສະພາໃນນະຄອນຫຼວງອັງກາຣາ​ ສຽງປືນ ທີ່ນະຄອນອິສຕັນບູລ ແລະລາຍງານເຮືອບິນລົບເທີກີ ຍັງເຮຣີຄອບເຕີ້ ທີ່ໃຊ້ໂດຍພວກຫົວໜ້າເຮັດລັດຖະປະຫານ. ໃນຕອນເຊົ້າວັນເສົາມື້ນີ້ ຕຳຫຼວດແລະຫານໄດ້ຍິງຕໍ່ສູ້ກັນ ທີ່ຈະຕຸລັດ Taksim ໂດຍມີລາຍງານວ່າ ຫລັງຈາກນັ້ນພວກທະຫານກໍໄດ້ຍອມວາງອາວຸດ.

ເຮຣີຕອບເຕີ້ໄດ້ໂຈມຕີກອງບັນຊາການກຳລັງພິເສດຂອງຕຳຫຼວດໃນວັນສຸກວານນີ້ທີ່ນະຄອນຫຼວງອັງກາຣາ ເຮັດໃຫ້ຕຳຫຼວດເສຍຊີວິດ 17 ຄົນ ອີງຕາມລາຍງານຂອງອົງການຂ່າວ Anadolu ຂອງທາງການເທີກີ.

ພວກເຈົ້າໜ້າທີ່ສືບລັບແລະທະຫານຂອງບັນດາປະເທດຕາເວັນຕົກ ພວມຕິດຕາມເບິ່ງການເຄື່ອນໄຫວຢ່າງໃກ້ຊິດ ຢູ່ໃນປະເທດເທີກີ ຊຶ່ງສະມາຊິກຂອງອົງການເນໂຕ້ ແລະ ພັນທະມິດທີ່ສຳຄັນຂອງສະຫະລັດ ໃນການເຮັດສົງຄາມຕໍ່ຕ້ານກຸ່ມລັດອິສລາມ. ນອກນັ້ນ ເທີກີຍັງໃຫ້ການສະໜັບສະໜຸນແກ່ພວກຕໍ່ຕ້ານລັດຖະບານນິຍົມແນວທາງປານກາງທີ່ພວມ ຫາທາງໂຄ່ນລົ້ມປະທານາທິບໍດີຊີເຣຍ ທ່ານ Bashar al-Assad.

ຕຳຫຼວດຈັບກຸມພວກທະຫານທີ່ຮ່ວມໃນການກໍ່ລັດຖະປະຫານ

Police in Istanbul Arresting Rogue Soldiers
please wait

No media source currently available

0:00 0:00:16 0:00

ເຫດການໄດ້ເລີ້ມຂຶ້ນໃນວັນສຸກວານີ້ ເວລາກອງທັບເທີກີ ໄດ້ອອກຖະແຫຼງການທາງອີແມລ ທີ່ໄດ້ມີການປະກາດທາງໂທລະພາບ ຂອງລັດຖະບານ ໂດຍກ່າວວ່າ ຕົນໄດ້ເຂົ້າຄວບຄຸມລັດຖະບານຢ່າງຄົບຖ້ວນແລ້ວ ເພື່ອປົກປ້ອງປະຊາທິປະໄຕແລະຄຸ້ມຄອງສິດທິມະນຸດ.

ປະທານາທິບໍດີ Erdogan ທີ່ໄດ້ໃຫ້ການສຳພາດຈາກສະຖານທີ່ໆບໍ່ມີການເປີດເຜີຍແຫ່ງນຶ່ງ ແກ່ໂທລະພາບທ້ອງຖິ່ນ ໃນມື້ວັນສຸກວານນີ້ ໄດ້ຮຽກຮ້ອງໃຫ້ປະຊາຊົນຊາວເທີກີລົງສູ່ຖະໜົນຫົນທາງເພື່ອປະທ້ວງການເຄື່ອນໄຫວຂອງພວກທະຫານ. ທ່ານກ່າວວ່າ ພວກທີ່ຢູ່ເບື້ອງຫລັງການເຄື່ອນໄຫວໃນຄັ້ງນີ້ແມ່ນມີສ່ວນກ່ຽວຂ້ອງກັບນັກສອນສາສະໜາອິສລາມ Fethullah Gulen ທີ່ມີສຳນັກງານໃນສະຫະລັດ.

