ອົງການສືບສວນຂອງລັດຖະບານກາງ ຫລື FBI ຂອງສະຫະລັດ ກ່າວວ່າ ຕົນສະເໜີແນະວ່າ ຈະບໍ່ມີການກ່າວຫາ ໃນຄວາມຜິດໃດໆ ຕໍ່ທ່ານນາງ Hillary Clinton ໃນຖານນຳໃຊ້ເຄື່ອງບໍລິການອີແມລຂອງເອກະຊົນ ໃນຂະນະທີ່ທ່ານນາງເປັນລັດຖະມົນຕີການຕ່າງປະເທດ ຊຶ່ງເຮັດໃຫ້ອຸບປະສັກທີ່ສຳຄັນ ໃນດ້ານການເມືອງແລະໃນດ້ານກົດໝາຍສຳລັບຜູ້ທີ່ ຄາດວ່າຈະໄດ້ຖືກສະເໜີຊື່ແຕ່ງຕັ້ງໃຫ້ເປັນຜູຸ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດ ໝົດໄປ.
ຜູ້ອຳນວຍການ ອົງການ FBI ທ່ານ James Comey ໃນວັນອັງຄານວານນີ້ ໄດ້ຕ້ອງຕິຢ່າງແຮງຕໍ່ທ່ານນາງ Clinton ທີ່ເປັນຫົວໜ້ານັກການທູດຂອງປະເທດແຕ່ປີ 2009 ຫາ 2013 ແລະເພື່ອນຮ່ວມງານຂອງທ່ານນາງຢູ່ທີ່ກະຊວງ ການຕ່າງປະເທດໃນອັນທີ່ທ່ານເອີ້ນວ່າ ການເຮັດວຽກແບບບໍ່ລະມັດລະວັງທີ່ສຸດກ່ຽວກັບເອກະສານລັບທີ່ພວກເຂົ້າເຈົ້າ ສົ່ງໃຫ້ກັນແລະກັນຜ່ານທາງເຄື່ອງບໍລິການອີແມລເອກະຊົນ ທີ່ທ່ານນາງໄດ້ຕິດຕັ້ງຢູ່ທີ່ບ້ານພັກຂອງທ່ານນາງໃນນະຄອນນິວຢອກ.
ຜູ້ອຳນວຍການ ອົງການ FBI ທ່ານ James Comey ຖະແຫຼງກ່ຽວກັບການສືບສວນ
ແຕ່ແນວໃດກໍຕາມ ທ່ານ Comey ກ່າວວ່າ ການສືບສວນຂອງອົງການ FBI ໃນຂອບເຂດທີ່ກວ້າງຂວາງ ກ່ຽວກັບອີແມລຫຼາຍພັນສະບັບຂອງທ່ານນາງ Clinton ບໍ່ໄດ້ພົບເຫັນຫຼັກຖານໃດທີ່ວ່າ ທ່ານນາງ “ຕັ້ງໃຈແລະມີເຈດຕະນາ” ທີ່ຈະລະເມີດກົດໝາຍຂອງສະຫະລັດແລະບໍ່ມີເຫດຜົນພຽງພໍທີ່ໄອຍະການຈະຟ້ອງຮ້ອງດຳເນີນຄະດີຕໍ່ທ່ານນາງ ອີງຕາມຫລັກຖານທີ່ໄດ້ຄົ້ນພົບ ໃນການສືບສວນເປັນເວລາຫຼາຍໆອາທິດ.
ການສືບສວນຂອງອົງການ FBI ໃນການທີ່ທ່ານນາງໃຊ້ເຄື່ອງບໍລິການອີແມລເອກະຊົນ ແທນທີ່ຈະເປັນເຄື່ອງບໍລິການອີແມລຂອງລັດຖະບານທີ່ມີການຄວບ ຄຸມໃນດ້ານຄວາມປອດໄພຢ່າງເຄັ່ງຄັດນັ້ນໄດ້ພາໃຫ້ເຈົ້າໜ້າທີ່ສືບສວນແລະໄອຍະການສອບປາກຄຳທ່ານນາງເປັນເວລາ 3 ຊົ່ວໂມງເຄິ່ງທີ່ສຳນັກງານໃຫຍ່ອົງການ FBI ທີ່ນະຄອນຫຼວງວໍຊິງຕັນ.
ການຖະແຫຼງຂອງທ່ານ Comey ມີຂຶ້ນນຶ່ງອາທິດ ຫລັງຈາກໄດ້ເກີດຂ່າວນອງນັນທາງ ດ້ານການເມືອງ ກ່ຽວກັບການພົບປະ ລະຫວ່າງສາມີຂອງທ່ານນາງ Clinton ຄືອະດີດປະທານາທິບໍດີ Bill Clinton ແລະຫົວໜ້າເຈົ້າໜ້າທີ່ປະຕິບັດກົດໝາຍ ລັດຖະມົນຕີກະ ຊວງຍຸຕິທຳ ທ່ານນາງ Loretta Lynch ທີ່ສະໜາມບິນນະຄອນ Phoenix ໃນລັດອາຣິ
ໂຊນາ. ທັງທ່ານ Clinton ແລະທ່ານນາງ Lynch ກ່າວວ່າ ພວກທ່ານໄດ້ລົມກັນເປັນເວ ລາເຄິ່ງຊົ່ວໂມງແຕ່ບໍ່ໄດ້ລົມກັນໃນເລື້ອງອີແມລແຕ່ຕໍ່ມາຕ່າງກໍໄດ້ສະແດງຄວາມເສຍໃຈໃນການກະທຳດັ່ງກ່າວໃນຂະນະທີ່ທ່ານນາງ Lynch ເປັນຜູ້ກຳກັບນຳການສືບສວນໃນຄະດີນີ້.
ທັງສະມາຊິກຂອງພັກຣີພັບບລີກັນແລະເດໂມແຄຣັດ ຕ່າງກໍໄດ້ຕຳໜິຕິຕຽນການພົບປະ ທີ່ສະໜາມບິນຂອງທ່ານນາງ Lynch ກັບທ່ານ Bill Clinton.