ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຊີນຊົມ ວີດີໂອ ກ້ອງຖ່າຍ​ສະຫຼາດ ສາມາດຊ່ອຍໃຫ້ ຕຳຫຼວດ ຈັບຂະໂມຍ ໄດ້


ມີ​ບ້ານເຮືອນ​ຈຳນວນ​ຫຼວງຫຼາຍ ໄດ້ຮັບການຕິດ​ຕັ້ງກ້ອງຖ່າຍ​ຮູບແລະເຄື່ອງບອກເຕືອນ​ເຈົ້າຂ​ອງເຮືອນ ຖ້າມີຜູ້ໃດຜູ້ນ່ຶງເຂົ້າມາ ບໍ່ວ່າຈະເປັນສະມາຊິກ ໃນຄອບຄົວ ​ບຸລຸດ​ໄປສະນີ ຫຼື​ຂະ​ໂມ​ຍ ກໍຕາມ​. ບໍລິສັດ​ຝຣັ່ງບໍລິສັດນຶ່ງ ​ໄດ້​ອອກ​ແບບ ກ້ອງຖ່າຍ​ຮູບສະຫຼາດສຳລັບບ້ານເຮືອນ ທີ່​ສາມາດ​ບົ່ງບອກໜ້າ​ຕາ​ທີ່​ຄຸ້ນ​ເຄີຍ ​ແລ້ວ​ບອກເຕືອນ​ໃຫ້​ເຈົ້າ​ຂອງ​ບ້ານຮູ້ ຖ້າວ່າ​ມີ​ຄົນ​ແປກ​ໜ້າ​ເຂົ້າ​ມາ​. ນັກ​ຂ່າວ​ຂອງ VOA Zlatica Hokeລາຍ​ງານ​ມາ​ວ່າ ຢ່າງໜ້ອຍ ກ້ອງຖ່າຍ Netat- mo’s Welcome ແມ່ນໄດ້ຊ່ອຍ​ຈັບຄົນຂີ້ລັກໄດ້ນຶ່ງ​ຄົນ​ແລ້ວ. ໄຊຈະເລີນສຸກ ຈະ​ນຳເອົາລາຍ​ລະອຽດກ່ຽວກັບເລື້ອງນີ້ ​ມາສະ​ເໜີ​ທ່ານ ເປັນພາສາລາວ.

XS
SM
MD
LG