ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຊີນຊົມ ວີດີໂອ ການຜ່າຕັດ ປ່ຽນຕັບ ທີ່ມີປະສິດທິຜົນທີ່ສຸດ


ເຖິງ​ແມ່ນ​ວ່າ ການ​ຜ່າຕັດສັບປ່ຽນ​ຕັບ​ມະນຸດ ໄດ້​ມີຂຶ້ນ​ນັບ​ຕັ້ງ​ແຕ່​ປີ 1963 ​ກໍຕາມ ແຕ່​ການ ຜ່າຕັດ​ດັ່ງກ່າວ​ ກໍຍັງ​ເປັນວຽກ​ຫຍຸ້ງຍາກສັບສົນ​ ​ແລະສ່ຽງ​ຢູ່. ປະມານ 28 ​ເປີ​ເຊັນ ຂອງ​ພວກ​ທີ່​ໄດ້​ຮັບຕັບໃໝ່ແມ່ນຈະ​ເສຍ​ຊີວິດໄປ ພາຍ​ໃນ 5 ປີ. ປະຈຸ​ບັນ​ນີ້ ​ວິທີ​ກຳແນວ​ໃໝ່​ ກຳລັງ​ພັດທະນາ​ຂຶ້ນ ໃນສູນ​ກາງ​ການ​ແພດ​ທີ່​ມະຫາວິທະຍາ​ໄລ Pittsburgh ​ທີ່ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄຳ​ໝັ້ນ​ສັນຍາທີ່ດີຂຶ້ນຢ່າງໃຫຽ່ ດ້ວຍ​ການ​ເກັບ​ຮັກສາ​ອະ​ໄວ​ຍະ​ວະ​ໄວ້​ເປັນ​ຢ່າງ​ດີ ​ໃນ​ຂະນະ​ທີ່​ທຳ​ການຜ່າຕັດນັ້ນ ນັກ​ຂ່າວ VOA George Putic ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງ ໄຊຈະເລີນສຸກ ຈະ​ນຳເອົາລາຍລະອຽດມາສະ​ເໜີ​ທ່ານ ເປັນພາສາລາວ ໃນ​ອັນ​ດັບ​ຕໍ່​ໄປ.

XS
SM
MD
LG