ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຊີນຊົມ ວີດີໂອ ເລື້ອງເຄື່ອງພິມ 3 ມິ​ຕິ ສາ​ມາດ​ສ້າງອະໄວຍະວະ ເພື່ອນຳໄປໃຊ້ ທາງການແພດ ສຳລັບ ຊ່ອຍມວນມະນຸດໄດ້


ໃນໄລຍະສອງສາມ​ທົດ​ສະ​ວັດ​ຜ່ານ​ມານີ້ ການສັບປ່ຽນ​ອະ​ໄວ​ຍະ​ວະ​ຂອງ​ມະນຸດ ​ໄດ້​ກາຍ ມາ​ເປັນ​ເລື້ອງ​ທຳມະດາພໍສົມຄວນຢູ່ໃນ​ທົ່ວ​ໂລກ​ ​ ​ແຕ່​ວ່າ​ພວກ​ທ່ານໝໍ ​ແລະ​ພວກ​ຄົນ​ປ່ວຍ​ກໍແມ່ນ​ຍັງຕ້ອງໄດ້​ປະ​ເຊີນ​ກັບ​ບັນຫາ​ເນື້ອເຍື້ອທີ່​ບໍ່ຍອມຮັບ​ແລະຈຳເປັນຕ້ອງໄດ້​ສັກ ​ເລືອດ​ເຂົ້າ​ໄປ​ຊຸບ​ລ້ຽງອະ​ໄວ​ຍະ​ວະໃໝ່ນັ້ນທັນທີ. ບັນດາ​ນັກ​ຄົ້ນ​ຄ້ວາຈາ​ກ​ມະຫາວິທະຍາ​ໄລ​ຫຼາຍໆແຫ່ງ ໄດ້ປະສານ​ງານ​ກັນ ​ໃນ​ຄວາມ​ພະຍາຍາມ ​ຫາ​ທາງ​ແກ້ໄຂບັນຫາດັ່ງກ່າວ​ ຊຶ່ງຮວມມີ ຄະນະ​ຂອງ​ມະຫາວິທະຍາ​ໄລ Pennsylvania ມະຫາວິທະຍາ​ໄລ Rice ຈາກ​ນະຄອນ Houston ທີ່​ກຳລັງທົດລອງເຄື່ອງພິມ ທີ່​ເອີ້ນ​ວ່າ 3-D ຫຼື 3 ມິ​ຕິ ທີ່​ຜລິດ ເສັ້ນ ເລືອດແລະ​ສິ່ງ​ອື່ນໆສຳລັບການສັບປ່ຽນດັ່ງກ່າວ. ​ໃນຂນະທີ່ນັກ​ຂ່າວ VOA Greg Flakus ລາຍ​ງານມາຈາກ​ນະຄອນ Houstonຢູ່ນີ້ກໍແມ່ນວ່າ ​ນອກນັ້ນ ພວກ​ເຂົາເຈົ້າ ຍັງ​ນຳ​ໃຊ້​ອະ​ໄວ​ຍະ​ວະທຽມເຫຼົ່ານີ້ເພື່ອ​ຫາທາງເອົາ​ຊະນະ​ເຊື້ອໂຣກທີ່ຈະພາໃຫ້ເກີດມະ​ເຮັງນຳ ໄຊຈະເລີນສຸກ ຈະ​ນຳເອົາລາຍ​ລະອຽດ ​ເລື້ອງນີ້ມາສະ​ເໜີ​ທ່ານ ເປັນພາສາລາວ ໃນ​ອັນ​ດັບ​ຕໍ່​ໄປ.

XS
SM
MD
LG