ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຊີນຊົມ ວີດີໂອ ເຄື່ອງພິມ 3 ມິຕິ ສາມາດສ້າງຫົວໃຈມະນຸດ ເພື່ອຊ່ອຍຜູ້ປ່ວຍໂຣກຫົວໃຈໄດ້


ສຳນວນ​ຄຳ​ເວົ້າ “Have you ever had a broken heart? – ຊຶ່ງ​ຖ້າ​ຈະ​ແປ​ກັນເປັນ​ພາ ສາລາວ ເຮົາກໍຈະວ່າ ​ເຈົ້າເຄີຍອົກ​ຫັກ​ຫຼື​ຜິດ​ຫວັງ​ບໍ່? ຊຶ່ງ​ຄຳຖາມນີ້ ອາດຈະ​ບໍ່​ແມ່ນ ​ດັ່ງທີ່ທ່ານ​ຄິດຫັ້ນ ເພາະວ່າປະຈຸ​ບັນ​ນີ້ ພວກ​ເຮົາ​ມີ​ທາງ​ປິ່ນປົວໂຣກຫົວໃຈ​ໄດ້​ແລ້ວ. ພວກ​ນັກວິທະຍາສາດ ​ໃນ​ Israel ​ໄດ້​ປະດິດສິ່ງປະກອບຫົວໃຈ​ທີ່​ກອບກູ້ເອົາ​ຊີວິດ​ຄົນໄວ້ໄດ້ ຊຶ່ງສາມາດຕິດ ຕາມ​ແລະ​ຮັກສາ​ບັນຫາໂຣກຫົວໃຈຂອງເຮົາ. ນັກ​ຂ່າວ VOA Debora Block ມາເລົ່າສູ່​ພວກ​ເຮົາຟັງ​ກ່ຽວ​ກັບສິ່ງທີ່ມາຕາບ​ຫົວ​ໃຈທີ່ໄດ້ຮັບຄວາມເສຍຫາຍທີ່ວ່ານີ້ ຊຶ່ງໄຊຈະເລີນສຸກ ຈະ​ນຳເອົາລາຍລະອຽດມາສະ​ເໜີ​ທ່ານ ເປັນພາສາລາວ ໃນ​ອັນ​ດັບ​ຕໍ່​ໄປ.

XS
SM
MD
LG