ທ່ານ Gulen ຊຶ່ງເປັນພັນທະມິດເກົ່າ ຂອງທ່ານ Erdogan ໄດ້ກ່າວຫາປະທານາທິບໍດີວ່າ ສໍ້ລາດບັງຫຼວງ ໃນອັນທີ່ປາກົດວ່າ ເປັນສ່ວນນຶ່ງຂອງການຕໍ່ສູ້ຍາດແຍ່ງອຳນາດກັນ.

ເພື່ອເປັນການຖະແຫຼງຕອບຕໍ່ຄວາມວຸ້ນວາຍໃນເທີກີ ອົງການທີ່ບໍ່ຫວັງຜົນກຳໄລອົງການນຶ່ງທີ່ເປັນປາກກະບອກສຽງໃຫ້ແກ່ຂະບວນການທ່ານ Gulen ໄດ້ຕ້ອງຕິຕໍ່ການກໍ່ຄວາມຮຸນແຮງ.

"ພວກເຮົາໄດ້ປະນາມສະເໝີມາຕໍ່ການແຊກແຊງທາງທະຫານເຂົ້າໃນການເມືອງພາຍໃນປະເທດ" ກຸ່ມພັນທະມິດທີ່ແບ່ງປັນຄຸນຄ່າຮ່ວມ ກ່າວຢູ່ໃນຖະແຫລງການ. "ພວກເຮົາຂໍປະນາມຕໍ່ການແຊກແຊງໃດໆກໍຕາມຂອງພວກທະຫານເຂົ້າໃນການເມືອງພາຍໃນປະເທດຂອງເທີກີ."

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະລັດຖະມົນຕີການຕ່າງປະເທດ ທ່ານຈອນ ແຄຣີ ໄດ້ອອກຖະແຫລງການ ຮຽກຮ້ອງໃຫ້ທຸກພັກຝ່າຍຢູ່ໃນເທີກີສະໜັບສະໜຸນລັດຖະບານທີ່ໄດ້ຮັບເລືອກຕາມທາງແນວປະຊາທິປະໄຕຂອງປະເທດ.

ສ່ວນນາຍົກລັດຖະມົນຕີ Binali Yildirim ກ່າວຕໍ່ສະຖານີໂທລະພາບເອກະຊົນ NTV ວ່າ ພວກທະຫານໄດ້ບຸກເຂົ້າໄປໃນສະຖານີໂທລະພາບໃຫຍ່ TRN ແລະບັງຄັບໃຫ້ພະນັກງານ ອອກອາກາດ ອ່ານຖະແຫລງການ ທີ່ໄດ້ປະກາດຫ້າມອອກນອກບ້ານເຮືອນ.

ທ່ານກ່າວຕໍ່ໂທລະພາບ​ NTV ວ່າ ລັດຖະບານທີ່ຖືກເລືອກໂດຍປະຊາຊົນຍັງເປັນຜູ້ກຳອຳນາດຢູ່. ລັດຖະບານຊຸດນີ້ຈະລົງຈາກອຳນາດກໍຕໍ່ເມື່ອປະຊາຊົນບອກໃຫ້ກະທຳການ ດັ່ງກ່າວ.

ທີ່ນະຄອນອິສຕັນບູລ​ ຝູງຊົນຂະໜາດໃຫຍ່ໄດ້ໄປເຕົ້າໂຮມກັນຢູ່ຕາມຈຸດສຳຄັນຕ່າງໆຮວມທັງຈະຕຸລັດ Taksim ໂດຍພາກັນໂບກທຸງຊາດ ແລະຮ້ອງຄຳຂວັນສະໜັບສະໜຸນທ່ານ Erdogan.

ທ່ານ Erdogan ທີ່ກ່າວວ່າ ຂ້າພະເຈົ້າບໍ່ເຄີຍເຊື່ອໃນອຳນາດທີ່ເໜືອກວ່າປະຊາຊົນ​ ໄດ້ປະຕິຍານວ່າ ພວກເຮັດລັດຖະປະຫານປະຊົດໃຊ້ດ້ວຍລາຄາແພງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG